ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັນທະມິດຢູໂຣບຂອງອົງການ NATO ຈະນໍາໃຊ້ 2 ເປີເຊັນຂອງ GDP ເຂົ້າໃນດ້ານຄວາມໝັ້ນຄົງເປັນຄັ້ງທໍາອິດ


ເລຂາທິການໃຫຍ່ອົງການ NATO ທ່ານເຈັນ ສໂຕລເຕັນເບີກ ຍົກຄ້ອນຕີຂອງສານຂຶ້ນ ໃນລະຫວ່າງທີ່ທ່ານເຂົ້າຮ່ວມການປະຊຸມຂອງສະພາແອັດແລນຕິກເໜືອ ໃນ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ອົງການ​ NATO ຢູ່​ສໍານັກງານ​ໃຫຍ່​ຂອງ​ພັນທະ​ມິດ ໃນ​ນະຄອນຫຼວງບຣັສເຊີລສ໌, ປະ​ເທດ​ແບ​ລຈ້ຽມ, ວັນ​ທີ 15 ກຸມພາ 2024.
ເລຂາທິການໃຫຍ່ອົງການ NATO ທ່ານເຈັນ ສໂຕລເຕັນເບີກ ຍົກຄ້ອນຕີຂອງສານຂຶ້ນ ໃນລະຫວ່າງທີ່ທ່ານເຂົ້າຮ່ວມການປະຊຸມຂອງສະພາແອັດແລນຕິກເໜືອ ໃນ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ອົງການ​ NATO ຢູ່​ສໍານັກງານ​ໃຫຍ່​ຂອງ​ພັນທະ​ມິດ ໃນ​ນະຄອນຫຼວງບຣັສເຊີລສ໌, ປະ​ເທດ​ແບ​ລຈ້ຽມ, ວັນ​ທີ 15 ກຸມພາ 2024.

ໃນປີນີ້, ເປັນຄັ້ງທໍາອິດນັບຕັ້ງແຕ່ມີການສ້າງຕັ້ງກຸ່ມພັນທະມິດ​ຂຶ້ນ​ມາ, ປະ​ເທດພັນທະມິດ​ໃນຢູໂຣບຂອງອົງການ NATO ຈະນໍາໃຊ້ 2 ເປີ​ເຊັນ ຍອດຜະລິດ ຕະພັນລວມພາຍໃນ ຫຼື GDP ເຂົ້າໃນດ້ານຄວາມໝັ້ນຄົງຂອງພວກເຂົາເຈົ້າ, ອີງຕາມການກ່າວຂອງເລຂາທິການໃຫຍ່ ທ່ານເຈັນ ສໂຕລເຕັນເບີກ ທີ່ໄດ້ປະກາດອອກມາ ໃນວັນພະຫັດວານນີ້.

ທ່ານ ສໂຕລເຕັນເບີກ ກ່າວ​ວ່າ “ໃນ​ປີ 2024, ບັນດາ​ພັນທະ​ມິດອົງການ NATO ​ຢູ່ໃນ​ຢູໂຣບ ຈະ​ລົງທຶນ​ເຂົ້າ​ໃນ​ດ້ານຄວາມໝັ້ນຄົງໂດຍລວມ 380 ຕື້ໂດລາ.”

ທ່ານ ສໂຕລເຕັນເບີກ ກ່າວຕື່ມວ່າ ໃນຈໍານວນ 18 ຂອງ 31 ປະເທດສະມາ ຊິກອົງການ NATO, ໃນປີນີ້ ຈະໃຊ້ງົບປະມານຢ່າງໜ້ອຍ 2 ເປີເຊັນ ຂອງ GDP ເຂົ້າໃນດ້ານການປ້ອງກັນປະເທດ, ເຊິ່ງເປົ້າໝາຍໃນປີ 2024 ຂອງບັນດາສະມາຊິກອົງການ NATO ທີ່ໄດ້ວາງອອກເມື່ອນຶ່ງທົດສະວັດທີ່ຜ່ານມາ ກໍເພື່ອຕອບສະໜອງ ຕໍ່ຄວາມກັງວົນກ່ຽວກັບການປ້ອງກັນຊາດ ພາຍຫຼັງການ ຍຶດເອົາແຫຼມໄຄຣເມຍແບບຜິດກົດໝາຍຂອງ ຣັດເຊຍ.

ທ່ານແບຣດ ບາວແມນ (Brad Bowman), ຜູ້ອຳນວຍການອະວຸໂສຂອງສູນກາງດ້ານການທະຫານ ແລະອຳນາດທາງດ້ານການເມືອງ ຢູ່ທີ່ມູນນິທິປ້ອງກັນປະຊາທິປະໄຕ, ໄດ້ກ່າວຍ້ອງຍໍຕໍ່ "ຄວາມຄືບໜ້າທີ່ສຳຄັນ ແລະໃນທາງບວກ" ກ່ຽວກັບການໃຊ້ຈ່າຍ, ແຕ່ກ່າວເຕືອນວ່າ "ຍັງມີອີກຫຼາຍຢ່າງທີ່ຈະຕ້ອງເຮັດໃຫ້ສໍາເລັດ."

ທ່ານ ບາວແມນ ກ່າວຕໍ່ VOA ວ່າ "ທຸກໆການກະທໍາທີ່ບໍ່ຫົວຊາຕໍ່ຄໍາຫມັ້ນທີ່ສໍາຄັນຂອງຕົນ ແລະບໍ່ສາມາດບັນລຸຕໍ່ພື້ນຖານຂອງການໃຊ້ຈ່າຍໃນປີນີ້ ຈໍາເປັນຈະຕ້ອງມີການອະທິບາຍທີ່ຈິງຈັງ. ພວກເຮົາເຫັນການບຸກລຸກທີ່ຮ້າຍແຮງທີ່ສຸດໃນຢູໂຣບ ນັບຕັ້ງແຕ່ສົງຄາມໂລກຄັ້ງທີສອງ. ແລ້ວລັດຖະບານທີ່ຍັງເຫຼືອຢູ່ນັ້ນ ພັດກໍາລັງລໍຖ້າຫຍັງຢູ່?”

ແຜນທີ່ສະແດງການໃຊ້ຈ່າຍດ້ານຄວາມໝັ້ນຄົງ ຂອງພັນທະມິດຢູໂຣບ ອົງການ NATO.
ແຜນທີ່ສະແດງການໃຊ້ຈ່າຍດ້ານຄວາມໝັ້ນຄົງ ຂອງພັນທະມິດຢູໂຣບ ອົງການ NATO.

ໂປແລນ ແລະ ສະຫະລັດ ຄາດວ່າຈະເປັນຜູ້ນໍາພາ ໃນການໃຊ້ຈ່າຍດ້ານການປ້ອງກັນຂອງອົງການ NATO ໃນຂະນະທີ່ປະເທດອື່ນໆ ຈະຄິດໄລ່ເປັນເປີເຊັນຂອງ GDP ໃນແຕ່ລະປະເທດ, ໃນລະຫວ່າງທີ່ ລຸກຊໍາເບີກ ຈະໃຊ້ງົບປະມານໜ້ອຍສຸດຂອງ GDP ເຂົ້າໃນດ້ານຄວາມໝັ້ນຄົງ.

ທ່ານ ສໂຕລເຕັນເບີກ ​ໄດ້​ເຕືອນ​ບັນດາ​ປະ​ເທດ​ສະມາຊິກ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ​ບໍ່​ໃຫ້​ອະນຸຍາດ​ໃຫ້​ມີ​ການ​ເຄື່ອນ​ໄຫວວິທີການໃດໆ​ລະຫວ່າງ​ສະຫະລັດ ​ແລະ​ສະມາຊິກອົງການ NATO ອື່ນໆ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG