ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກອງປະຊຸມຂອງອົງການເນໂຕ້


ເລຂາທິການໃຫຍ່ ຂອງອົງການເນໂຕ້ ທ່ານ Anders Fogh Rasmussen (14 ຕຸລາ 2010)
ເລຂາທິການໃຫຍ່ ຂອງອົງການເນໂຕ້ ທ່ານ Anders Fogh Rasmussen (14 ຕຸລາ 2010)

ເລຂາທິການໃຫຍ່ຂອງອົງການເນໂຕ້ ທ່ານ Anders Fogh Rasmussen ຮຽກຮ້ອງໃຫ້ ບັນດາປະເທດສະມາຊິກໃຫ້ການສະໜັບສະໜຸນຕໍ່ຂໍ້ສະເໜີ ສ້າງລະບົບຕໍ່ຕ້ານລູກສອນໄຟ.

ທ່ານໄດ້ທຳການຮ້ອງຮຽນໃນວັນພະຫັດມື້ນີ້ ໃນກອງປະຊຸມທີ່ບໍ່ຄ່ອຍມີກັນຂອງລັດຖະມົນຕີ ການຕ່າງປະເທດແລະລັດຖະມົນຕີປ້ອງກັນປະເທດ ຂອງບັນດາປະເທດສະມາຊິກອົງການ ເນໂຕ້.

ສະມາຊິກບາງປະເທດຂອງອົງການເນໂຕ້ ໄດ້ມີຄວາມລັງເລ ໃຈກ່ຽວກັບຕົ້ນທຶນ ຂອງລະບົບ ລູກສອນໄຟນີ້ ທ່າມກາງສະພາບ ເສດຖະກິດຫຼຸດຖອຍຂອງໂລກ.

ພວກເຈົ້າໜ້າທີ່ໃນກອງປະຊຸມຢູ່ນະຄອນ Brussels ພວມສົນທະນາຫາລືກັນ ກ່ຽວກັບການ ປະຕິຮູບການປະຕິບັດງານຂອງອົງການເນໂຕ້ ເພື່ອໃຫ້ກຸ່ມພັນທະມິດດັ່ງກ່າວຮັບມືໄດ້ດີຂຶ້ນ ຕໍ່ສົງຄາມຄອມພິວເຕີ້ ແລະການຂົ່ມຂູ່ ຈາກລູກສອນໄຟ.

ການປະຕິຮູບທີ່ວ່ານີ້ ແມ່ນພາກສ່ວນນຶ່ງຂອງຂໍ້ສະເໜີໃໝ່ ກ່ຽວກັບປະຕິບັດງານ ທີ່ຄາດວ່າ ຈະມີການຮັບຮອງ ເອົາໂດຍພວກຜູ້ນຳເນໂຕ້ ທີ່ປະເທດປອກຕຸຍການ ໃນເດືອນຈະມານີ້.

ທ່ານ Rasmussen ເວົ້າວ່າ ອົງການເນໂຕ້ຕ້ອງສືບຕໍ່ໃຫ້ການປົກປ້ອງຄຸ້ມຄອງປະຊາກອນ
ຈໍານວນ 900 ລ້ານຄົນຂອງຕົນ ແຕ່ຕ້ອງມີເຄື່ອງປ້ອງກັນສະໄໝໃໝ່ ເພື່ອຮັບມືກັບການຂົ່ມ
ຂູ່ຍຸກໃໝ່. ອົງການເນໂຕ້ ໄດ້ປ່ຽນເປົ້າໝາຍ ໃນການປະຕິບັດງານຂອງຕົນ ເທື່ອແລ້ວ ໃນປີ 1999.

XS
SM
MD
LG