ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັ​ນ​ດາ​ລັດ​ຖະ​ມົນ​ຕີ​ອົງ​ການ NATO ຈະ​ທົບ​ທວນ​ຄວາມ​ຕ້ອງ​ການ​ໄລ​ຍະ​ສັ້ນ ແລະ ຍາວ​ຂອງ ຢ​ູ​ເຄ​ຣນ


ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ NATO ທ່ານ ເຈັນ ສ​ໂຕ​ລ​ເທັນ​ເບີກ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ NATO, ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌, ແບ​ລ​ຈຽມ, 14 ມິ​ຖຸ​ນາ 2023.
ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ NATO ທ່ານ ເຈັນ ສ​ໂຕ​ລ​ເທັນ​ເບີກ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ NATO, ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌, ແບ​ລ​ຈຽມ, 14 ມິ​ຖຸ​ນາ 2023.

ຄວາມ​ຕ້ອງ​ການ​ດ້ານ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ ຢູ​ເຄ​ຣນ, ທັງ​ໄລ​ຍະ​ຮີບ​ດ່ວນ ແລະ ໄລ​ຍະ​ຍາວ, ແມ່ນ​ຄາດ​ວ່າ​ຈະ​ຄອບ​ງຳ​ການ​ປຶກ​ສາ​ຫາ​ລື​ເວ​ລາ​ທີ່​ບັນ​ດາ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ອົງ​ການ NATO ປະ​ຊຸມ​ກັນ​ໃນ​ວັນ​ພະ​ຫັດ​ ແລະ ວັນ​ສຸກນີ້​ຢູ່​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌, ປະ​ເທດ ແບ​ລ​ຈ້ຽມ, ບ່ອນ​ທີ່​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຢູ​ເຄ​ຣນ ທ່ານ ໂອ​ເລັກ​ຊີ ເຣ​ສ​ນິ​ກອບ ຈະ​ທຳ​ການ​ລາຍ​ງານ​ສັ້ນ​ຕໍ່​ບັນ​ດາ​ຜູ້​ເຂົ້າ​ຮ່ວມ ກ່ຽວ​ກັບ ຄວາມ​ກ້າວ​ໜ້າ​ຂອງ​ສົງ​ຄາມ.

ຮອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຢູ​ເຄ​ຣນ ທ່ານ​ນາງ ແຮນ​ນາ ມາ​ເລຍ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ໃນ​ການ​ສຳ​ພາດ​ເມື່ອ​ວັນ​ພຸດ​ວານນີ້​ວ່າ “ສິ່ງ​ທີ່​ຕ້ອງ​ການ​ຮີບ​ດ່ວນ​ທີ່​ສຸດ​ແມ່ນ​ລູກ​ປືນ​ສຳ​ລັບ​ປະ​ເທດ​ຂອງ​ທ່ານ​ນາງ​ເພື່ອ​ປ້ອງ​ກັນ​ທ້ອງ​ຟ້າ​ຂອງ​ເຂົາ​ເຈົ້າ​ຕໍ່​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ຣັດ​ເຊຍ ແລະ ຮັກ​ສາ​ຄວາມ​ພະ​ຍາ​ຍາມ​ທີ່​ລໍ​ຖ້າ​ມາ​ດົນ​ນານ​ເພື່ອ​ຍາດ​ເອົາ​ບາງ​ເຂດ​ແດນ​ທີ່ ຣັດ​ເຊຍ ຍຶດ​ໄປ ​ກັບ​ມາ​ຄືນມາ ​ທີ່​ໄດ້​ເລີ່ມ​ຕົ້​ນ​ອາ​ທິດ​ແລ້ວນີ້.

ການ​ຂໍ​ຮ້ອງ​ໄລ​ຍະ​ຍາວ​ທີ່​ຍາວກວ່າ​ຂອງ ກີ​ຢິບ ແມ່ນ​ສຳ​ລັບ​ການ​ຮັບ​ເອົາ​ເປັນ​ສະ​ມາ​ຊິກ​ຂອງ​ພັນ​ທະ​ມິດ​ທີ່​ມີ 30 ປະ​ເທດ​ກ່ອນ​ກຳ​ນົດ, ເຊິ່ງ​ແມ່ນ​ການ​ຮຽກ​ຮ້ອງ​ທີ່​ມີ​ຄວາມ​ເປັນ​ໄປ​ໄດ້ ​ທີ່​ຈະ​ໄດ້​ມີ​ການ​ໃຫ້​ການ​ທີ່​ຈິງ​ຈັງ​ກວ່າ​ເກົ່າ ເວ​ລາ​ທີ່​ບັນ​ດາ​ປະ​ມຸກ​ລັດ​ຂອງ​ອົງ​ການ NATO ພົບ​ປະ​ກັນ​ໃນ​ເດືອນ​ໜ້າ​ຢູ່​ນະ​ຄອນຫຼວງ ວິ​ລ​ນຽ​ສ ປະ​ເທດ ລິ​ທົວ​ເນຍ.

ອາ​ທິດນີ້, ບັນ​ດາ​ລັດ​ຖະ​ມົນ​ຕີ​ແມ່ນ​ຄາດ​ວ່າ​ຈະ​ທົບ​ທວນ​ຄວາມ​ຕ້ອງ​ການ​ທາງ​ທະ​ຫານ​ຂອງ ຢູ​ເຄ​ຣນ ຄືນ​ໃໝ່, ປະ​ສານ​ງານ​ການ​ເປັນ​ຄູ່​ຮ່ວມ ແລະ ທົບ​ທວນ​ຄວາມ​ສາ​ມາດ​ໃນ​ການ​ປ້ອງ​ກັນ​ປະ​ເທດ​ຂອງ​ພັນ​ທະ​ມິດ. ປະ​ເທດ​ສະ​ມາ​ຊິກ​ດັ່ງ​ກ່າວ​ແມ່ນ​ຍັງ​ໄດ້​ປຶກ​ສາ​ຫາ​ລື ກ່ຽວ​ກັບ ບາງ​ມາດ​ຕະ​ການ ​ທີ່ບໍ່​ລວມ​ມີ​ການ​ເປັນ​ສະ​ມາ​ຊິກ​ຢ່າງ​ສົມ​ບູນຂອງ​ອົງ​ການ NATO ທີ່​ອາດ​ຖືກ​ສະຫຼຸບ​ໃນ​ນະ​ຄອນຫຼວງ
ບ​ຣັ​ສ​ໂຊ​ລ​ສ໌.

ໃນ​ການ​ສຳ​ພາດ, ທ່ານ​ນາງ ມາ​ເລຍ ໄດ້​ກ່າວ​ວ່າ​ກອງ​ກຳ​ລັງ ຢູ​ເຄ​ຣນ ແມ່ນ​ກຳ​ລັງ​ກ້າວ​ໄປ​ໜ້າ “ເທື່ອ​ລະ​ກ້າວ” ໃນ​ພາກ​ຕາ​ເວັນ​ອອກ ແລະ ໃຕ້​ຂອງ​ປະ​ເທດ ແລະ ໄດ້​ຍຶດ​ເອົາ​ເຂດ​ແດນ 90 ຕາ​ກິ​ໂລ​ແມັດມາ​ຄືນ ນັບ​ຕັ້ງ​ແຕ່​ຕອນ​ເລີ່ມ​ຕົ້ນ​ຂອງ​ການ​ໂຈມ​ຕີ​ຕອບ​ໂຕ້.

ແຕ່​ທ່ານ​ນາງ​ໄດ້​ກ່າວ​ວ່າ, ກອງ​ກຳ​ລັງ ຣັດ​ເຊຍ “ໄດ້​ຂະ​ຫຍາຍ​ການ​ລະ​ດົມ​ຍິງ​ດ້ວຍ​ປືນ​ໃຫຍ່ ແລະ ປືນ​ຄົກ, ໃຊ້​ເຮືອ​ບິນ, ເຮັດ​ໃຫ້​ມັນ​ເປັນ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ກ້າວ​ໜ້າ, ແລະ ມັນ​ກໍ​ມີ​ສະ​ພາບ​ອາ​ກາດ​ທີ່​ຫຍຸ້ງ​ຍາກ​ບາງ​ຄັ້ງ​ເຊັ່ນ​ກັນ.”

ທ່ານ​ນາງ​ໄດ້​ກ່າວ​ຕື່ມ​ວ່າທະ​ຫານ​ບົກ ຣັດ​ເຊຍ ແມ່ນ​ກໍ​ກຳ​ລັງ​ດຳ​ເນີນ​ການ​ປະ​ຕິ​ບັດ​ການ​ໂຈມ​ຕີ​ຂອງ​ພວກ​ເຂົາ​ເອງ​ໃນ​ບາງ​ສະ​ຖານ​ທີ່​ເຊັ່ນ​ກັນ, ແລະວ່າ​ກອງ​ກຳ​ລັງ ຢູ​ເຄ​ຣນ “ໃນ​ປັດ​ຈຸ​ບັນ​ນີ້​ແມ່ນ​ກຳ​ລັງ​ຢູ່​ໃນ​ຂັ້ນ​ຕອນ​ການ​ໂຈມ​ຕີ ແລະ ປ້ອງ​ກັນ​.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG