ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົງການ NATO ໄດ້ຂັບໄລ່ ຄະນະຜູ້ແທນຂອງຣັດເຊຍ 8 ຄົນ ທີ່ບໍ່ໄດ້ແຈ້ງວ່າຕົນເປັນເຈົ້າໜ້າທີ່ສືບລັບ


ແຟ້ມຮູບພາບ-ທຸງຂອງອົງການ NATO ໄດ້ປິວຢູ່ທີ່ສໍານັກງານໃຫຍ່ອົງການພັນທະມິດເນໂຕ້ ໃນນະຄອນ ບຣັສໂຊລສ໌ (Brussels), ວັນທີ 2 ມີນາ, ປີ 2014.
ແຟ້ມຮູບພາບ-ທຸງຂອງອົງການ NATO ໄດ້ປິວຢູ່ທີ່ສໍານັກງານໃຫຍ່ອົງການພັນທະມິດເນໂຕ້ ໃນນະຄອນ ບຣັສໂຊລສ໌ (Brussels), ວັນທີ 2 ມີນາ, ປີ 2014.

ອົງການ NATO ກ່າວໃນມື້ວັນພຸດວານນີ້ວ່າ ຕົນໄດ້ຂັບໄລ່ສະມາຊິກ 8 ຄົນຂອງຄະນະຜູ້ແທນຣັດເຊຍ ທີ່ປະຈຳການຢູ່ກຸ່ມພັນທະມິດທາງທະຫານເນໂຕ້ ໃນຂໍ້ຫາທີ່ວ່າ ເຮັດວຽກເປັນເຈົ້າໜ້າທີ່ສືບລັບ.
“ພວກເຮົາສາມາດຢືນຢັນໄດ້ວ່າ ພວກເຮົາໄດ້ຖອນໃບອະນຸຍາດໃຫ້ແກ່ສະມາຊິກທັງ 8 ຄົນຂອງຄະນະຜູ້ແທນຣັດເຊຍປະຈໍາອົງການ NATO, ເຊິ່ງເປັນເຈົ້າໜ້າທີ່ສືບລັບຂອງຣັດເຊຍ ທີ່ບໍ່ໄດ້ແຈ້ງຊື່ໃຫ້ຊາບ,” ອີິງຕາມຄຳເວົ້າຂອງເຈົ້າໜ້າທີ່ຂອງອົງການ NATO ຜູ້ທີ່ບໍ່ເປີດເຜີຍຊື່.

ອົງການ NATO ຍັງໄດ້ກ່າວອີກວ່າ ພວກເຂົາເຈົ້າຈະຫລຸດຈໍານວນຕໍາແໜ່ງທີ່ ຣັດເຊຍສາມາດອະນຸຍາດໃຫ້ປະຕິບັດໜ້າທີ່ຢູ່ອົງການ NATO ຈາກ 20 ຄົນມາເປັນ 10 ຄົນພາຍໃນທ້າຍເດືອນຕຸລານີ້. ເຊິ່ງທາງພັນທະມິດບໍ່ໄດ້ອະທິບາຍໃນທັນທີວ່າ ເປັນດ້ວຍເຫດໃດຈຶ່ງມີການຕັດສິນດັ່ງກ່າວອອກມາ.

ເຈົ້າໜ້າທີ່ກ່າວວ່າ, “ນະໂຍບາຍຂອງອົງການ NATO ທີ່ມີຕໍ່ຣັດເຊຍຍັງຄົງມີຢູ່. ພວກເຮົາເສີມສ້າງຄວາມເຂັ້ມແຂງໃນການປົກປ້ອງ ແລະຢັບຢັ້ງຕໍ່ການກະທໍາທີ່ຮຸກຮານຂອງຣັດເຊຍ, ໃນຂະນະດຽວກັນ ພວກເຮົາກໍ່ຍັງຄົງເປີດກວ້າງການເຈລະຈາທີ່ມີຄວາມໝາຍ.”

ເຈົ້າໜ້າທີ່ສະມາຊິກສະພາສູງອາວຸໂສຂອງຣັດເຊຍທ່ານ ເລີໂອນິດ ສະລຸດສະກີ (Leonid Slutsky), ຫົວໜ້າຄະນະກໍາມະການດ້ານກິດຈະການລະຫວ່າງຊາດຂອງສະພາຕ່ຳຣັດເຊຍ ກ່າວວ່າ ມົສກູຈະຕອບໂຕ້ກັບ ແຕ່ບໍ່ໄດ້ໃຫ້ລາຍລະອຽດເຈາະຈົງ, ອີງຕາມລາຍງານຂອງອົງການຂ່າວອິນເຕີແຟກສ (Interfax).

ຄວາມສໍາພັນລະຫວ່າງອົງການ NATO ແລະຣັດເຊຍ ໄດ້ເຊື່ອມໂຊມລົງຢ່າງຕໍ່ເນື່ອງ ນັບຕັ້ງແຕ່ທີ່ມົສກູ ຢຶດເອົາແຫລມໄຄຣເມຍໃນປີ 2014. ອົງການ NATO ແລະຣັດເຊຍຍັງບໍ່ເຫັນດີນໍາກັນໃນປະເດັນຕ່າງໆເຊັ່ນ ການພັດທະນາລູກສອນໄຟນິວເຄລຍ ແລະການບິນລ່ວງລໍ້າທາງອາກາດຂອງຣັດເຊຍ ເຂົ້າໄປໃນເຂດນ່ານຟ້າຂອງອົງການ NATO.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG