ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໓ ມີນາ ໒໐໒໓

ເນໂຕ້ທົດສອບ ລະບົບປ້ອງກັນລູກສອນໄຟ ໄດ້ຢ່າງສໍາເລັດຜົນ


ທ່ານ Anders Fogh Rasmussen ຫົວໜ້າກຸ່ມເນໂຕ້. ວັນທີ 14 ພຶດສະພາ 2012.

ທ່ານ Anders Fogh Rasmussen ຫົວໜ້າ​ກຸ່ມ​ເນ​ໂຕ້ ກ່າວ​ວ່າພັນທະ​ມິດ​ເນ​ໂຕ້​ໄດ້​ທໍາ​ການ​ທົດ​ສອບ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟຂອງ​ຕົນ​ສໍາລັບ​ຢູ​ໂຣບນັ້ນ ຢ່າງ​ສໍາ​ເລັດ​ຜົນ.

​ໃນ​ບົດຄິດ​ເຫັນ​ທີ່ຂຽນ​ລົງ​ໃນ​ໜັງສືພິມ The Wall Street Journalທ່ານ Rasmussen ກ່າວ​ວ່າ ກຸ່ມ​ເນ​ໂຕ້​ວາງ​ແຜນ​ທີ່​ຈະ​ປະກາດໃຫ້​ຮູ້​ ກ່ຽວ​ກັບອັນ​ທີ່​ເອີ້ນ​ວ່າ “ສະມັດຖະພາບ​ຊົ່ວຄາວ” ດັ່ງກ່າວຂອງ​ລະ​ບົບ ຕໍ່ຕ້ານ​ລູກ​ສອນ​ໄຟ​ນໍາ​ວີ​ຖີຂອງ​ຕົນ ​ທີ່​ກອງ​ປະຊຸມ​ໃນ​ທ້າຍ​ເດືອນ​ນີ້. ທ່ານ Rasmussen ກ່າວຕື່ມ​ວ່າ ລະບົບ​ດັ່ງກ່າວ​ຍັງ​ຈະ​ຢູ​ໃນ​ລະດັບ​ຈໍາກັດ​ຢູ່ ​ແຕ່​ການ​ພັດທະນາ​ລະບົບ​ນີ້​ຂຶ້ນ​ມາ ຈະ​ເປັນ​ຂີດ​ໝາຍ​ຂອງ​ບາດກ້າວ​ທີ່​ແທ້​ຈິງ​ທໍາ​ອິດ​ ໄປ​ສູ່​ການ​ປົກ​ປ້ອງພວກ​ປະ​ເທດ​ສະມາຊິກ​ທັງ​ໝົດ​ຂອງ​ກຸ່ມ​ເນ​ໂຕ້​ ໃນ​ຢູ​ໂຣບນັ້ນ.

ທ່ານ Rasmussen ​ໄດ້​ເນ້ນເຖິງ​ໄພ​ຂົ່ມຂູ່​ຂອງ​ພວກ​ລູກ​ສອນໄຟຕ່າງໆ ​ໂດຍ​ກ່າວ​ວ່າ ມີ​ຫຼາຍ​ກວ່າ 30 ປະ​ເທດ​ທີ່ມີ​ເຕັກ​ໂນ​ໂລ​ຈີ​ເຊ່ນນີ້ ​ແລະວ່າ ​ໃນ​ຂະນະ​ທີ່ກຸ່ມ​ເນ​ໂຕ້​ຢາກ​ທໍາ​ການ​ແກ້​ໄຂ​ບັນຫາ​ຕ່າງໆ​ທາງ​ດ້ານ​ການ​ທູດ ​ແຕ່​ເນ​ໂຕ້​ກໍ​ຈະ​ຕ້ອງ​ສາມາດ​ຕອບ​ໂຕ້ຕໍ່​ຜູ້​ຮຸກ​ຮານ​ໃດໆ​ກໍ​ຕາມ ທີ່​ບໍ່​ຍອມຮັບ​ເອົາຄວາມ​ພະຍາຍາມ​ເຫຼົ່າ​ນັ້ນ.

ຣັດ​ເຊຍ​ຄັດຄ້ານ​ຕໍ່​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ໃນ​ຢູ​ໂຣບ ນັບ​ແຕ່ມີການລິ​ເລີ້ມ​ໂຄງ​ການ​ນີ້​ມາ ​ໂດຍ​ກ່າວ​ວ່າ ມັນ​ເປັນ​ໄພ​ຂົ່ມຂູ່​ຕໍ່​ຄວາມ​ໝັ້ນຄົງຂອງຣັດ​ເຊຍ. ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງຣັດ​ເຊຍ​ກ່າວ​ໃນຕົ້ນ​ເດືອນ​ນີ້​ວ່າ ຣັດ​ເຊຍ ກຸ່ມ​ເນ​ໂຕ້ ​ແລະ​ສະຫະລັດ​ຍັງ​ບໍ່​ທັນ​ໄດ້​ພົບ​ເຫັນ​ການ​ແກ້​ໄຂ​ທ່ີເປັນ​ທີ່​ຮັບ​ເອົາ​ໄດ້​ຈາກ​ທຸກ​ພັກ​ຝ່າຍ​ເທື່ອ.

XS
SM
MD
LG