ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຂ່າວ​ຫຼ້າ​ສຸດ​ຈາກ​ຢູ​ເຄ​ຣນ: ອົງ​ການ​ເນ​ໂຕ້ ປຶກ​ສາ​ຫາ​ລື ເພື່ອ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ ​ທາງ​ທະ​ຫານ​ຕື່ມ ແກ່​ຢູ​ເຄ​ຣນ


ພວກວິ​ສະ​ວາ​ກອນ​ສູ້​ລົບ ກວດ​ກາ​ເບິ່ງ​ລົດ​ຖັງ​ຣັດ​ເຊຍ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ ຊຶ່ງ​ຖືກ​ນຳ​ມາວາງ​ສະ​ແດງ ເພື່ອ​ເປັນ​ສັນ​ຍາ​ລັກ​ຂອງ​ສົງ​ຄາມ ໃນ​ເຂດ​ໃຈ​ກາງ​ນະ​ຄອນ​ຫຼວງ​ກີ​ຢິບ ວັນ​ທີ 15 ມິ​ຖຸ​ນາ 2023.
ພວກວິ​ສະ​ວາ​ກອນ​ສູ້​ລົບ ກວດ​ກາ​ເບິ່ງ​ລົດ​ຖັງ​ຣັດ​ເຊຍ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ ຊຶ່ງ​ຖືກ​ນຳ​ມາວາງ​ສະ​ແດງ ເພື່ອ​ເປັນ​ສັນ​ຍາ​ລັກ​ຂອງ​ສົງ​ຄາມ ໃນ​ເຂດ​ໃຈ​ກາງ​ນະ​ຄອນ​ຫຼວງ​ກີ​ຢິບ ວັນ​ທີ 15 ມິ​ຖຸ​ນາ 2023.

ເລ​ຂາ​ທິ​ການ​ໃຫຍ່​ຂອງ​ອົງ​ການ​ເນ​ໂຕ້ ທ່ານ​ເຈັນ​ສ໌ ສ​ໂຕ​ລ​ເຕັນ​ເບີກ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ສົງ​ຄາມ​ໃນ​ຢູ​ເຄ​ຣນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໄດ້​ຢືນ​ຄຽງ​ຂ້າງ​ຢູ​ເຄ​ຣນ ແລະ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ.

ທ່ານ​ສ​ໂຕ​ລ​ເຕັນ​ເບີກ ກ່າວ​ຕໍ່​ພວກ​ນັກ​ຂ່າວໃນ​ຂະ​ນະ​ທີ່​ທ່ານ​ເດີນ​ທາງ​ໄປ​ເຖິງ​ສຳ​ນັກ​ງານ​ໃຫຍ່​ຂອງ​ອົງ​ການ​ເນ​ໂຕ້ວ່າ ການ​ລິ​ເລີ້ມ​ໂຈມ​ຕີ​ຕອບ​ໂຕ້​ຄືນ​ ທີ່​ມີ​ການ​ຄອງ​ຄອຍ​ຖ້າ ​ມາ​ໄດ້​ດົນ​ນານ​ແລ້ວນັ້ນ ຢູ​ເຄ​ຣນ​ໄດ້​ສ້າງ​ຄວາມ​ກ້າວ​ໜ້າ​ແລະ​ປົດ​ປ່ອຍ​ດິນ​ແດນ ​ທີ່​ຖືກກຳ​ລັງ​ຣັດ​ເຊຍ​ຢຶດ​ຄອງ ໃນ​ລະ​ຫວ່າງ​ທີ່​ເກີດ ​ການ​ສູ້​ລົບ​ກັນ​ຢ່າງ​ດຸ​ເດືອດ.

ໃນ​ເວ​ລາ​ຕໍ່​ມາ ນາຍ​ພົນ​ມາກ ມິ​ລ​ລີ ປະ​ທານ​ເສ​ນາ​ທິ​ການ​ຮ່ວມ​ຂອງ​ທຳ​ນຽບ​ຫ້າ​ແຈ ກໍ​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ການ​ຊັ່ງ​ຊາ​ດັ່ງ​ກ່າວ ໂດຍ​ການບອກ​ກັບ​ພວກ​ນັກ​ຂ່າວ​ທີ່​ນະ​ຄອນບ​ຣັ​ສ​ເຊິ​ລ​ສ໌ ວ່າ ຢູ​ເຄ​ຣນ “​ໄດ້ສ້າງ​ຄວາ​ມ​ກ້າວ​ໜ້າ” ໃນ​ຂະ​ນະ​ທີ່​ຮັບ​ຮູ້​ວ່າ “ມັນ​ເປັນ​ການ​ສູ້​ລົບ​ທີ່​ຫຍຸ້ງ​ຍາກ ມັນ​ເປັນ​ການ​ສູ້​ລົບ​ທີ່ນອງ​ເລືອດ.”

ທ່ານ​ມິ​ລ​ລີ​ກ່າວ​ວ່າ ຂວັນ​ກຳ​ລັງ​ໃຈ​ຂອງ​ທະ​ຫານ​ຣັດ​ເຊຍ “ແມ່ນ​ບໍ່​ຄ່ອຍ​ສູງ​ປານ​ໃດ” ແລະການ​ນຳ​ພາ​ຂອງ​ມົ​ສ​ກູ​ຍັງ​ມີ​ການ​ຂາດ​ຕົກ​ບົກ​ຜ່ອງ.

ທ່ານສ​ໂຕ​ລ​ເຕັນ​ເບີກ ກ່າວ​ວ່າ ການ​ບຸກ​ຄືບ​ໜ້າ​ໄດ້ຂອງ​ກີ​ຢິບ ແມ່ນ “ເປັນ​ຍ້ອນຄວາມ​ເກັ່ງ​ກ້າ ພິ​ລາດ​ອາດ​ຫານ ທະ​ຫານ​ທີ່​ມີ​ຄວາມ​ສາ​ມາດ​ຂອງ​ຢູ​ເຄ​ຣນ ແຕ່​ໃນ​ຂະ​ນະ​ດຽວ​ກັນ ກໍ​ໄດ້​ເນັ້ນ​ຢ້ຳ​ແລະ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ສະ​ໜັບ​ສະ​ໜຸນ​ຂອງ​ພັນ​ທະ​ມິດ​ເນ​ໂຕ້ ທີ່​ໃຫ້​ແກ່​ຢູ​ເຄ​ຣນ​ມາ​ໄດ້​ຫຼາຍໆ​ເດືອນ​ແລ້ວນັ້ນ ທີ່​ຈິງ​ແລ້ວ ມັນ​ໄດ້​ພາ​ໃຫ້​ມີ​ຄວາມ​ແຕກ​ຕ່າງ​ຢູ່​ໃນ​ສະ​ໜາມ​ລົບ.”

ທ່ານ​ໃຫ້​ຂໍ້​ສັງ​ເກດ​ວ່າ ຍິ່ງ​ຢູ​ເຄ​ຣນ​ປະສົບ​ຜົນສຳ​ເລັດ​ຫຼາຍຂຶ້ນ​ເທົ່າ​ໃດ ມັນ​ກໍ​ຍິ່ງ ຈະກົດ​ດັນຕໍ່​ປະທານາທິບໍດີ​ຣັດ​ເຊຍ ທ່ານວ​ລາ​ດິ​ເມຍ ປູ​ຕິນ​ຫຼາຍ​ຂຶ້ນ​ ​ເພື່ອໃຫ້​ເຂົ້າ​ຮ່ວມ​ໂຕະ​ເຈລະຈາ ​ແລະ​ໃຫ້ຢູ​ເຄ​ຣນມີທ່າແຮງເພີ້ມ​ຂຶ້ນ ​ໃນ​ການ​ເຈລະຈາ​ສັນຕິພາບ.

ທ່ານສ​ໂຕນ​ເຕັນ​ເບີກກ່າວ​ວ່າ ຖ້າ​ບັນດາ​ປະ​ເທດ​ພັນທະ​ມິດ​ຕ້ອງການ​ສັນຕິພາບ​ທີ່​ຍືນ​ຍົງ​ຢູ່ໃນ​ຢູ​ເຄຣນ ພວກ​ເຂົາ​ເຈົ້າ​ຕ້ອງ​ສືບ​ຕໍ່​ໃຫ້ການ​ສະໜັບສະໜູນ​ທາງ​ທະ ຫານແກ່​ຢູ​ເຄຣນ.

ນອກນັ້ນ​ໃນ​ວັນ​ພະ​ຫັດ​ວານນີ້ ສຽງ​ປືນ​ໄດ້​ຢຸດຂະ​ບວນ​ລົດ​ສະ​ຫະ​ປະ​ຊາ​ຊາດ​ເປັນ​ເວ​ລາ​ສັ້ນໆ ໃນ​ຂະ​ນະ​ທີ່​ຂະ​ບວນ​ລົດ​ດັ່ງ​ກ່າວ​ກັບ​ຄືນ​ສູ່​ເຂ​ດ​ຄວບ​ຄຸມ​ຂອງ​ຝ່າຍ​ຢູ​ເຄ​ຣນ ຫຼັງ​ຈາກ​ໄດ້​ເຂົ້າ​ໄປ​ຢ້ຽມ​ຢາມ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ​ຊາ​ໂປ​ຣິ​ສ​ເຊຍ ທີ່​ຢູ່​ໃນ​ເຂດ​ຄວບ​ຄຸມ​ຂອງ​ຝ່າຍ​ຣັດ​ເຊຍ.

ຂະ​ບວນ​ລົດ​ທີ່​ນຳ​ພາ​ໂດຍ​ທານ​ຣາ​ຟາ​ແອ​ລ ກ​ຣອ​ສ​ຊີ ຜູ້​ອຳ​ນວຍ​ການ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມະ​ນູ​ສາ​ກົນ ບໍ່​ໄດ້​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ​ແຕ່​ປະ​ການ​ໃດ ແລະ​ກໍ​ບໍ່​ມີ​ຜູ້​ໃດ ​ໄດ້​ຮັບ​ບາດ​ເຈັບ ອີງ​ຕາມ​ໂຄ​ສົກອົງ​ການ IAEA ທີ່​ກ່າວ​ຕໍ່​ ອົງ​ການ​ຂ່າວ​ຣອຍ​ເຕີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG