ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານປິດເສັ້ນທາງ ລຳລຽງ ຂອງເນໂຕ້


ຂະບວນລົດບັນທຸກ ທີ່ລຳລຽງສຳພາລະ ໄປໃຫ້ກຳລັງອົງການເນໂຕ້ ໃນອັຟການິສຖານ ພວມເດີນທາງ ຜ່ານເມືອງ Chaman ຫົວເມືອງຊາຍແດນ ປາກິສຖານ (30 ກັນຍາ 2010)
ຂະບວນລົດບັນທຸກ ທີ່ລຳລຽງສຳພາລະ ໄປໃຫ້ກຳລັງອົງການເນໂຕ້ ໃນອັຟການິສຖານ ພວມເດີນທາງ ຜ່ານເມືອງ Chaman ຫົວເມືອງຊາຍແດນ ປາກິສຖານ (30 ກັນຍາ 2010)

ປາກິສຖານໄດ້ປິດເສັ້ນທາງລໍາລຽງປັດໄຈທີ່ສໍາຄັນສາຍນຶ່ງ ສຳລັບກຳລັງຂອງອົງການເນໂຕ້ ໃນອັຟການິສຖານ ລຸນຫຼັງການໂຈມຕີທາງອາກາດຂ້າມຊາຍແດນຂອງອົງການ ເນໂຕ້ ທີ່ປາກິສຖານເວົ້າວ່າ ໄດ້ສັງຫານທະຫານ ຂອງຕົນ 3 ຄົນນັ້ນ.

ລົດບັນທຸກທີ່ລໍາລຽງສໍາພາລະແລະນໍ້າມັນເຊື້ອໄຟສໍາລັບກໍາ ລັງນາໆຊາດ ໄດ້ພາກັນຈອດເປັນແຖວລຽງລາຍທີ່ດ່ານ ຂ້າມຊາຍແດນ Torkham ໃນເຂດຊົນເຜົ່າ Khyber ຂອງປາກິສຖານ ໃນວັນພະຫັດວານນີ້ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກການໂຈມຕີທາງອາກາດຂອງອົງການເນໂຕ້ ຊຶ່ງເຈົ້າ ໜ້າທີ່ປາກິສຖານລາຍງານວ່າ ເປັນການໂຈມຕີຄັ້ງທີ 4 ໃນໄລຍະສອງສາມມື້ຜ່ານມານີ້. ສໍາພາລະສ່ວນໃຫຍ່ສໍາລັບ ກໍາລັງຂອງອົງການເນໂຕ້ ໃນອັຟການິສຖານ ແມ່ນລຳລຽງ ຜ່ານປາກິສຖານ.

ເຈົ້າໜ້າທີ່ປາກິສຖານກ່າວວ່າ ຂະບວນລົດລຳລຽງ ໄດ້ຖືກສັ່ງໃຫ້ຢຸດຍ້ອນເຫດຜົນໃນດ້ານ ຄວາມປອດໄພແຕ່ບໍ່ໄດ້ແຈ້ງລາຍລະອຽດໃຫ້ຊາບ.

ໃນຕອນເຊົ້າຂອງວັນພະຫັດວານນີ້ ກອງທັບປາກິສຖານກ່າວວ່າ ເຮືອບິນເຮລີຄອບເຕີ້ຂອງ ອົງການເນໂຕ້ ໄດ້ໂຈມຕີດ່ານກວດຂອງກຳລັງຮັກສາຄວາມສະຫງົບປາກິສຖານ ໃນເຂດ ຊົນເຜົ່າ Kurram ໃກ້ໆຊາຍແດນອັຟການິຖສານ. ໂຄສົກຄົນນຶ່ງຂອງກອງທັບກ່າວວ່າ ທະຫານປາກິສຖານໄດ້ຍິງປືນເຕືອນ ໃສ່ເຮືອບິນເຮລີຄອບເຕີ້ ທີ່ໄດ້ຕອບໂຕ້ຄືນ ດ້ວຍການ ຍິງລູກສອນໄຟໂຈມຕີ ທີ່ໄດ້ສັງຫານທະຫານປາກິສຖານ 3 ຄົນ ແລະໄດ້ຮັບບາດເຈັບອີກ 3 ຄົນ.

ອົງການເນໂຕ້ກ່າວວ່າ ເຮືອບິນຂອງຕົນ ໄດ້ບິນເຂົ້າໄປ ໃນເຂດອາກາດປາກິສຖານ ເປັນ ເວລາສັ້ນໆ ໃນວັນພະຫັດວານນີ້ ຂະນະທີ່ຊອກຫາ ພວກຫົວຮຸນແຮງທີ່ພວມພະຍາຍາມ ໂຈມຕີຖານທັບແຫ່ງນຶ່ງ ຂອງກຳລັງປະສົມ ຢູ່ໃນແຂວງປັກເຕຍ ຂອງອັຟການິສຖານ.

XS
SM
MD
LG