ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການເນໂຕ້ ເສັດສິ້ນ ພາລະກິດ ການຕໍ່ຕ້ານ ໂຈນທະເລ ໃນມະຫາສະໝຸດ ອິນເດຍ


ເຮືອລົບລາດຕະເວນ 'Hamburg' ຂອງ ເຢຍຣະມັນ ອັນເປັນສ່ວນໜຶ່ງ ຂອງກອງທັບເຮືອ ສະຫະພາບຢູໂຣບ ຢູ່ໃນ ໂຊມາເລຍ ຫຼັງຈາກທີ່ໄດ້ທຳລາຍ ເຮືອຫາປາສອງລຳ (ຊ້າຍ) ຊຶ່ງໄດ້ຖືກພົບເຫັນ ຟູປີ້ນທ້ອງຂຶ້ນ ຢູ່ນອກຝັ່ງຂອງໂຊມາເລຍ, ວັນທີ 15 ສິງຫາ 2011.
ເຮືອລົບລາດຕະເວນ 'Hamburg' ຂອງ ເຢຍຣະມັນ ອັນເປັນສ່ວນໜຶ່ງ ຂອງກອງທັບເຮືອ ສະຫະພາບຢູໂຣບ ຢູ່ໃນ ໂຊມາເລຍ ຫຼັງຈາກທີ່ໄດ້ທຳລາຍ ເຮືອຫາປາສອງລຳ (ຊ້າຍ) ຊຶ່ງໄດ້ຖືກພົບເຫັນ ຟູປີ້ນທ້ອງຂຶ້ນ ຢູ່ນອກຝັ່ງຂອງໂຊມາເລຍ, ວັນທີ 15 ສິງຫາ 2011.

ອົງການ NATO ໄດ້ຍຸຕິ ການປະຕິບັດການປ້ອງ​ກັນ​ທາງ​ມະຫາ​ສະໝຸດ ຫຼື Ocean Shield ຫຼັງຈາກການໂຈມຕີ ຂອງພວກໂຈນທະ​ເລ ໂຊມາເລຍ ໄດ້ຫລຸດລົງ ຢ່າງ ຫຼວງຫຼາຍ.

ກອງທັບອາກາດ ຂອງຣາຊະອານາຈັກ Denmark ​ເປັນ​ຜູ້​ປະຕິບັດພາລະກິດບິນ ກວດກາ ມະຫາສະໝຸດອິນເດຍ ເປັນຄັ້ງສຸດທ້າຍ ໃຫ້ແກ່ອົງການເນໂຕ້.

ການດຳເນີນການຂອງເນໂຕ້ ເປັນສ່ວນໜຶ່ງ ໃນການປະສານງານຂອງ ນາໆຊາດ ທີ່ປະກອບດ້ວຍສະຫະພາບຢູໂຣບ ສະຫະລັດ ແລະປະເທດ ​ເອກ​ກະລາດອື່ນໆ ໃນການຕອບໂຕ້ ຕໍ່ໄພຂົ່ມຂູ່ຂອງໂຈນທະ​ເລ ທີ່ໄດ້ຮັບຜົນສຳເລັດເປັນຢ່າງສູງ.

ໃນລະຫວ່າງ ທີ່ມີການໂຈມຕີເຮືອໂດຍພວກໂຈນທະ​ເລ ເກີດຂຶ້ນຫຼາຍທີ່ສຸດ ຢູ່ນອກ
​ແຄມ​ຝັ່ງ​ຂອງ​ແຫຼມ Horn ​ໃນ​ອາ​ຟຣິການັ້ນ ຊຶ່ງໄດ້ສົ່ງຜົນກະທົບຕໍ່ເສດຖະກິດເຖິງ 7 ຕື້ໂດລາ ​ຊຶ່ງມີຜູ້ຖືກຈັບເປັນໂຕປະກັນ ຫຼາຍກວ່າ 1000 ຄົນ. ນັບຕັ້ງແຕ່ປີ 2012 ເປັນຕົ້ນມາ ບໍ່ມີເຫດການໂຈມຕີເຮືອ ໂດຍພວກໂຈນທະ​ເລທີ່ປະສົບຜົນສຳເລັດເລີຍ ຊຶ່ງໄດ້ຫລຸດລົງ ຈາກຫຼາຍກວ່າ 30 ລຳ ໃນເວລາທີ່ເກີດເຫດສູງສຸດ ໃນລະຫວ່າງປີ
2010 ຫາ 2011.

ເຮືອບິນຂອງອົງການເນໂຕ້ ໄດ້ບິນອອກຈາກ ປະເທດ Seychelles ທີ່ເປັນເກາະ ຢູ່ໃນເຂດ ອາຟຣິກາຕາເວັນອອກ. ພັນເອກ Simon Dine ຜູ້ບັນຊາການ ໜ່ວຍ​ຍາມຝັ່ງຂອງ Seychelles ໄດ້ກ່າວວ່າ “ພວກເຂົາເຈົ້າ ໄດ້ໃຫ້ການຊ່ອຍເຫຼືອ
ພວກເຮົາ ກ່ຽວກັບບັນຫາໂຈນທະ​ເລ. ພວກເຂົາເຈົ້າ ຊ່ອຍພວກເຮົາ ໃນດ້ານ
ການຝຶກ​ແອບ ກັບ ໜ່ວຍຍາມຝັ່ງຂອງ Seychelles ແລະ ກອງທັບອາກາດ ຂອງປະຊາຊົນ Seychelles ຊຶ່ງໄດ້ຊ່ອຍພວກເຮົາເປັນຢ່າງຍິ່ງ ໃນການ ຮັກສາຄວາມໝັ້ນຄົງ ຂອງເຂດນ້ຳແດນດິນ Seychelles. ມັນເປັນທີ່ໜ້າ
ເສຍໃຈ ທີ່ພວກເຂົາເຈົ້າ ຈະຕ້ອງກັບຄືນໄປ ແຕ່ພວກເຮົາກໍຈະມຸ້ງໜ້າ ສືບຕໍ່
ເຮັດວຽກ ດ້ວຍຄວາມສຳພັນທີ່ດີ ເພື່ອອະນາຄົດ.”

ຜູ້ບັນຊາການຂອງ​ກຳລັງ ​ຈາກກອງທັບອາກາດເດັນມາກ ທີ່ໄດ້ປະຕິບັດການ ພາລະ
ກິດ ຄັ້ງສຸດທ້າຍ ໄດ້ເນັ້ນຢ້ຳວ່າ ອົງການເນໂຕ້ ສາມາດເລີ່ມຄືນໃໝ່ ພາລະກິດຕໍ່ຕ້ານ ໂຈນທະ​ເລ ໃນເວລາໃດກໍໄດ້ ບໍ່ວ່າ ຈະຢູ່ໃນເຂດນ້ຳຂອງໂຊມາເລຍ ຫຼື ມະຫາສະໝຸດ ແອັດແລນຕິກ.

ອົງການເນໂຕ້ ບັດນີ້ ແມ່ນຫັນປ່ຽນຊັບພະຍາກອນທັງຫຼາຍ ເພື່ອຢັບຢັ້ງ ຣັດເຊຍ ຢູ່ໃນ ທະເລດຳ ແລະການລັກລອບຂົນ​ສົ່ງ​ຜູ້ຄົນຢູ່ທະເລ Mediterranean.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

NATO Somalia
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG