ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງ​ຫົວ​ໜ້າ​ອົງ​ການ NATO ເຕືອນ ຈີນ ຕໍ່​ການ​ສົ່ງ​ອາ​ວຸດ​ໃຫ້ ຣັດ​ເຊຍ


ທ່ານ ມຽດ​ຈາ ຈວນ​ນາ, ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ NATO, ໃນ​ນະ​ຄອນຫຼວງ ເບີ​ລິນ, ເຢຍ​ຣະ​ມັນ, 15 ພຶດ​ສະ​ພາ 2022.
ທ່ານ ມຽດ​ຈາ ຈວນ​ນາ, ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ NATO, ໃນ​ນະ​ຄອນຫຼວງ ເບີ​ລິນ, ເຢຍ​ຣະ​ມັນ, 15 ພຶດ​ສະ​ພາ 2022.

ໃນ​ຂະ​ນະ​ທີ່​ໂລກ​ລໍ​ຖ້າ​ສຳ​ລັບ​ ຢູ​ເຄ​ຣນ ທີ່​ຈະ​ເລີ່ມ​ຕົ້ນ​ການ​ໂຈມ​ຕີ​ຕອບ​ໂຕ້ ​ທີ່​ຖືກ​ຄາດ​ວ່າ ​ຈະ​ເກີດ​ຂຶ້ນ​ໃນ​ລະ​ດູ​ບານ​ໃໝ່​ຕໍ່ ຣັດ​ເຊຍ ນັ້ນ, ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ NATO ທ່ານ​ ມຽດ​ຈາ ຈ​ວນ​ນາ (Mircea Geoană) ໄດ້​ເຕືອນ​ ຈີນ ບໍ່ໃຫ້ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ​ທາງ​ທະ​ຫານຕໍ່ ມົ​ສ​ກູ ໃນ​ຂະ​ນະ​ທີ່ ຣັດ​ເຊຍ ສືບ​ຕໍ່​ການບຸ​ກ​ລຸກ​ທີ່​ໂຫດ​ຮ້າຍ ແລະ ຜິດ​ກົດ​ໝາຍ​ຂອງ​ພວກ​ເຂົາ​.

ທ່າ​ນ ຈວນ​ນາ ໄດ້​ກ່າ​ວ​ຕໍ່​ວີ​ໂອ​ເອ​ ໃນ​ການ​ສຳ​ພາດ ​ເມື່ອ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າ “ພວກ​ເຮົາ​ຍັງ​ບໍ່​ໄດ້​ເຫັນສັນ​ຍານ​ຂອງ ຈີນ ນຳ​ສົ່ງ​ອາ​ວຸດ​ທາ​ງ​ທະ​ຫານ​ໄປ​ຊ່ວຍ​ເຫຼືອ ຣັດ​ເຊຍ ເທື່ອ, ແຕ່​ພວກ​ເຮົາ​ຮູ້​ວ່າ​ການ​ປຶກ​ສາ​ຫາ​ລື​ຕ່າງໆ​ແມ່ນ​ກຳ​ລັງ​ດຳ​ເນີນ​ຢູ່. ນີ້​ຈະ​ເປັນ​ການ​ຕັດ​ສິນ​ໃຈ​ທີ່​ຮ້າຍ​ແຮງຫຼາຍໆ​ໂດຍ ຈີນ ທີ່​ຈະ​ສົ່ງ​ຜົນ​ກະ​ທົບ​ບໍ່​ພຽງ​ແຕ່​ສາຍ​ພົວ​ພັນ​ຂອງ​ເຂົາ​ເຈົ້າ​ກັບ​ພວກ​ເຮົາ​ເທົ່າ​ນັ້ນ, ແຕ່​ຊື່​ສຽງ​ຂອງ ຈີນ ແລະ ທົ່ວ​ໂລກ.”

ທ່ານ​ໄດ້​ກ່າວ​ວ່າ ຣັດ​ເຊຍ ແມ່ນ “ຜູ້​ຮຸກ​ຮານ” ໃນ​ສົງ​ຄາມ ຢູ​ເຄ​ຣນ, ແລະ ການ​ຕິດ​ອາ​ວຸດ​ໃຫ້ ມົ​ສ​ກູ ແມ່ນ “ສິ່ງ​ທີ່​ພວກ​ເຮົາ​ກ່າວ​ປະ​ນາມ​ຢ່າງ​ແຮງຫຼາຍ, ຫຼາຍ, ຫຼາຍ.”

ຢູ່​ທຳ​ນຽບ​ຫ້າ​ແຈ​ເມື່ອ​ວັນ​ຈັນ​ວານນີ້, ໂຄ​ສົກ​ທຳ​ນຽບ​ຫ້າ​ແຈ ພົນ​ຈັດ​ຕະ​ວາ ແພັດ ຣາຍ​ເດີ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ ສະ​ຫະ​ລັດ ໄດ້​ທຳ​ການ​ສື່​ສານ​ກັບ ຈີນ ກ່ຽວ​ກັບ “ຜົນ​ກະ​ທົບ​ທີ່​ຕາມ​ມາ​ໃນ​ທາງ​ລົບ ກ່ຽວ​ກັບ ການ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ທີ່​ອັນ​ຕະ​ລາຍ​ເຖິງ​ຊີ​ວິດ​ໃຫ້ ຣັດ​ເຊຍ.”

ທ່ານ ຣາຍ​ເດີ ໄດ້​ກ່າວ​ວ່າ “ມັນ​ບໍ່​ພຽງ​ແຕ່​ຈະ​ຂະ​ຫຍາຍ​ເວ​ລາ​ຂອງ​ສົງ​ຄາມນີ້ອອກ​ໄປ​ຕື່ມ, ການ​ເຂົ້າ​ຄອບ​ຄອງ​ ຢູ​ເຄ​ຣນ ຢ່າງ​ຜິດ​ກົດ​ໝາຍ, ແລະ ຜົນ​ໃນ​ປະ​ຊາ​ຊົນ​ທີ່​ບໍ​ລິ​ສຸດຫຼາຍ​ພັນ​ຄົນ ​ຖືກ​ຂາຍ​ຕາຍ​ໃນ ຢູ​ເຄ​ຣນ ນັ້ນ, ມັນ​ຍັງ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ຢູ່​ໃນ​ກຸ່ມ​ຂອງຫຼາຍປະ​ເທດ ​ທີ່​ພະ​ຍາ​ຍາມ​ຈະລຶບ​ລ້າງ​ ຢູ​ເຄ​ຣນ ໃນ​ຖາ​ນະ​ເປັນ​ປະ​ເທດ​ນຶ່ງ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG