ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການເນໂຕ້ ຈະໃຊ້ວິທີ ການຕອບຮັບ 'ທີ່ເຂັ້ມແຂງ' ກັບ ຣັດເຊຍ


ລັດຖະມົນຕີ ວ່າການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ (ຂວາ) ຈັບມືກັບ ເລຂາທິການໃຫຍ່ ອົງາກນ ເນໂຕ້ ທ່ານ ເຈັນສ໌ ສໂຕລເຕັນເບີກ ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 13 ສິງຫາ 2018.
ລັດຖະມົນຕີ ວ່າການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ (ຂວາ) ຈັບມືກັບ ເລຂາທິການໃຫຍ່ ອົງາກນ ເນໂຕ້ ທ່ານ ເຈັນສ໌ ສໂຕລເຕັນເບີກ ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 13 ສິງຫາ 2018.

ເຈົ້າໜ້າທີ່ລະດັບສູງ ຂອງອົງການສົນທິສັນຍາແອັດແລນຕິກເໜືອ ຫຼື NATO ກ່າວວ່າ
ທ່ານບໍ່ມີເຈດຕະນາທີ່ຈະທໍ້ຖອຍໃນການປະເຊີນໜ້າກັບ “ການຟື້ນໂຕຄືນໃໝ່” ຂອງ
ຣັດເຊຍ ໂດຍໄດ້ຢືນຢັດວ່າ ກຸ່ມພັນທະມິດຂອງປະເທດຕາເວັນຕົກ ຈະຍຶດໝັ້ນ ໃນ
ເສັ້ນທາງທີ່ໜັກແໜ້ນ ແຕ່ກໍເປັນທຳ ກັບ ມົສກູ ໃນຂະນະທີ່ສືບຕໍ່ຮັບເອົາບັນດາປະເທດ
ຂອງອະດີດສະຫະພາບໂຊຫວຽດ.

ເລຂາທິການໃຫຍ່ ອົງການ ເນໂຕ້ ທ່ານ ເຈັນສ໌ ສໂຕລເຕັນເບີກ ໄດ້ໃຫ້ຄຳເຫັນດັ່ງກ່າວ
ໃນວັນສຸກວານນີ້ ຫຼັງຈາກທີ່ໄດ້ພົບປະກັບ ທ່ານຈອນ ໂບລຕັນ ທີ່ປຶກສາດ້ານຄວາມ
ໝັ້ນຄົງແຫ່ງຊາດ ສະຫະລັດ ຢູ່ທີ່ທຳນຽບຂາວ.

ທ່ານ ສໂຕລເຕັນເບີກ ໄດ້ກ່າວຕໍ່ຜູ້ຊົມ ຢູ່ທີ່ ມູນນິທິ ເຮີຣີເທັດຈ໌ (Heritage
Foundation) ຊຶ່ງເປັນອົງການວິເຄາະອານຸລັກນິຍົມໃນວໍຊິງຕັນ ວ່າ“ສຳລັບພວກເຮົາ
ແລ້ວ ຈະບໍ່ມີການຂັດແຍ້ງກັນເລີຍ ລະຫວ່າງການມີທ່າທີທີ່ໜັກແໜ້ນ ເຂັ້ມແຂງ ໃນ
ການພົວພັນກັບຣັດເຊຍ ຕາມແບບສະບັບຂອງພວກເຮົາ ແລະໃນເວລາດຽວກັນ
ກໍສະແຫວງຫາການເຈລະຈາ.”

ຄວາມເຄັ່ງຕຶງ ລະຫວ່າງ ຣັດເຊຍ ແລະ ປະເທດຕາເວັນຕົກ ໄດ້ເພີ້ມຂຶ້ນເລື້ອຍໆ ນັບຕັ້ງ
ແຕ່ ກຳລັງຂອງຣັດເຊຍ ໄດ້ບຸກເຂົ້າໄປໃນ ຈໍເຈຍ ເມື່ອນຶ່ງທົດສະວັດຜ່ານມາ ແລະ ໄດ້
ເພີ້ມຂຶ້ນຮອດລະດັບໃໝ່ ໂດຍການບຸກລຸກຂອງຣັດເຊຍ ເຂົ້າໄປໃນຢູເຄຣນ ແລະບຽດ
ຍຶດເອົາແຫຼມຄຣາຍເມຍ ໃນປີ 2014 ນັ້ນ.

ໃນຂະນະທີ່ ໃຫ້ການເນັ້ນໜັກວ່າ ອົງການເນໂຕ້ ບໍ່ໄດ້ສະແຫວງຫາ ການປະເຊີນໜ້າ
ກັນ ແຕ່ທ່ານ ສໂຕລເຕັນເບີກ ກໍໄດ້ຖິ້ມໂທດໃສ່ມົສກູ ວ່າ “ເຕັມໃຈທີ່ຈະໃຊ້ກຳລັງ
ທະຫານ ຕໍ່ບັນດາປະເທດເພື່ອນບ້ານ.”

ທ່ານກ່າວວ່າ “ສິ່ງທີ່ພວກເຮົາໄດ້ເຫັນ ແມ່ນການຟື້ນໂຕຄືນ ຂອງຣັດເຊຍ ເຊິ່ງເປັນ
ຣັດເຊຍ ທີ່ໄດ້ລົງທຶນຫຼາຍແບບຫຼາຍປະເພດ ໃສ່ຄວາມອາດສາມາດ ນອກນັ້ນ ຍັງ
ໄດ້ລົງທຶນໃນດ້ານການສືບລັບ. ອັນນັ້ນ ເປັນເຫດຜົນ ທີ່ພັນທະມິດທັງຫຼາຍ ຂອງ
ອົງການເນໂຕ້ ໄດ້ເລີ້ມລົງທຶນໃສ່ດ້ານປ້ອງກັນປະເທດຫຼາຍຂຶ້ນ ຊຶ່ງເປັນຄັ້ງທຳອິດ
ນັບຕັ້ງແຕ່ ສົງຄາມເຢັນ ໄດ້ສິ້ນສຸດລົງ.”

ວິທີການຂອງທ່ານ ສໂຕລເຕັນເບີກ ແມ່ນແຕກຕ່າງກັບຂອງ ປະທານາທິບໍດີ ສະຫະລັດ
ທ່ານ ດໍໂນລ ທຣຳ ຜູ້ທີ່ໄດ້ພະຍາຍາມເນັ້ນໜັກໃສ່ຄວາມສາມາດຂອງທ່ານ ທີ່ຈະເປັນ
ມິດກັບ ປະທານາທິບໍດີຂອງຣັດເຊຍ ທ່ານ ວລາດີເມຍ ປູຕິນ ແລະ ຄວາມປາຖະໜາ
ຂອງທ່ານ ທີ່ຢາກໃຫ້ມີສາຍສຳພັນທີ່ດີຂຶ້ນກວ່າເກົ່າ ກັບຣັດເຊຍໃນຂັ້ນຕໍ່ໆໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG