ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງການອະນາໄມໂລກ WHO ເຕືອນເຖິງ 'ໄພອັນຕະລາຍຕໍ່ຊີວິດ' ຈາກລະດູໜາວ ຢູ່ໃນຢູເຄຣນ


ຈະຕູລັດ ເອກະລາດ (Maidan) ໃນນະຄອນຫຼວງ ກີຢິບ ຂອງຢູເຄຣນ, ເຫັນໄດ້ວ່າ ມີຫິມະຕົກ ໃນວັນທີ 21 ພະຈິກ 2022.
ຈະຕູລັດ ເອກະລາດ (Maidan) ໃນນະຄອນຫຼວງ ກີຢິບ ຂອງຢູເຄຣນ, ເຫັນໄດ້ວ່າ ມີຫິມະຕົກ ໃນວັນທີ 21 ພະຈິກ 2022.

ຢູເຄຣນ ຮຽກຮ້ອງຕໍ່ພົນລະເມືອງໃນນະຄອນຫຼວງ ແລະພື້ນທີ່ແຫ່ງອື່ນຂອງປະເທດ ໃຫ້ຈຳກັດການໃຊ້ໄຟຟ້າ ຂະນະທີ່ຕົນພະຍາຍາມສ້ອມແປງຄວາມເສຍຫາຍຕໍ່ຕາຂ່າຍໄຟຟ້າ ຈາກການໂຈມຕີຂອງຣັດເຊຍ ໃນຂະນະດຽວກັນອົງການອະນາໄມໂລກ ຫຼື WHO ໄດ້ເຕືອນວ່າ ປະຊາຊົນໃນຢູເຄຣນ ຫຼາຍລ້ານຄົນ ກຳລັງປະເຊີນກັບ “ໄພອັນຕະລາຍຕໍ່ຊີວິດ” ໃນລະດູໜາວ.

ທ່ານຮານສ໌ ຄລູກ (Hans Kluge) ຜູ້ອຳນວຍການອົງການ WHO ປະຈຳພາກພື້ນເຂດຢູໂຣບ ໄດ້ກ່າວວ່າ “ລະດູໜາວນີ້ ຈະກ່ຽວກັບການຢູ່ລອດ.”

ທ່ານຄລູກ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນຈັນວານນີ້ ວ່າ “ການໂຈມຕີທັງຫຼາຍຕໍ່ ພື້ນຖານໂຄງລ່າງດ້ານສາທາລະນະສຸກ ແລະພະລັງງານ ໝາຍເຖິງໂຮງໝໍຫຼາຍຮ້ອຍແຫ່ງ ແລະສະຖານທີ່ຮັກສາສຸຂະພາບອີກຫຼາຍແຫ່ງ ແມ່ນບໍ່ສາມາດດຳເນີນການຕໍ່ໄປຢ່າງເຕັມສ່ວນ ໂດຍຂາດແຄນນ້ຳມັນ ນ້ຳສະອາດ ແລະໄຟຟ້າ.”

ທ່ານຍັງໄດ້ເຕືອນເຖິງຄວາມທ້າທາຍດ້ານສາທາລະນະສຸກຕ່າງໆ ທີ່ສະເພາະເຈາະຈົງສຳລັບປະເທດແຫ່ງນີ້ ທີ່ລວມທັງ “ການຕິດເຊື້ອພະຍາດທາງລະບົບຫາຍໃຈ ເຊັ່ນວ່າ ໂຄວິດ-19, ປອດບວມ ໄຂ້ຫວັດໃຫຍ່ ແລະຄວາມສ່ຽງທີ່ຮ້າຍແຮງຂອງພະຍາດຄໍຕີບ ແລະ ພະຍາດໝາກສຸກ ໃນປະຊາກອນຜູ້ທີ່ບໍ່ໄດ້ຮັບການສັກຢາປ້ອງກັນພະຍາດເຫຼົ່ານັ້ນ.”

ຢູ່ໃນການກ່າວຄຳປາໄສໃນຕອນກາງຄືນຂອງວັນຈັນວານນີ້ ປະທານາທິບໍດີ ຢູເຄຣນ ໂວໂລດີເມຍ ເຊເລນສກີ ໄດ້ຮຽກຮ້ອງຕໍ່ພົນລະເມືອງໃນກີຢິບ ໃຫ້ປະຢັດພະລັງງານ ແລະຍັງໄດ້ຂໍຮ້ອງຕໍ່ພົນລະເມືອງໃນພື້ນທີ່ ທີ່ຖືກໂຈມຕີແຫ່ງອື່ນໆຂອງປະເທດ ຈົ່ງເຮັດຄືກັນ ທີ່ລວມທັງເມືອງ ວິນນິຕເຊຍ ຊູມີ ແລະໂອເດຊາ.

ທ່ານໄດ້ກ່າວອີກວ່າ “ຄວາມເສຍຫາຍແບບເປັນລະບົບຕໍ່ລະບົບພະລັງງານຂອງພວກເຮົາ ຈາກການໂຈມຕີໂດຍພວກກໍ່ການຮ້າຍຣັດເຊຍນັ້ນ ແມ່ນຖືວ່າ ໜັກໜ່ວງ ຊຶ່ງປະຊາຊົນແລະທຸລະກິດທັງຫຼາຍ ຄວນມີສະຕິ ແລະກະຈາຍການຊົມໃຊ້ພະລັງງານຂອງພວກເຂົາເຈົ້າຄືນໃໝ່ ຕະຫຼອດມື້.”

ຂະນະທີ່ອາກາດທີ່ໜາວເຢັນໃນລະດູໜາວນີ້ ໄດ້ມາຮອດຢູເຄຣນແລ້ວ ຣັດເຊຍ ໄດ້ໂຈມຕີຕາຂ່າຍໄຟຟ້າແລະພື້ນຖານໂຄງລ່າງທີ່ສຳຄັນ ຈາກທາງອາກາດ ເຮັດໃຫ້ເກີດໄຟຟ້າດັບຢ່າງແຜ່ຫຼາຍສຳລັບປະຊາຊົນຫຼາຍຫຼ້າຍຄົນຂອງຢູເຄຣນ.

ບໍລິສັດລັດວິສາຫະກິດ ຢູເຄຣເນີໂກ (Ukrenergo) ຜູ້ປະກອບການດ້ານຕາຂ່າຍໄຟຟ້າ ໄດ້ລາຍງານວ່າ 40 ເປີເຊັນຂອງພົນລະເມືອງຊາວຢູເຄຣນ ປະສົບກັບຄວາມຫຍຸ້ງຍາກ ຍ້ອນຄວາມເສຍຫາຍຕໍ່ສູນກະຈາຍໄຟຟ້າທີ່ສຳຄັນ 15 ແຫ່ງໃນທົ່ວປະເທດ ອີງຕາມລາຍງານຂອງອົງການຂ່າວເອພີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG