ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເນໂຕ້ ຈະສົ່ງ ຄູຝຶກ ທະຫານໄປຊ່ອຍ ອີຣັກ ແລະ ອັຟການິສຖານ


ທະຫານກອງທັບແຫ່ງຊາດ ອັຟການິສຖານ ພວມຝຶກແອບ ໂດຍທະຫານ ອົງການເນໂຕ້ ທີ່ມາຈາກອີຕາລີ.
ທະຫານກອງທັບແຫ່ງຊາດ ອັຟການິສຖານ ພວມຝຶກແອບ ໂດຍທະຫານ ອົງການເນໂຕ້ ທີ່ມາຈາກອີຕາລີ.

ກຸ່ມພັນທະມິດເນໂຕ້ ໄດ້ຕົກລົງທີ່ຈະສົ່ງກຳລັງທະຫານເພີ້ມຕື່ມ ໄປຍັງອີຣັກ ແລະອັຟ
ການິສຖານ ເພື່ອຊ່ອຍກຳລັງຮັກສາຄວາມສະຫງົບຢູ່ໃນປະເທດທັງສອງ ຮັບມືກັບທະ
ຫານບ້ານ ທີ່ໄດ້ຮັບການໜຸນຫລັງຈາກອີຣ່ານ.

ທີ່ກອງປະຊຸມສຸດຍອດ ເປັນເວລາ 2 ມື້ ຢູ່ນະຄອນບຣັສເຊີລສ໌ ຜູ້ນຳຂອງອົງການເນ
ໂຕ້ ໄດ້ປະກາດກ່ຽວກັບການລິເລີ້ມ ກ່ຽວກັບໂຄງການປະຕິບັດງານທີ່ບໍ່ແມ່ນການສູ້
ລົບ ຄືໃຫ້ການຝຶກແອບ ແລະສ້າງຄວາມສາມາດ ຢູ່ໃນອີຣັກ. ໂຄງການດັ່ງກ່າວນີ້ຈະ
ເສີມຂະຫຍາຍ ການປະຕິບັດງານນ້ອຍໆ ໃນປີກາຍ ໂດຍໃຫ້ການຝຶກແອບ ແກ່ເຈົ້າ
ໜ້າທີ່ ປ້ອງກັນປະເທດ ແລະເຈົ້າໜ້າທີ່ຄວາມໝັ້ນຄົງແຫ່ງຊາດ ແລະພວກຄູຝຶກທະ
ຫານອີຣັກ.

ນອກນັ້ນ ພວກຜູ້ນຳຂອງອົງການເນໂຕ້ຍັງກ່າວວ່າ ໂຄງການຝຶກແອບເຈົ້າໜ້າທີ່ຮັກ
ສາຄວາມສະຫງົບຂອງອັຟການິສຖານ ທີ່ດຳເນີນມາເປັນເວລາ 2 ປີແລ້ວນັ້ນ ຈະໄດ້
ຮັບການສະໜັບສະໜຸນຕື່ມໃນດ້ານບຸກຄະລາກອນຈາກປະເທດທີ່ບໍ່ແມ່ນກຸ່ມພັນທະ
ມິດເນໂຕ້ ຄືກາຕ້າ ແລະ ສະຫະລັດ ອາຣັບເອເມີເຣັສ. ພວກຜູ້ນຳເນໂຕ້ ໄດ້ກ່າວຊົມ
ເຊີຍ ການປະກອບສ່ວນດັ່ງກ່າວແລະຊຸກຍູ້ໃຫ້ບັນດາປະເທດທີ່ມີຜົນປະໂຫຍດອື່ນໆ
ປະຕິບັດເຊັ່ນດຽວກັນ.

ວາຣະສານ Wall Street ໄດ້ອ້າງຄຳເວົ້າຂອງເຈົ້າໜ້າທີ່ຂັ້ນສູງຂອງອົງການເນໂຕ້
ຢູ່ອີຣັກ ທ່ານພອລ ສມິດທ໌ທີ່ກ່າວວ່າ ການປະຕິບັດງານຝຶກອົບຮົມໃໝ່ຢູ່ອີຣັກແມ່ນ
ຈະຮວມທັງ ທະຫານ 500 ຄົນ ຊຶ່ງຈຸທຳອິດ ຈະໄປຮອດ ໃນອີກ ບໍ່ເທົ່າໃດເດືອນນີ້. ນາຍົກລັດຖະມົນຕີຄານາດາ ທ່ານຈັສຕິນ ທຣູໂດ ກ່າວວ່າ ລັດຖະບານ ຂອງທ່ານ ຈະໃຫ້ການຊ່ອຍເຫຼືອປະມານເຄິ່ງນຶ່ງ ຂອງກຳລັງທະຫານຈຸໃໝ່ນີ້.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ກາຕ້າ ແລະສະຫະລັດອາຣັບເອເມີເຣັສ ຈະສົ່ງທະ
ຫານຂອງຕົນຫຼາຍປານໃດ ໄປສົບທົບ ການຝຶກແອບຂອງອົງການເນໂຕ້ ຢູ່ໃນອັຟ
ການິສຖານ. ກຳລັງດັ່ງກ່າວ ຈະເປັນຈຸທຳອິດຈາກປະເທດທັງສອງ ທີ່ຈະຖືກສົ່ງໄປ ຍັງອັຟການິສຖານ. ກຳລັງທະຫານອາຣັບຈາກເຂດອ່າວເປີເຊຍ ຈະປະກອບສ່ວນ
ເຂົ້າ ໃນການຂະຫຍາຍການປະຕິບັດງານ ຂອງອົງການເນໂຕ້ ຊຶ່ງຈະຮວມທັງ ທະ
ຫານ ທີ່ບໍ່ແມ່ນກຳລັງສູ້ລົບ ຂອງອັງກິດ 400 ຄົນ ກໍຈະຖືກສົ່ງໄປປະຕິບັດງານ ໃນ
ການປະກາດທີ່ກອງປະຊຸມສຸດຍອດ ຢູ່ນະຄອນບຣັສເຊິລສ໌ເຊັ່ນດຽວກັນ ໂດຍນາ
ຍົກລັດຖະມົນຕີອັງກິດ ທ່ານນາງເທຣີຊາ ເມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG