ບັນດາປະມຸກລັດຂອງປະເທດສະມາຊິກອົງການ NATO ຈະເຕົ້າໂຮມກັນໃນນະຄອນຫຼວງ ວໍຊິງຕັນ ວັນພຸດມື້ນີ້ ສຳລັບການປະຊຸມທີ່ເພັ່ງເລັງໃສ່ການເຮັດວຽກເພື່ອບັນລຸເປົ້າໝາຍໃນກອງປະຊຸມສຸດຍອດ ໃນຂະນະທີ່ເຂົາເຈົ້າພະຍາຍາມທີ່ຈະຂະຫຍາຍການສະໜັບສະໜູນຂອງພັນທະມິດນັ້ນສຳລັບ ຢູເຄຣນ ແລະ ເສີມຂະຫຍາຍການປ້ອງກັນປະເທດຂອງເຂົາເຈົ້າເອງ ແລະ ຄວາມພະຍາຍາມຍັບຢັ້ງ.
ການເຈລະຈາດັ່ງກ່າວໄດ້ດຳເນີນມາຫຼາຍເດືອນແລ້ວໃນລະດັບທີ່ຕ່ຳກວ່າ, ລວມທັງກອງປະຊຸມຂອງບັນດາລັດຖະມົນຕີການຕ່າງປະເທດ NATO ໃນຕົ້ນປີນີ້, ແຕ່ບັດນີ້ມັນຂຶ້ນກັບບັນດາຜູ້ນຳທີ່ຈະທຳການຕົກລົງຄັ້ງສຸດທ້າຍຂອງເຂົາເຈົ້າ.
ແຜນການຂອງວັນພຸດມື້ນີ້ຈະປິດລົງດ້ວຍຂໍ້ຄວາມທາງສັງຄົມ, ດ້ວຍປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ຈະຈັດງານຮັບປະທານອາຫານຄ່ຳສຳລັບບັນດາພັນທະມິດຂອງອົງການ NATO ຢູ່ທຳນຽບຂາວ.
ດ້ວຍອົງການ NATO ປະເຊີນກັບສິ່ງທີ່ອາດເປັນການທົດສອບທີ່ໃຫຍ່ທີ່ສຸດຂອງເຂົາເຈົ້າໃນປະຫວັດສາດ 75 ປີນັ້ນ, ທ່ານ ໄບເດັນ ໃນວັນອັງຄານວານນີ້ໄດ້ໃຫ້ການອະທິບາຍທີ່ເຂັ້ມແຂງສຳລັບສັນຕິພາບຜ່ານຄວາມເຂັ້ມແຂງ.
ທ່ານ ໄບເດັນ ກ່າວ, ໃນການໃຫ້ຄຳເຫັນໃນຕອນເລີ່ມຕົ້ນຂອງກອງປະຊຸມສຸດຍອດສາມວັນວ່າ “ມັນດີທີ່ພວກເຮົາແຂ່ງແກ່ນຂຶ້ນກວ່າທີ່ເຄີຍມີມາ. ເພາະວ່າຊ່ວງເວລານີ້ໃນປະຫວັດສາດໄດ້ຮຽກຮ້ອງສຳລັບຄວາມແຂ່ງແຂ່ງລວມກັນຂອງພວກເຮົາ.”
ທ່ານກ່າວວ່າ “ພວກຜະເດັດການຢາກທີ່ຈະຕ່າວປີ້ນຄວາມເປັນລະບຽບຂອງໂລກ, ເຊິ່ງສ່ວນໃຫຍ່ຖືກຮັກສາໄວ້ໄດ້ເກືອບ 80 ປີແລ້ວ ແລະ ກຳລັງນັບຕໍ່ໆໄປ. ພວກກຸ່ມກໍ່ການຮ້າຍສືບຕໍ່ວາງແຜນການທີ່ຊົ່ວຮ້າຍ, ເພື່ອທຳຮ້າຍຜູ້ອື່ນ ແລະ ສ້າງຄວາມວຸ້ນວາຍ ແລະ ຄວາມທຸກທໍລະມານ. ໃນຢູໂຣບ, ສົງຄາມຂອງທ່ານ ປູຕິນ ເພື່ອຮຸກຮານປະເທດ ຢູເຄຣນ ກໍໄດ້ສືບຕໍ່ໄປ.”
ທ່ານເວົ້າຕື່ມວ່າ “ແລະ ທ່ານ ປູຕິນ ບໍ່ຢາກໄດ້ຫຍັງໜ້ອຍກວ່າ, ບໍ່ມີຫຍັງໜ້ອຍກວ່າການປາບປາບ ຢູເຄຣນ ທັງໝົດ, ເພື່ອສິ້ນສຸດປະຊາທິປະໄຕຂອງ ຢູເຄຣນ, ເພື່ອທຳລາຍວັດທະນະທຳຂອງ ຢູເຄຣນ ແລະ ເພື່ອລຶບ ຢູເຄຣນ ອອກຈາກແຜນທີ່. ແລະ ພວກເຮົາກໍຮູ້ແລ້ວ່າ ທ່ານ ປູຕິນ ຈະບໍ່ຢຸດຢູ່ທີ່ ຢູເຄຣນ. ແຕ່ຢ່າເຮັດຜິດພາດ: ຢູເຄຣນ ສາມາດ ແລະ ຈະຢຸດທ່ານ ປູຕິນ.”
ຟໍຣັມສະແດງຄວາມຄິດເຫັນ