ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາໂຕ້ວ່າ ນິວເຄລຍ ອາດຈຳເປັນ


ເລຂາທິການໃຫຍ່ ຂອງອົງການນາໂຕ້ ທ່ານ ANDERS FOGH RASMUSSEN ກ່າວວ່າ ກຸ່ມພັນທະມິດນາໂຕ້ ອາດຈຳເປັນ ຕ້ອງໄດ້ມີແຜນການ ຮັບມືດ້ານນິວເຄລຍ ຕໍ່ອັນທີ່ທ່ານເອີ້ນວ່າ ບັນດາປະເທດໂລເລ ໄຮ້ເຫດຜົນ ແລະກຸ່ມອື່ນໆ ທີ່ມີອາວຸດນິວເຄລຍ ຢູ່ໃນຄວາມຄອບຄອງ. ທ່ານ RASMUSSEN ກ່າວວ່າ ບັນດາລັດຖະມົນຕີ ຂອງອົງການນາໂຕ້ ໄດ້ປະຊຸມກັນ ທີ່ແອັດສະທົວເນຍ ໃນມື້ວານນີ້ ກ່ຽວກັບ ບັນດາປະເທດ ສະມາຊິກ ຕ້ອງໄດ ້ດຳເນີນງານ ໄປສູ່ການ ຫລຸດກຳລັງ ອາວຸດນິວເຄລຍ. ແຕ່ທ່ານເວົ້າວ່າ ກຸ່ມພັນທະມິດນາໂຕ້ ຕ້ອງໄດ້ສົນທະນາ ຫາລືກັນ ກ່ຽວກັບວ່າ ຄວນຈະມີ ການນຳໃຊ້ ອາວຸດນິວເຄລຍສນາມ ເພື່ອຮັບມື ຫລືສະກັດກັ້ນ ການກໍ່ການຮ້າຍ ຫລືບໍ່. ສະມາຊິກ ຂອງອົງການນາໂຕ້ ບາງປະເທດ ຢາກໃຫ້ສະຫະລັດ ຖອນອາວຸດນິວເຄລຍສນາມ ອອກໄປຈາກ ແບລຢຽມ ເຢຍຣະມັນ ອີຕາລີ ເນເທີແລນ ແລະເຕີກກີ. ແຕ່ເປັນທີ່ ປາກົດວ່າ ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ HILLARY CLINTON ໄດ້ປະຕິເສດ ເຖິງຄວາມເປັນໄປໄດ້ ໃນການເຄື່ອນໄຫວ ດັ່ງກ່າວ ໃນວັນພະຫັດວານນີ້ ໂດຍຢ່າງນ້ອຍ ກໍຈົນຮອດ ເວລາທີ່ຣັດເຊຍ ໄດ້ຖອນລະເບີດນິວເຄລຍຂອງຕົນ ອອກໄປເສຍກ່ອນ.

XS
SM
MD
LG