ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ວ່າ ເນໂຕ້ ຕ້ອງມີແຜນ ຮັບມືກັບ ອາວຸດເຄມີ ຢູ່ຊີເຣຍ (ວີດິໂອ)


ລັດຖະມົນ​ຕີ​ການ​ຕ່າງປະ​ເທດ ທ່ານ John Kerry ກ່າວຕໍ່ກອງປະຊຸມ
ອົງການ NATO
ລັດຖະມົນ​ຕີ​ການ​ຕ່າງປະ​ເທດ ທ່ານ John Kerry ກ່າວຕໍ່ກອງປະຊຸມ ອົງການ NATO
ລັດຖະມົນ​ຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry
ກ່າວ​ວ່າ ອົງການ NATO ​ຈະ​ຕ້ອງພິຈາລະນາບົດບາດ​ຂອງ​
ຕົວ​ເອງ​ໃນ​ບັນຫາ​ຂັດ​ແຍ້ງ​ຂອງຊີເຣຍນັ້ນ ຊຶ່ງ​ຮວມທັງ​ເລື້ອງ​
ທີ່​ວ່າຈະ​ຮັບມືແນວ​ໃດກັບ​ ການ​ນໍາໃຊ້​ອາ​ວຸດ​ເຄມີ ທີ່​ສາມາດ
ເປັນ​ໄປ​ໄດ້​ນັ້ນ.

ນັກ​ການ​ທູດ​ຂັ້ນ​ສູງ​ສຸດຂອງ​ສະຫະລັດ ໄດ້ມີ​ຄວາມ​ເຫັນ​ດັ່ງ
ກ່າວ ຢູ່​ໃນ​ກອງ​ປະຊຸມຂອງ​ບັນດາ​ລັດຖະມົນ​ຕີ​ການ​ຕ່າງປະ​
ເທດ​ຂອງອົງການNATO​ ທີ່​ກຸງ Brussels ​ໃນ​ວັນອັງຄານ​
ວານ​ນີ້ ​ໂດຍ​ໄດ້ຮັບ​ຮູ້ວ່າ ການ​ດໍາ​ເນີນ​ຄວາມ​ພະຍາຍາມ
​ທາງ​ການ​ທູດ​ຂອງອົງການສະຫະປະຊາ​ຊາດ​ນັ້ນ ບໍ່​ສາມາດ
​ຊອກຫາ​ຊ່ອງ​ທາງ​ແກ້​ໄຂ​ບັນ​ຫາໃນຊີ​ເຣຍ​ໄດ້. ທ່ານ Kerry
ກ່າວ​ວ່າ:

“​ຜູ້​ໃດ​ກໍບໍ່​ຄວນຈະ​ຄິດດອກວ່າ ມັນ​ມີ​ຫົນ​ທາງງ່າຍໆ ທີ່​ຈະ​ພາ​ພວກ​ເຮົາ​ກ້າວ​
ໄປ​ຂ້າງ​ໜ້າ​ໄດ້​ໂດ​ຍໄວ​ໃນ​ເລື້ອງ​ນີ້ ​ແຕ່ຂ້າພະ​ເຈົ້າ​ຄິດ​ວ່າ ພວກ​ເຮົາມີ​ພາລະ​
ຕໍ່​ພວກ​ເຮົາ​ເອງ ຕໍ່​ຊາວຊີ​ເຣຍ ຕໍ່ຂົງ​ເຂດ​ ​ແລະ​ຕໍ່​ປະຊາ​ຄົມນາໆ​ຊາດ ທີ່​ຈະ​
ຕ້ອງພະຍາຍາມຢ່າງ​ທີ່​ສຸດ ​ເພື່ອສືບ​ຕໍ່​ພະຍາຍາມ​ຕໍ່​ໄປ.”


ກ່ອນ​ໜ້າ​ນັ້ນໃນວັນ​ອັງຄານ​ວານ​ນີ້ ​ເຈົ້າ​ໜ້າ​ທີ່ທະຫານ​ຂັ້ນ​ສູງຄົນ​ນຶ່ງຂອງ Israel ໄດ້ກ່າວ
ວ່າອິສຣາ​ແອ​ລມີຫຼັກຖານ ທີ່​ສະ​ແດງ​ວ່າກອງທະຫານຂອງລັດຖະບານຂອງຊີເຣຍກໍາລັງ​
ນໍາໃຊ້ອາວຸດເຄມີ. ​ແຕ່ທ່ານ Kerry ໄດ້ກ່າວກັບບັນດາພວກນັກຂ່າວວ່າ ທ່ານໄດ້ໂອ້ລົມ
ກັບນາຍົກລັດຖະມົນຕີ Netanyahu ໃນວັນອັງຄານວານນີ້ ແລະທ່ານ Netanyahu ກໍບໍ່
ສາມາດຢືນຢັນ ກ່ຽວກັບລາຍງານຂ່າວນັ້ນ.

NATO Meeting
please wait
Embed

No media source currently available

0:00 0:00:46 0:00
XS
SM
MD
LG