ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເນໂຕ້ ສືບສວນ ລາຍງານ ການໂຈມຕີ ທາງ ອາກາດ ທີ່ເຮັດໃຫ້ ພົນລະເຮືອນຕາຍ


ທະຫານກອງທັບແຫ່ງຊາດອັຟການິສຖານ ຢືນຍາມທີ່ດ່ານກວດ ເຂດເມືອງ Chaparhar ໃນແຂວງ Nangarha ປະເທດອັຟການິສຖານ.
ທະຫານກອງທັບແຫ່ງຊາດອັຟການິສຖານ ຢືນຍາມທີ່ດ່ານກວດ ເຂດເມືອງ Chaparhar ໃນແຂວງ Nangarha ປະເທດອັຟການິສຖານ.

ພວກ​ເຈົ້າ​ໜ້າ​ທີ່ຢູ່​ໃນ​ອັຟກາ​ນິສຖານ​ກ່າວ​ວ່າ ການ​ໂຈມຕີ​ທາງ​ອາກາດ ​ຕໍ່​ຕ້ານ​ພວກກໍ່
​ການ​ຮ້າຍ​ໃນ​ຄືນ​ແລ້ວນີ້ ໂດຍ​ກຳລັງ​ຂອງນາໆ​ຊາດທີ່ແຂວງ Naganhar ​ທາງ​ພາກ​
ຕາ​ເວັນ​ອອກ​ຂອງອັຟກາ​ນິສຖານ​ ​ໄດ້​ເຮັດ​ໃຫ້​ພົນລະ​ເຮືອນຢ່າງ​ໜ້ອຍ 16 ຄົນເສ​ຍ
ຊີວິດ ຮວມທັງ​ແມ່ຍິງ ​ແລະ​ເດັກນ້ອຍ.

ທ່ານ Saaz Wali ​ເຈົ້າ​ໜ້າ​ທີ່​ຂັ້ນສູງ ຂອງເມືອງ Haska Mina ບ່ອນ​ທີ່ໄດ້ມີ​ການ​ໂຈມ

​ຕີ ກ່າວ​ຕໍ່​ວີ​ໂອ​ເອ ​ໃນ​ວັນ​ສຸກ​ມື້​ນີ້ວ່າ ​ການ​ໂຈມ​ຕີ​ທາງ​ອາກາດ ໄດ້ຍິງ​ໃສ່​ລົດ ​ແລະ​ພົນ
ລະ​ເຮືອນ​ກຸ່ມ​ນຶ່ງ ຢູ່​ໃນ​ສະຖານ​ທີ່​ສອງ​ແຫ່ງຕ່າງ​ກັນ.

ທ່ານ​ກ່າວ​ເພີ້​ມອີກ​ວ່າ ຜູ້​ເຄາະ​ຮ້າຍ​ແປດ​ຄົນ​ໄດ້​ຢູ່​ໃນ​ລົດ ​ແລະກໍ​ຢູ່ໃນສະມາຊິກ​ຄອບ
ຄົວ​ດຽວ​ກັນ.

​ໂຄສົກ​ຄົນ​ນຶ່ງ ຂອງອົງການ​ NATO ກ່າວ​ຕໍ່ວີ​ໂອ​ເອວ່າ “ພວກ​ເຮົາ​ກຳລັງສືບ ສວນ​ເບິ່ງ
ການ​ກ່າວ​ຫານີ້ຢູ່ ​ແລະ​ຈະ​ໃຫ້​ລາຍ​ລະ​ອຽດໃນ​ເວລາ​ທີ່​ເໝາະ​ສົມ."

ບັນດາ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ໄດ້​ຢືນຢັນ​ວ່າ ກຳລັງ​ອັຟກາ​ນິສຖານ ທີ່​ໜູນ​ຫລັງ​ໂດຍ​ກຳລັງ​ທາງອາກາດຂອງ​ຕ່າງປະ​ເທດ ​ໄດ້ປະຕິບັດ​ງານຕໍ່​ຕ້ານ​ພວກ​ກໍ່​ການ​ຮ້າຍ ​ຄືພວກ​ຫົວ​ຮຸນ
​ແຮງກຸ່ມ​ລັດ​ອິສລາມ​ຢູ່​ໃນ​ເຂດ​ເມືອງ​ດັ່ງກ່າວ. ຫລາຍໆ​ເຂດ​ຂອງແຂວງ Nangahar ​
ແມ່ນ​ຖືກ​ຄວບ​ຄຸມ​ໂດຍ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ອີ​ງ ຕາມ​ເຈົ້າ​ໜ້າ​ທີ່ສະຫະລັດ ​
ແລະ​ອັຟກາ​ນິສຖານ.

ບັນຫາ​ຂັດ​ແຍ້​ງດ້ວຍອາວຸດ​ຢູ່​ໃນ​ອັ​ຟກາ​ນິສຖານ ​ໄດ້​ເຮັດ​ໃຫ້​ພົນລະ​ເຮືອນ​ເສ​ຍຊີວິດ
ຫລາຍ​ກວ່າ 1,700 ຄົນ ​ແລະອີກຫລາຍ​ໆຄົນໄດ້ຮັບ​ບາດ​ເຈັບ ນັບ​ແຕ່​ຕົ້ນ ປີ 2017 ​
ເປັນຕົ້ນມາ ອີງ​ຕາມ​ລາຍ​ງານ ​ການ​ບາດ​ເຈັບ​ລົ້ມຕາຍຂອງພົນລະ​ເຮືອນ​ໂດຍ​ອົງການ​
ສະຫະ​ປະຊາ​ຊາດ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG