ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທະຫານ ເນໂຕ້ ຄົນ​ນຶ່ງ​ ເສຍຊີວິດ ໃນການໂຈມຕີ ສະລະຊີບ ຢູ່ ອັຟການິສຖານ


ແຜນທີ່ອັຟການິສຖານ
ແຜນທີ່ອັຟການິສຖານ
ຢູ່​ອັ​ຟກາ​ນິສຖານ ​ກອງກໍາລັງ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ດ້ານຄວາມ​
ໝັ້ນຄົງ​ນາໆ​ຊາດ ຂອງອົງການ NATO ກ່າວ​ວ່າ ສະມາຊິກ
ຂອງ​ຕົນຄົນ​ນຶ່ງ ​ໄດ້​ເສຍຊີວິດ ຫລັງຈາກ​ການ​ໂຈ​ມຕີ ​ດ້ວຍລະ
​ເບີດ​ສະລະ​ຊີບ​ຂອງ​ພວກ​ກະບົດທີ່​ຄ້າຍປະຕິບັດ​ງານຮ່ວມ​ລະ
ຫວ່າງອົງການ NATO ​ແລະອັຟກາ​ນິສຖານໃນ​ແຂວງ Nan-
garhar ທາງ​ພາກ​ຕາ​ເວັນ​ອອກ​ຂອງ ອັຟກາ​ນິສຖານ.

ອົງການ​ NATO ບໍ່​ໄດ້ແຈ້ງ​ໃຫ້​ຊາບ ກ່ຽວ​ກັບສັນຊາດຂອງສະ
ມາຊິກ​ຄົນ​ດັ່ງ​ກ່າວ.

ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ນອກ​ນັ້ນ​ແລ້ວ ພວກ​ກະບົດ​ຫ້າ​ຄົນ​
ຍັງໄດ້​ຖືກ​ສັງຫານ ​ໃນ​ວັນ​ເສົາ​ມື້​ນີ້ ​ເວລາ​ເຂົາ​ເຈົ້າ​ພະຍາຍາມບຸກ​ໂຈມ​ຕີ ​ຄ້າຍ​ທະຫານຢູ່​ທີ່​ເມືອງ Ghani Khail ​ໃນ​ແຂວງ Nangarhar ຫລັງ​ຈາກໄດ້​ມີ​ການ​ໂຈມ​ຕີ​ໂດຍລະ​ເບີດ​ສະ
ລະ​ຊີບ​.

ພວກທາ​ລິ​ບານ ​ໄດ້​ອ້າ​ງ​ເອົາ​ຄວາມ​ຮັບຜິດຊອບ ​ໃນ​ການ​ໂຈມ​ຕີ​ດັ່ງກ່າວ.

ພວກ​ຫົວ​ຮຸນ​ແຮງ​ທາ​ລິ​ບານ​ໃນອັຟກາ​ນິສຖານໄດ້ເພີ້ມທະວີ​ການໂຈມ​ຕີ​ຢ່າງໜັກ​ຫວ່າງ​ມໍ່ໆ​ມາ​ນີ້ເພື່ອຢຶດ​ຄືນເອົາ​ພື້ນທີ່ໃນ​ຂະນະ​ທີ່​ກໍາລັງ​ນາໆ​ຊາດຕຽມ​ຖອນ​ອອກໄປໃນ​ທ້າຍ​ປີ 2014​.
XS
SM
MD
LG