ປະເທດໃນຢູໂຣບບາງປະເທດ ອາດຈະຖືກຕັດຂາດ ຈາກການໄດ້ຮັບຂໍ້ມູນດ້ານສືບລັບແລະຂໍ້ມູນທີ່ສຳຄັນອື່ນໆ ຈາກສະຫະລັດ ຖ້າບັນດາປະເທດເຫຼົ່ານີ້ຫາກຍັງສືບຕໍ່ຂະຫຍາຍຄວາມສຳພັນກັບບໍລິສັດເທັກໂນໂລຈີຂອງຈີນ.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ອອກຄຳເຕືອນໃນວັນພະຫັດວານນີ້ຫຼັງຈາກກອງປະຊຸມລັດຖະມົນຕີການຕ່າງປະເທດ ຂອງອົງການເນໂຕ້ ທີ່ນະຄອນຫຼວງວໍຊິງຕັນ.
ທ່ານພອມພຽວ ກ່າວວ່າ “ພວກເຮົາໄດ້ເຮັດບົດວິເຄາະກ່ຽວກັບຄວາມສ່ຽງຂອງພວກເຮົາແລ້ວ ພວກເຮົາໄດ້ແບ່ງປັນໃຫ້ພັນທະມິດຂອງພວກເຮົາ ໃນອົງການເນໂຕ້ຊາບນຳ ພ້ອມກັບທຸກໆປະເທດໃນທົ່ວໂລກ. ພວກເຮົາໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຖ້າຄວາມສ່ຽງ ຫາກກາຍຈຸດທີ່ເປັນອັນຕະລາຍ ສຳລັບສະຫະລັດແລ້ວ ພວກເຮົາກໍຈະບໍ່ສາມາດແບ່ງປັນຂໍ້ມູນນັ້ນ ໃຫ້ອີກຕໍ່ໄປໄດ້.”
ພວກເຈົ້າໜ້າທີ່ກະຊວງປ້ອງກັນປະເທດແລະສືບລັບຂອງສະຫະລັດ ໄດ້ເຕືອນຊ້ຳແລ້ວຊ້ຳອີກ ໃນໄລຍະສອງສາມປີຜ່ານມານີ້ ກ່ຽວກັບໄພຂົ່ມຂູ່ເພີ້ມຂຶ້ນ ທີ່ການແບ່ງປັນຂໍ້ມູນ ຜ່ານທາງຕາໜ່າງຫຼືອຸບປະກອນທີ່ສ້າງໂດຍຈີນອາດຈະຖືກລັກຂະໂມຍຫຼືກ່າຍແບບເອົາ ແລ້ວສົ່ງໃຫ້ລັດຖະບານຈີນ.
ເມື່ອໄວໆມານີ້ ຄວາມວິຕົກກັງວົນແມ່ນໄດ້ແນໃສ່ບໍລິສັດຫົວເຫວ ແລະ ZTE ຂອງຈີນ ຊຶ່ງໄດ້ສະເໜີທີ່ຈະສ້າງລະບົບໂທລະສັບມືຖື ທີ່ກ້າວໜ້າທັນສະໄໝແລະຄວາມໄວສູງ 5G ໃນທົ່ວທະວີບຢູໂຣບ.
ລາຍງານ ທີ່ນຳອອກເຜີຍແຜ່ໃນອາທິດນີ້ ໂດຍຄະນະກຳມະການນະວັດຕະກຳຂອງກະຊວງປ້ອງກັນປະເທດສະຫະລັດ ທີ່ໃຫ້ຄຳແນະນຳ ແກ່ທຳນຽບຫ້າແຈນັ້ນ ໄດ້ຕັ້ງຄຳຖາມ ກ່ຽວກັບຄວາມເປັນໄປໄດ້ ທີ່ບໍລິສັດຫົວເຫວໄດ້ສ້າງໃນອັນທີ່ເອີ້ນວ່າ “ປະຕູຫຼັງ” ຫຼືທາງດ້ານຄວາມໝັ້ນຄົງຢູ່ໃນຊອບແວແລະຜະລິດຕະພັນຂອງຕົນ.
ລານງານເວົ້າວ່າ “ຫຼາຍໆສິ່ງເຫຼົ່ານີ້ເບິ່ງຄືວ່າມີຄວາມສຳພັນກັນທີ່ບັງຄັບໂດຍປະຊາຄົມສືບລັບຈີນ ເພື່ອກົດດັນໃຫ້ບໍລິສັດຕ່າງໆລັກເອົາຂໍ້ມູນກ່ຽວກັບຜູ້ໃຊ້ຢູ່ພາຍໃນປະເທດ” ໂດຍອ້າງຕົວຢ່າງ ບໍລິສັດ Xiongmai ທີ່ເຮັດກ້ອງວົງຈອດປິດ ດ້ານຄວາມປອດໄພຂອງຈີນ ທີ່ໃຊ້ລະຫັດຂອງບໍລິສັດຫົວເຫວທີ່ສາມາດເຂົ້າໄປ ກວດເບິ່ງກ້ອງອື່ນໆໄດ້ໂດຍບໍ່ຕ້ອງໄດ້ຮັບອະນຸຍາດ.
ໃນຂະນະທີ່ປະເທດໃນຢູໂຣບບາງປະເທດ ຮັບຮູ້ເຖິງຄວາມກັງວົນໃຈຂອງສະຫະລັດ ແຕ່ສະຫະພາບຢູໂຣບໄດ້ປະຕິເສດໃນການຫ້າມບໍລິສັດຫົວເຫວ ຢ່າງເປັນການສະເພາະນັ້ນ.
ອ່ານຂ່າວນີ້ຕື່ມເປັນພາສາອັງກິດ