ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືລະເບີດ ສະຫຼະຊີບ ກຸ່ມຕາລີບານ ສັງຫານ ທະຫານ ສຫລ 2 ຄົນ ໃນ ອັຟການິສຖານ


ທະຫານສະຫະລັດ ກຳລັງປະເມີນຜົນເສຍຫາຍ ຕໍ່ລົດຫຸ້ມເກາະ ຂອງອົງການ NATO ນຳໂດຍກຳລັງປະສົມ ຫຼັງຈາກ ມືລະເບີດ ສະຫລະຊີບ ໄດ້ທຳການໂຈມຕີ ທີ່ແຂວງ Kandahar ຂອງອັຟການິສຖານ, ວັນທີ 2 ສິງຫາ 2017.
ທະຫານສະຫະລັດ ກຳລັງປະເມີນຜົນເສຍຫາຍ ຕໍ່ລົດຫຸ້ມເກາະ ຂອງອົງການ NATO ນຳໂດຍກຳລັງປະສົມ ຫຼັງຈາກ ມືລະເບີດ ສະຫລະຊີບ ໄດ້ທຳການໂຈມຕີ ທີ່ແຂວງ Kandahar ຂອງອັຟການິສຖານ, ວັນທີ 2 ສິງຫາ 2017.

ບັນດາເຈົ້າໜ້າທີ່ທະຫານຂອງ ສະຫະລັດ ແລະ ອົງການ NATO ໄດ້ກ່າວວ່າ ທະຫານ
ສະຫະລັດ 2 ຄົນ ໄດ້ຖືກສັງຫານ ແລະ ອີກ 4 ຄົນໄດ້ຮັບບາດເຈັບ ໃນເວລາຂະບວນລົດ
ອົງການ NATO ໄດ້ຖືກໂຈມຕີ ໃນວັນພຸດວານນີ້ ຢູ່ທີ່ແຂວງ Kandahar ຂອງ ອັຟກາ
ນິສຖານ ບ່ອນທີ່ຍັງ​ເກີດບັນຫາຂັດແຍ້ງນັ້ນ.

ທ່ານ Jeff Davis ໂຄສົກທຳນຽບຫ້າແຈ ບໍ່ໄດ້ໃຫ້ລາຍລະອຽດໃດໆຕື່ມອີກ. ແຕ່ ກຸ່ມ
ຕາລີບານ ກ່າວວ່າ ນຶ່ງໃນຈຳນວນມືລະເບີດສະຫລະຊີບ ຂອງຕົນ ໄດ້ຂັບລົດທີ່ບັນທຸກ
ດິນລະເບີດ ແລ່ນເຂົ້າໃສ່ຂະບວນລົດດັ່ງກ່າວ.

ກຸ່ມຕາ​ລີ​ບານ​ຍັງກ່າວວ່າ ພວກທະຫານ 15 ຄົນ ທີ່ມາຈາກ “ກອງກຳລັງຍຶດຄອງ
ຕ່າງຊາດ”
ຮວມທັງ ນາຍທະຫານ “ຂັ້ນສູງ” ສອງຄົນ ໄດ້ຖືກສັງຫານ. ກຸ່ມຕາລີບານ
ມັກກ່າວອ້າງຕົວເລກ ຂອງຜູ້ທີ່ເສຍຊີວິດ ເກີນຄວາມເປັນຈິງ ເມື່ອອອກມາອ້າງເອົາ
ຄວາມຮັບຜິດຊອບ.

ພວກທະຫານສີ່ຄົນຂອງອົງການເນໂຕ້ ທີ່ໄດ້ຮັບບາດເຈັບ ໄດ້ຮັບການຮັກສາປິ່ນປົວ
ຢູ່ທີ່ສະຖານທີ່ການແພດ ຂອງກຳລັງ​ປະສົມ ແລະ ບາດແຜຂອງພວກເຂົາເຈົ້າ ຖືວ່າ
ບໍ່ເປັນໄພອັນຕະລາຍຕໍ່ຊີວິດ.

ນາຍພົນ John Nicholson ຜູ້ບັນຊາການ ກຳລັງ​ໃຫ້​ຄວາມສະໜັບສະໜູນ ຂອງ​
ອົງການ​ເນ​ໂຕ້ ໄດ້ກ່າວວ່າ “ໃນນາມຂອງພວກຜູ້ຊາຍ ແລະ ແມ່ຍິງ ຈາກ​ກຳລັງ​
ປະຕິບັດພາລະກິດ​ ໃຫ້ການສະໜັບສະໜູນທີ່ເດັດດ່ຽວ ຂ້າພະເຈົ້າສະແດງຄວາມ
ເສົ້າສະຫລົດໃຈ ຕໍ່ບັນດາຄອບຄົວ ຂອງເພື່ອນສະຫາຍທັງຫຼາຍ ທີ່ໄດ້ສູນເສຍຊີວິດ.
ພວກທະຫານເຫຼົ່ານີ້ ໄດ້ມອບຊີວິດຂອງພວກເຂົາເຈົ້າ ໃນການຮັບໃຊ້ພາລະກິດ
ທີ່ມີຄວາມສຳຄັນຍິ່ງ ສຳລັບ ສະຫະລັດ ບັນດາພັນທະມິດ ແລະ ບັນດາພາຄີຂອງ
ພວກເຮົາ. ພວກເຮົາຈະເທີດທູນການເສຍສະລະຂອງພວກເຂົາເຈົ້າ ດ້ວຍການ
ອຸທິດຕົນ ເພື່ອປົກປ້ອງບ້ານເກີດເມືອງນອນ ຂອງພວກເຮົາ ແລະ ຈະ​ເຮັດ​ຫຼ້ອນ
ພາລະກິດ ຊຶ່ງພວກເຂົາເຈົ້າໄດ້ເສຍສະລະຊີວິດໃຫ້ນັ້ນ.”

ຖະແຫລງການຂອງອຳນາດການປົກຄອງແຂວງ Kandahar ໄດ້ກ່າວວ່າ ຂະບວນລົດ
ໄດ້ບັນທຸກພວກທະຫານຕ່າງຊາດ ໄປຍັງສະໜາມບິນ ໂດຍຜ່ານເມືອງ Kandahar
ໃນເວລາທີ່ລົດລະເບີດສະຫລະຊີບຄັນນຶ່ງແລ່ນເຂົ້າຕຳ. ຖະແຫລງການ ໄດ້ກ່າວວ່າ
ແຮງລະເບີດ ໄດ້ທຳລາຍລົດຄັນນຶ່ງ ໃນຂະບວນ ແຕ່ບໍ່ໄດ້ໃຫ້ລາຍລະອຽດຫຍັງຕື່ມອີກ.

ແຂວງ Kandahar ແມ່ນຮູ້ຈັກກັນດີ ວ່າ ເປັນແຫຼ່ງກຳເນີດ ຂອງກຸ່ມຕາລີບານ ຊຶ່ງການ
ຟື້ນຕົວຄືນ​ຂອງ​ກຸ່ມ​ດັ່ງກ່າວ ໄດ້​ເຮັດໃຫ້ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ
ພິຈາລະນາ ທີ່​ຈະສົ່ງກຳລັງທະຫານອາເມຣິກັນ ກັບຄືນເຂົ້າໄປ ອັຟການິສຖານ ອີກ.

Afghan NATO Attack
please wait
Embed

No media source currently available

0:00 0:00:55 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG