ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວຫຼ້າ​ສຸດ​ກ່ຽວ​ກັບ​ຢູ​ເຄ​ຣນ: ເນ​ໂຕ້​ສົນ​ທະ​ນາ​ຫາ​ລື​ກັນ ກ່ຽວ​ກັບ​ການ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ ທາງ​ທະ​ຫານ ແກ່​ຢູ​ເຄ​ຣນ​ເພີ້ມ


ທະ​ຫານ​ຢູ​ເຄ​ຣນ​ຢືນຢູ່ໜ້າ​ອາ​ຄານ​ທີ່​ຖືກ​ທຳ​ລາຍ​ໂດຍ​ການ​ໂຈ​ຕີ​ຂອງ​ຣັດ​ເຊຍ ໃນ​ເມືອງເຄີ​ຊັນ​ຂອງ​ຢູ​ເຄ​ຣນ, ວັນ​ທີ 15 ມິ​ຖຸ​ນາ, 2023
ທະ​ຫານ​ຢູ​ເຄ​ຣນ​ຢືນຢູ່ໜ້າ​ອາ​ຄານ​ທີ່​ຖືກ​ທຳ​ລາຍ​ໂດຍ​ການ​ໂຈ​ຕີ​ຂອງ​ຣັດ​ເຊຍ ໃນ​ເມືອງເຄີ​ຊັນ​ຂອງ​ຢູ​ເຄ​ຣນ, ວັນ​ທີ 15 ມິ​ຖຸ​ນາ, 2023

ເລຂາທິການໃຫຍ່ຂອງອົງການເນໂຕ້ ທ່ານ​ເຈນ​ສ໌ ສ​ໂຕນ​ເທັນ​ເບີກ ກ່າວໃນວັນພະຫັດມື້ນີ້ວ່າ ສົງຄາມໃນຢູເຄຣນ ສະແດງໃຫ້ເຫັນເຖິງຈຳ​ເປັນຕ້ອງຢືນຢູ່ຄຽງ​ຂ້າງກັບຢູເຄຣນ ແລະສືບຕໍ່ໃຫ້ການສະໜັບສະໜູນ.

ທ່ານສ​ໂຕນ​ເທັນ​ເບີກ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ ໃນ​ຂະນະ​ທີ່​ທ່ານ​ໄປ​ຮອດ​ສໍານັກງານ​ໃຫຍ່​ຂອງ​ອົງການ​ເນ​ໂຕ້​ວ່າ ຫລັງ​ຈາກ​ໄດ້​ເປີດ​ສາກການ​ໂຈມ​ຕີຕອບ​ໂຕ້​ຄື​ນ ​ທີ່​ຄາດ​ໄວ້​ມາ​ເປັນ​ເວລາ​ດົນ​ນານ​ແລ້ວ ຢູ​ເຄຣນ​ກໍໄດ້ຮັບຄວາມ​ຄືບ​ໜ້າ ​ແລະ​ປົດ​ປ່ອຍ​ດິນແດນ​ທີ່​ຍຶດຄອງອອກ​ມາ​ຈາກ​ກຳລັງ​ທະ​ຫານຂອງຣັດ​ເຊຍ ​ໃນ​ລະຫວ່າງ​ການ​ສູ້​ລົບ​ກັນ​ຢ່າງ​ຮຸນ​ແຮງ.

ທ່ານສ​ໂຕນ​ເທັນ​ເບີກ ກ່າວວ່າ "ນີ້ແມ່ນຍ້ອນຄວາມເກັ່ງ​ກ້າ, ກ້າຫານ, ຄວາມ​ຄ່ອງ ແຄ້ວຂອງທະຫານຢູເຄຣນ, ແຕ່ມັນຍັງຊີ້ແລະສະແດງໃຫ້ເຫັນອີກວ່າ ການສະໜັບ ສະໜູນຂອງປະ​ເທດພັນທະມິດ​ເນ​ໂຕ້ທີ່ມອບແກ່ຢູເຄຣນມາເປັນເວລາຫຼາຍເດືອນນັ້ນ ໃນຕົວຈິງແລ້ວ ເຮັດໃຫ້ເກີດຄວາມແຕກຕ່າງຢູ່ໃນສະໜາມລົບ."

ທ່ານ​ກ່າວ​ຕື່ມ​ວ່າ ​ໃນ​ໄລຍະ​ນີ້ ຍິ່ງ​ຢູ​ເຄ​ຣນ​ປະສົບ​ຜົນສຳ​ເລັດ​ຫຼາຍຂຶ້ນ​ເທົ່າ​ໃດ ມັນ​ກໍ​ຍິ່ງ ຈະກົດ​ດັນຕໍ່​ປະທານາທິບໍດີ​ຣັດ​ເຊຍ, ທ່ານວ​ລາ​ດິ​ເມຍ ປູ​ຕິນ​ຫຼາຍ​ຂຶ້ນ​ ​ໃຫ້​ເຂົ້າ​ຮ່ວມ​ໂຕະ​ເຈລະຈາ ​ແລະ​ໃຫ້ຢູ​ເຄ​ຣນມີທ່າແຮງເພີ້ມ​ຂຶ້ນ​ໃນ​ການ​ເຈລະຈາ​ສັນຕິພາບ.

ທ່ານສ​ໂຕນ​ເທັນ​ເບີກກ່າວ​ວ່າ ຖ້າ​ບັນດາ​ປະ​ເທດ​ພັນທະ​ມິດ​ຕ້ອງການ​ສັນຕິພາບ​ທີ່​ຍືນ​ຍົງ​ຢູ່ໃນ​ຢູ​ເຄຣນ ພວກ​ເຂົາ​ເຈົ້າ​ຕ້ອງ​ສືບ​ຕໍ່​ໃຫ້ການ​ສະໜັບສະໜູນ​ທາງ​ທະຫານແກ່​ຢູ​ເຄຣນ.

ນໍ​ເວ ​ແລະ​ເດັນ​ມາກ​ປະກາດ​ຄວາມ​ພະຍາຍາມ​ຮ່ວມ​ກັນ​ເພື່ອ​ສະໜອງລູກ​ປືນ​ໃຫຍ່​ຫຼາຍ​ພັນ​ລູກ​ໃຫ້​ແກ່​ຢູ​ເຄ​ຣນ.

“ຢູເຄຣນມີຄວາມຕ້ອງການລູກປືນໃຫຍ່ອັນຮີບດ່ວນ. ດັ່ງນັ້ນພວກເຮົາໄດ້ຕັດສິນໃຈ ເຮັດຮ່ວ​ມ​ກັບກໍາລັງທະ​ຫານເດັນມາກໃນ​ການບໍລິຈາກຄັ້ງໃຫມ່ ເພື່ອໃຫ້​ຢູ​ເຄຣນ ໄດ້ ຮັບລູກປືນໄວເທົ່າທີ່ຈະໄວໄດ້," ນັ້ນ​ຄື​ຄຳ​ເວົ້າ​ຂອງລັດຖະມົນຕີປ້ອງກັນປະເທດ ຂອງ ນໍເວ, ທ່ານບ​ຈອນ ອາ​ຣີ​ລ ແກ​ຣມ (Bjørn Arild Gram) ກ່າວຢູ່ໃນຖະແຫຼງ ການສະ​ບັບ​ນຶ່ງ.

ກອງທັບ​ຢູ​ເຄຣນກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ຕົນ​ໄດ້​ສະກັດ​ກັ້ນ​ລູກ​ສອນ​ໄຟ​ນຳ​ວິຖີ​ຂອງຣັດ​ເຊຍ ພ້ອມ​ທັງ​ເຮືອບິນ​ບໍ່​ມີ​ຄົນ​ຂັບທີ່​ບັນ​ທຸກ​ລະ​ເບີດ 20 ລຳ​ທີ່ສົ່ງຂຶ້ນໄປ​ໂດຍຣັດ​ເຊຍ.

ສ່ວນ​ຢູ່ໃນ​ແຫຼມໄຄ​ຣ​ເມຍທີ່​ຄວບ​ຄຸມ​ໂດຍ​ຣັດ​ເຊຍນັ້ນ ເຈົ້າ​ໜ້າ​ທີ່​ຣັດ​ເຊຍ​ກ່າວ​ວ່າ ຝ່າຍ​ຕົນ​ໄດ້​ຍິງ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ຂອງຢູ​ເຄ​ຣນຕົກ 9 ລຳ​.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG