ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄາດວ່າ ເນໂຕ້ ຈະໃຫ້ການ ອະນຸມັດ ຕໍ່ການຮ້ອງຂໍ ຂອງເທີກີ (ສະໄລດ໌)


Activists wave an old Soviet and Russian national flags in front of a barricade at the regional administration building, in Donetsk, Ukraine.
Activists wave an old Soviet and Russian national flags in front of a barricade at the regional administration building, in Donetsk, Ukraine.
ເລຂາທິການໃຫຍ່ຂອງອົງການເນໂຕ້ ກ່າວວ່າ ບັນດາລັດຖະ
ມົນຕີການຕ່າງປະເທດຂອງອົງການເນໂຕ້ ຄາດວ່າຈະໃຫ້ການ
ອະນຸມັດຕໍ່ການຮ້ອງຂໍຂອງເທີກີ ທີ່ຢາກໃຫ້ສົ່ງລະບົບຕໍ່ຕ້ານ
ລູກສອນໄຟ Patriot ໄປປ້ອງກັນ ບໍ່ໃຫ້ຄວາມຮຸນແຮງຈາກ
ຊີເຣຍ ທີ່ເປັນເພື່ອນບ້ານ ລາມເຂົ້າໄປໃສ່ເທີກີ ນັ້ນ.

ເລຂາທິການໃຫຍ່ຂອງອົງການເນໂຕ້ ທ່ານ Anders Fogh
Rasmussen ໄດ້ບອກກັບໂທລະພາບ CNN ວ່າ ບັນດາ
ສະມາຊິກຂອງກຸ່ມເນໂຕ້ມີທ່າທາງວ່າຈະຕອບຮັບໄປໃນທາງ
ບວກຕໍ່ການຮ້ອງຂໍຂອງທາງເທີກີ. ບັນດາລັດຖະມົນຕີຂອງອົງ
ການເນໂຕ້ ພົບປະກັນໃນວັນອັງຄານມື້ນີ້ ແລະໃນວັນພຸດມື້ອື່ນ ທີ່ກຸງ Brussels.

ເທີກີ ຕ້ອງການຢາກໃຫ້ສົ່ງລະບົບຕໍ່ຕ້ານລູກສອນໄຟດັ່ງກ່າວໄປຍັງເທີກີ ເພື່ອປ້ອງກັນການ
ໂຈມຕີຂອງຊີເຣຍທີ່ອາດຈະໃຊ້ອາວຸດເຄມີນັ້ນ. ປະທານາທິບໍດີສະຫະລັດ ທ່ານ Barack
Obama ໄດ້ກ່າວເຕືອນໃນວັນຈັນວານນີ້ວ່າ ທ່ານຕ້ອງການໃຫ້ປະທານາທິບໍດີ ຊີເຣຍ
ທ່ານ Basshar al-Assad ໄດ້ຮັບຊາບໄວ້ວ່າ ການໃຊ້ອາວຸດເຄມີນັ້ນ ແມ່ນເປັນຄວາມ
ຜິດພາດທີ່ຮ້າຍແຮງ ແລະກໍຈະໄດ້ຮັບຜົນທີ່ຕິດຕາມມາ.

ກະຊວງການຕ່າງປະເທດຂອງຊີເຣຍ ໄດ້ກ່າວຢໍ້າເຖິງຄຳປະຕິເສດຂອງຕົນກ່ອນໜ້ານີ້
ກ່ຽວກັບການກ່າວຫາຂອງສະຫະລັດນັ້ນ. ໃນຖະແຫຼງການສະບັບນຶ່ງທີ່ນຳອອກເຜີຍແຜ່
ໃນວັນຈັນວານນີ້ ກະຊວງການຕ່າງປະເທດຊີເຣຍກ່າວວ່າ ກຸງ Damascus “ຈະບໍ່ໃຊ້
ອາວຸດເຄມີ, ແລະຖ້າຫາກວ່າຕົນມີ ຕໍ່ປະຊາຊົນຂອງຕົນ ບໍ່ວ່າດ້ວຍເຫດຜົນ
ໃດໆກໍຕາມ.”


XS
SM
MD
LG