ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເນ​ໂຕ້ບໍ່​ໄດ້​ຂະ​ຫຍາຍ​ໂຕ​ອອກ​ໄປ​ທາງ​ຕາ​ເວັນ​ອອກ​ໄປ​ຫາ​ຂົງ​ເຂດ​ເອ​ເຊຍ, ​ອີງ​ຕາມຄຳ​ເວົ້າຂອງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ ສ​ຫລ


ເອກອັກຄະລັດຖະທູດສະຫະລັດປະຈຳອົງການເນໂຕ້ ທ່ານນາງ Julianne Smith ກ່າວ​ຕໍ່​ປະ​ເທດ​ພັນ​ທະ​ມິດຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ເນ​ໂຕ້ໃນ​ນະ​ຄອນ​ຫລວງ​ບ​ຣັ​ສ​ເຊີ​ລ​ສ໌, ວັນ​ທີ 15 ກຸມ​ພາ, 2022. ທ່ານ​ນາງ​ກ່າວໃນ​ວັນ​ທີ 12 ກໍ​ລະ​ກົດວ່າ​ກຸ່ມ​ດັ່ງ​ກ່າວ "ບໍ່​ຮັບ​ສະ​ມາ​ຊິກຈ​ກາ​ເຂດອິນ​ໂດ-ປາ​ຊິ​ຟິກ.”
ເອກອັກຄະລັດຖະທູດສະຫະລັດປະຈຳອົງການເນໂຕ້ ທ່ານນາງ Julianne Smith ກ່າວ​ຕໍ່​ປະ​ເທດ​ພັນ​ທະ​ມິດຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ເນ​ໂຕ້ໃນ​ນະ​ຄອນ​ຫລວງ​ບ​ຣັ​ສ​ເຊີ​ລ​ສ໌, ວັນ​ທີ 15 ກຸມ​ພາ, 2022. ທ່ານ​ນາງ​ກ່າວໃນ​ວັນ​ທີ 12 ກໍ​ລະ​ກົດວ່າ​ກຸ່ມ​ດັ່ງ​ກ່າວ "ບໍ່​ຮັບ​ສະ​ມາ​ຊິກຈ​ກາ​ເຂດອິນ​ໂດ-ປາ​ຊິ​ຟິກ.”

ສະຫະລັດ​ກຳນົດ​ຂອບ​ເຂດການ​ເຂົ້າ​ເຖິງ​ຂອງ​ເນ​ໂຕ້​ໃນ​ຂົງ​ເຂດ​ອິນ​ໂດ-​ປາຊີ​ຟິກ, ​ໂດຍ​ກ່າວ​ວ່າ ການ​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ທ້າ​ທາຍ​ທີ່​ຈີນສ້າງ​ຂຶ້ນ​ ບໍ່​ໄດ້​ເປັນ​ສັນຍານ​ທີ່​ຈະ​ເຊື້ອ​ເຊີນໃຫ້​ບັນດາ​ປະ​ເທດເ​ອເຊຍ​ເຂົ້າ​ຮ່ວມ​ກຸ່ມ​ດັ່ງກ່າວ.

ໃນ​ການກ່າວ​ຄຳ​ເຫັນ​ຢູ່ນອກກອງ​ປະຊຸມ​ສຸດ​ຍອດເນ​ໂຕ້ ທີ່​ປະ​ເທດລີ​ທົວ​ເນຍ​ໃນ​ວັນ​ພຸດ​ວານ​ນີ້, ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະຈຳ​ອົງການເນ​ໂຕ້ ທ່ານນາງຈູ​ລຽນ ສ​ມິດ (Julianne Smith) ກ່າວ​ຕໍ່ວີ​ໂອ​ເອວ່າ "ພວກ​ເຮົາ​ບໍ່​ໄດ້​ເອົ​າສະມາຊິກ​ຈາກ​ຂົງ​ເຂດອິນ​ໂດ-​ປາຊີ​ຟິກມາ​ເຂົ້າ​ເພີ້ມ."

ທ່ານນາງກ່າວວ່າ "ພວກເຮົາກຳລັງທັບ​ມ້າງສິ່ງກີດຂວາງລະຫວ່າງພັນທະມິດ ໃນ​ເຂດ​ແອັດ​ແລນ​ຕິກຂອງອາເມ​ຣິ​ກາ ແລະພັນທະມິດໃນ​ເຂດປາຊີຟິກຂອງອາເມ​ຣິ​ກາ ເພື່ອ ເບິ່ງສິ່ງທ້າທາຍທີ່​ຄື​ກັນເຊັ່ນ: ຄວາມປອດໄພທາງອິນເຕີແນັດ, ເທັກໂນໂລຈີທີ່ກຳ​ລັງພົ້ນເດັ່ນຂຶ້ນ ແລະສ້າງ​ການລົບກວນ, ຄວາມໝັ້ນ​ຄົງທາງທະເລ". "ມີຫຼາຍໆບັນຫາທີ່ພວກເຮົາສາມາດຮຽນຮູ້ຈາກກັນແລະກັນໄດ້ ໂດຍບໍ່ມີການນໍາເອົາປະ​ເທດ​ໃດຈາກ ຂົງເຂດອິນໂດ-ປາຊີຟິກ ເຂົ້າມາ​ເປັນພັນທະມິດຢ່າງເປັນທາງການ."

ປັກກິ່ງໄດ້ຕຳ​ໜິຖະແຫຼງການຮ່ວມຂອງອົງການເນໂຕ້ໃນອາທິດນີ້ ທີ່ກ່າວວ່າ ຈີນທ້າທາຍຕໍ່ຜົນປະໂຫຍດ ແລະຄວາມໝັ້ນ​ຄົງຂອງກຸ່ມ​ໂດຍ "ນະໂຍບາຍທີ່​ມີ​ການບີບບັງຄັບ." ນັກ​ການ​ທູດ​ຈີນ​ຄົນ​ນຶ່ງ​ກ່າວ​ວ່າ ຖະ​ແຫຼງ​ການນັ້ນ​ບໍ່ໄດ້​ສົນ​ໃຈຕໍ່​ຂໍ້​ເທັດ​ຈິງ ແລະ​ບິດ​ເບືອນ​ທ່າ​ທີ​ຂອງ​ປັກ​ກິ່ງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG