ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ກ່າວວ່າ ຖານຍິງລູກສອນໄຟ ໃນ ໂຣມາເນຍ ລະເມີດສົນທິສັນຍາ


Russia: NATO Missile Defense Site in Romania Violates Treaty
please wait

No media source currently available

0:00 0:02:14 0:00

ຣັດເຊຍໄດ້ກ່າວຫາສະຫະລັດວ່າ ລະເມີດສົນທິສັນຍາສາກົນໂດຍເປີດໃຊ້ສ່ວນນຶ່ງຂອງ ໂຄງການປ້ອງກັນລູກສອນໄຟຂີປະນາວຸດ ຢູ່ທີ່ຖານທັບອາກາດອົງ ການ NATO ໃນ ປະເທດ Romania. ເມື່ອວັນພະຫັດອາທິດແລ້ວນີ້ ບັນດາເຈົ້າໜ້າທີ່ອົງການ NATO ໄດ້ເລີ້ມເປີດໃຊ້ ລະບົບປ້ອງກັນລູກສອນໄຟ ຢູ່ປະເທດ ຊຶ່ງຄັ້ງນຶ່ງເຄີຍເປັນເຂດອິດທິພົນ ຂອງຣັດເຊຍ. ມົສກູໄດ້ປະນາມໃນທັນທີຕໍ່ການ ເຄື່ອນໄຫວດັ່ງກ່າວ ໂດຍເອີ້ນລະບົບ ປ້ອງກັນນີ້ວ່າ ເປັນການຂົ່ມຂູ່ ຕໍ່ຂົງເຂດ. Zlatica Hoke ມີລາຍງານ ຊຶ່ງ ກິ່ງສະຫັວນ ຈະນຳທາສະເໜີທ່ານ.

ໃນລະຫວ່າງການກ່າວຄຳປາໄສ ໃນພິທີເປີດໃຊ້ ລະບົບປ້ອງກັນລູກສອນໄຟເມື່ອວັນ ພະຫັດ ອາ ທິດແລ້ວ ທີ່ຖານທັບອາກາດ Deveselu ຢູທາງພາກໃຕ້ຂອງປະເທດ Romania ນັ້ນ ທ່ານ Jens Stoltenberg ຫົວໜ້າອົງການ NATO ໄດ້ຢືນຢັດວ່າ ລະບົບປ້ອງກັນລູກສອນໄຟມູນຄ່າ 800 ລ້ານໂດລາ ບໍ່ມີຈຸດປະສົງທີ່ຈະໃຊ້ເປັນການ ຂົ່ມຂູ່ໃດໆ.

ທ່ານ Stoltenberg ກ່າວວ່າ “ລະບົບປ້ອງກັນລູກສອນໄຟນີ້ ມີສຳລັບໄວ້ສຳລັບປ້ອງ ກັນ. ມັນເປັນລະບົບປ້ອງກັນ. ມັນບໍ່ໄດ້ບ່ອນທຳລາຍຫລືເຮັດໃຫ້ຍຸດທະສາດ ໃນການ ສະກັດກັ້ນນິວເຄລຍຂອງຣັດເຊຍອ່ອນແອລົງ ແຕ່ຢ່າງໃດເລີຍ.”

ບັນດາເຈົ້າໜ້າທີ່ສະຫະລັດກ່າວວ່າ ລະບົບດັ່ງກ່າວແມ່ນອອກແບບເພື່ອປົກປ້ອງ ຢູໂຣບ ຈາກການຂົ່ມຂູ່ທາງດ້ານນິວເຄລຍໂດຍອີຣ່ານແລະເກົາຫລີເໜືອ. ມົສກູໄດ້ຄັດຄ້ານຢ່າງ ແຂງຂັນຕໍ່ການຕິດຕັ້ງລະບົບລູກສອນໄຟນີ້.

ທ່ານນາງ Maria Zakharova ໂຄສົກ ກະຊວງຕ່າງປະເທດຣັດເຊຍ ກ່າວວ່າ “ພວກເຮົາພິຈາລະນາວ່າ ການຕິດຕັ້ງຖານຍິງທາງພາກພື້ນດິນດັ່ງກ່າວ ເປັນການຂັດ ແຍ້ງຕໍ່ນຶ່ງ ໃນຂໍ້ກຳໜົດ ຂອງສົນທິສັນຍາວ່າດ້ວຍ ກຳລັງນິວເຄລຍໃນໄລຍະ ປານກາງ ຫຼື INF. ເພາະສະນັ້ນ ສະຫະລັດຈຶ່ງໄດ້ລະເມີດຕໍ່ສົນທິສັນຍາ INF ທີ່ຈະຕ້ອງໄດ້ ປະ ກາດຢ່າງ ເປີດເຜີຍແລະໂດຍປາດສະຈາກໜັງສືການທູດເພີ່ມເຕີມໃດໆ.”

ປະຊາຊົນຊາວຣັດເຊຍທຳມະດາສາມັນຍັງມອງເຫັນວ່າ ຖານຍິງລູກສອນໄຟຢູ່ໃນ Romania ເປັນໄພຂົ່ມຂູ່ຕໍ່ຣັດເຊຍ.

ທ່ານ Pavel Felgenhauer ນັກວິເຄາະອິດສະຫຼະດ້ານທະຫານ ກ່າວວ່າ “ການຂົ່ມຂູ່ ທີ່ສຳຄັນຂອງຖານຍິງໃນ Romania ແມ່ນເບິ່ງກັນວ່າ ບໍ່ກ່ຽວກັບການປ້ອງກັນລູກ ສອນໄຟຫຍັງໝົດ. ລະບົບປ້ອງກັນລູກສອນໄຟດັ່ງກ່າວນີ້ ເປັນພຽງສາກບັງໜ້າ ແລະ ານທັບດັ່ງກ່າວຈະເປັນຖານຍິງລູກສອນໄຟໄລຍະໃກ້ແລະໄລຍະ ປານກາງ. ອີງຕາມ ຊາວຣັດເຊຍບາງຄົນແລ້ວ ນີ້ແມ່ນຖານທັບທີ່ໃຊ້ໃນການໂຈມເພື່ອລົງມືກ່ອນທາງດ້ານ ນິວເຄລຍ ແລະຖານທັບນີ້ຕັ້ງຢູ່ໃນ Romania ກໍແມ່ນ ວ່າເພື່ອທຳລາຍ ຫລືສັງຫານ Putin ນັ້ນເອງ.”

ແຕ່ວ່າ ຊາວ Romani ຫລາຍຄົນເຊື່ອວ່າມັນປ້ອງກັນເຂົາເຈົ້າຈາກການຮຸກຮາມ ຂອງ ຣັດເຊຍ.

ທ່ານ Martin Palos ຊາວເມືອງ Deveselu ກ່າວວ່າ “ບັດນີ້ ກຳລັງຂອງອົງການ NATO ໄດ້ມາໃຫ້ການປົກປ້ອງຄວາມປອດໄພແກ່ພວກເຮົາ. ຣັດເຊຍຈະບໍ່ມາທີ່ນີ້ອີກ. ເຂົາເຈົ້າ ຈະບໍ່ມີຄວາມກ້າຫານມາທີ່ນີ້ອີກ. ບັດນີ້ພວກເຮົາກຳລັງຢູ່ຢ່າງອິດສະລະພາບ.”

ລະບົບປ້ອງກັນລູກສອນໄຟແມ່ນກາງຕໍ່ເຣດາຕ່າງໆ ເພື່ອຕິດຕາມເບິ່ງການຍິງລູກສອນ ໄຟຂີປະນາວຸດຂຶ້ນສູ່ອະວະກາດ ແລະສາມາດຍິງຈະຫລວດຂຶ້ນໄປທຳ ລາຍມັນ ກ່ອນທີ່ ລູກສອນໄຟເຫຼົ່ານັ້ນ ຈະກັບຄືນເຂົ້າມາສູ່ບັນຍາກາດຂອງໂລກ. ແຕ່ໃນຂະນະດຽວກັນ ກໍມີຄວາມເປັນຫ່ວງຢ້ານວ່າ ມົສກູອາດຈະຕິດຕັ້ງອາວຸດທີ່ສາມາດທຳລາຍຖານທັບຢູ່ໃນ Romania ກ່ອນທີ່ຈະຍິງລູກຈະຫຼວດນັ້ນ.

ທ່ານ Felgenghauer ກ່າວວ່າ “ນີ້ອາດຈະເປັນການລະເມີດຕໍ່ສົນທິສັນຍາ INF ຢ່າງສິ້ນເຊີງ.”

ບັນດານັກວິເຄາະກ່າວວ່າ ການລະເມີດໃດໆກໍຕາມ ຕໍ່ສົນທິສັນຍາປີ 1987 ທີ່ໄດ້ຫ້າມ ລູກສອນໄຟ cruise ແລະລູກສອນໄຟຂີປະນາວຸດຫລາຍໆຊະນິດນັ້ນ ອາດກໍ່ໃຫ້ເກີດ ການແຂ່ງຂັນອາວຸດນິວເຄລຍຮອບໃໝ່ ໃນຢູໂຣບອີກ ກໍເປັນໄດ້.

ໃນລະຫວ່າງການກ່າວຄຳປາໄສ ໃນພິທີເປີດໃຊ້ ລະບົບປ້ອງກັນລູກສອນໄຟເມື່ອວັນພະ ຫັດ ອາທິດແລ້ວ ທີ່ຖານທັບອາກາດ Deveselu ຢູທາງພາກໃຕ້ຂອງປະເທດ Romania ນັ້ນ ທ່ານ Jens Stoltenberg ຫົວໜ້າອົງການ NATO ໄດ້ຢືນຢັດວ່າລະບົບປ້ອງກັນລູກ
ສອນໄຟມູນຄ່າ 800 ລ້ານໂດລາ ບໍ່ມີຈຸດປະສົງທີ່ຈະໃຊ້ເປັນການຂົ່ມຂູ່ໃດໆ.

ທ່ານ Stoltenberg ກ່າວວ່າ “ລະບົບປ້ອງກັນລູກສອນໄຟນີ້ ມີສຳລັບໄວ້ສຳລັບປ້ອງ ກັນ. ມັນເປັນລະບົບປ້ອງກັນ. ມັນບໍ່ໄດ້ບ່ອນທຳລາຍຫລືເຮັດໃຫ້ຍຸດທະສາດ ໃນການ ສະກັດກັ້ນນິວເຄລຍຂອງຣັດເຊຍອ່ອນແອລົງ ແຕ່ຢ່າງໃດເລີຍ.”

ບັນດາເຈົ້າໜ້າທີ່ສະຫະລັດກ່າວວ່າ ລະບົບດັ່ງກ່າວແມ່ນອອກແບບເພື່ອປົກປ້ອງ ຢູໂຣບ ຈາກການຂົ່ມຂູ່ທາງດ້ານນິວເຄລຍໂດຍອີຣ່ານແລະເກົາຫລີເໜືອ. ມົສກູໄດ້ຄັດຄ້ານຢ່າງ ແຂງຂັນຕໍ່ການຕິດຕັ້ງລະບົບລູກສອນໄຟນີ້.

ທ່ານນາງ Maria Zakharova ໂຄສົກ ກະຊວງຕ່າງປະເທດຣັດເຊຍກ່າວວ່າ "ພວກເຮົາ ພິຈາລະນາວ່າ ການຕິດຕັ້ງຖານຍິງທາງພາກພື້ນດິນດັ່ງກ່າວ ເປັນການຂັດແຍ້ງຕໍ່ນຶ່ງ ໃນຂໍ້ກຳໜົດ ຂອງສົນທິສັນຍາວ່າດ້ວຍ ກຳລັງນິວເຄລຍໃນໄລຍະ ປານກາງຫຼື INF. ເພາະສະນັ້ນ ສະຫະລັດຈຶ່ງໄດ້ລະເມີດຕໍ່ສົນທິສັນຍາ INF ທີ່ຈະຕ້ອງໄດ້ປະກາດຢ່າງ ເປີດເຜີຍແລະໂດຍປາດສະຈາກໜັງສືການທູດເພີ່ມເຕີມໃດໆ.”

ປະຊາຊົນຊາວຣັດເຊຍທຳມະດາສາມັນຍັງມອງເຫັນວ່າ ຖານຍິງລູກສອນໄຟຢູ່ໃນ Romania ເປັນໄພຂົ່ມຂູ່ຕໍ່ຣັດເຊຍ.

ທ່ານ Pavel Felgenhauer ນັກວິເຄາະອິດສະຫຼະດ້ານທະຫານກ່າວວ່າ “ການຂົ່ມຂູ່ ທີ່ສຳຄັນຂອງຖານຍິງໃນ Romania ແມ່ນເບິ່ງກັນວ່າ ບໍ່ກ່ຽວກັບການປ້ອງກັນລູກ ສອນໄຟຫຍັງໝົດ. ລະບົບປ້ອງກັນລູກສອນໄຟດັ່ງກ່າວນີ້ ເປັນພຽງສາກບັງໜ້າ ແລະ ຖານທັບດັ່ງກ່າວຈະເປັນຖານຍິງລູກສອນໄຟໄລຍະໃກ້ແລະໄລຍະປານກາງ. ອີງຕາມ
ຊາວຣັດເຊຍບາງຄົນແລ້ວ ນີ້ແມ່ນຖານທັບທີ່ໃຊ້ໃນການໂຈມຕີ ເພື່ອລົງມືກ່ອນທາງ ດ້ານນິວເຄລຍ ແລະຖານທັບນີ້ຕັ້ງຢູ່ໃນ Romania ກໍແມ່ນວ່າເພື່ອທຳລາຍ ຫລືສັງ ຫານ Putin ນັ້ນເອງ.”

ແຕ່ວ່າຊາວ Romani ຫລາຍຄົນເຊື່ອວ່າມັນປ້ອງກັນເຂົາເຈົ້າຈາກການຮຸກຮາມຂອງ ຣັດເຊຍ.

ທ່ານ Martin Palos ຊາວເມືອງ Deveselu ກ່າວວ່າ “ບັດນີ້ ກຳລັງຂອງອົງການ NATO ໄດ້ມາໃຫ້ການປົກປ້ອງຄວາມປອດໄພແກ່ພວກເຮົາ. ຣັດເຊຍຈະບໍ່ມາທີ່ນີ້ອີກ. ເຂົາເຈົ້າຈະບໍ່ມີຄວາມກ້າຫານມາທີ່ນີ້ອີກ. ບັດນີ້ພວກເຮົາກຳລັງຢູ່ຢ່າງອິດສະລະພາບ"

ລະບົບປ້ອງກັນລູກສອນໄຟແມ່ນກາງຕໍ່ເຣດາຕ່າງໆ ເພື່ອຕິດຕາມເບິ່ງການຍິງລູກສອນ ໄຟຂີປະນາວຸດຂຶ້ນສູ່ອະວະກາດ ແລະສາມາດຍິງຈະຫລວດຂຶ້ນໄປທຳ ລາຍມັນ ກ່ອນທີ່ ລູກສອນໄຟເຫຼົ່ານັ້ນ ຈະກັບຄືນເຂົ້າມາສູ່ບັນຍາກາດຂອງໂລກ. ແຕ່ໃນຂະນະດຽວກັນ ກໍມີຄວາມເປັນຫ່ວງຢ້ານວ່າ ມົສກູອາດຈະຕິດຕັ້ງອາວຸດທີ່ສາມາດທຳລາຍຖານທັບຢູ່ໃນ Romania ກ່ອນທີ່ຈະຍິງລູກຈະຫຼວດນັ້ນ.

ທ່ານ Felgenghauer ກ່າວວ່າ “ນີ້ອາດຈະເປັນການລະເມີດຕໍ່ສົນທິສັນຍາ INF ຢ່າງສິ້ນເຊີງ.”

ບັນດານັກວິເຄາະກ່າວວ່າ ການລະເມີດໃດໆກໍຕາມ ຕໍ່ສົນທິສັນຍາປີ 1987 ທີ່ໄດ້ຫ້າມ ລູກສອນໄຟ cruise ແລະລູກສອນໄຟຂີປະນາວຸດຫລາຍໆຊະນິດນັ້ນ ອາດກໍ່ໃຫ້ເກີດ ການແຂ່ງຂັນອາວຸດນິວເຄລຍຮອບໃໝ່ ໃນຢູໂຣບອີກ ກໍເປັນໄດ້.

During the inauguration speech Thursday at the Deveselu Air Base in southern Romania, NATO chief Jens Stoltenberg insisted that the $800 million missile shield is not intended as a threat.

"Missile defense is for defense. It is defensive. It does not undermine or weaken Russia's strategic nuclear deterrent."

U.S. officials say the system is designed to protect Europe from the nuclear threat posed by Iran and North Korea. Moscow has been fiercely opposed to it.

"We consider the deployment of such launching platforms on land as contradicting one of the key provisions of the Intermediate-Range Nuclear Forces Treaty. Thereby, the United States has violated the INF Treaty, which has to be declared openly and without any additional diplomatic missives."

Many ordinary Russians also see the Romanian base as a threat to Russia.

"The main threat of the Romanian base is seen that this is not really about missile defense at all, that this missile defense is just a cover and this base is going to house shorter range or medium range missiles. This ((according to some Russians)) is the first-strike, decapitating base, and it's based in Romania to basically destroy - kill Putin."

But many Romanians believe it protects them from a Russian invasion.

"Now they ((NATO forces)) have come to give us security. The Russians will no longer come here. They won't have the courage to come here. We are now living in freedom."

The missile shield relies on radars to detect the launch of a ballistic missile into space and can send rockets to destroy it before it re-enters the earth's atmosphere. There are concerns that Moscow will deploy weapons that are able to destroy NATO's Romanian base before it ever launches a missile.

"This would be in total breach of the INF treaty."

Analysts say a breach of the 1987 treaty that bans many kinds of cruise and ballistic missiles could spark another nuclear arms race in Europe.

XS
SM
MD
LG