ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເນໂຕ້ ພິຈາລະນາ ສົ່ງກອງກຳລັງເພີ້ມເຕີມ ໄປແຫຼມບາລກັງ ຕາເວັນຕົກ ທ່າມກາງຄວາມຮຸນແຮງ


ແຟ້ມພາບ - ກອງກຳລັງ EUFOR ຂອງໜ່ວຍຮັກສາສັນຕິພາບຂອງເນໂຕ້ ຢຸດໃນລະຫວ່າງລາດຕະເວນ ໃນເມືອງຊາຣາເຢໂວ ຂອງບອສເນຍ ໃນວັນທີ 7 ມີນາ 2022.
ແຟ້ມພາບ - ກອງກຳລັງ EUFOR ຂອງໜ່ວຍຮັກສາສັນຕິພາບຂອງເນໂຕ້ ຢຸດໃນລະຫວ່າງລາດຕະເວນ ໃນເມືອງຊາຣາເຢໂວ ຂອງບອສເນຍ ໃນວັນທີ 7 ມີນາ 2022.

ເລຂາທິການໃຫຍ່ຂອງອົງການເນໂຕ້ (NATO) ກ່າວໃນວັນຈັນວານນີ້ວ່າ ພັນທະມິດກຳລັງທົບທວນການເພີ່ມຈຳນວນເຈົ້າໜ້າທີ່ຮັກສາສັນຕິພາບຂອງອົງການເນໂຕ້ຢ່າງຖາວອນໃຫ້ແກ່ໂກໂຊໂວ (Kosovo) ແລະ ບອສເນຍ (Bosnia) ໃນຊ່ວງເວລາທີ່ຄວາມຮຸນແຮງ ແລະຄຳເຕືອນກ່ຽວກັບການແຊກແຊງຂອງຣັດເຊຍ ກຳລັງເພີ້ມຂຶ້ນ.

ໃນບອສເນຍ ແລະເຮີເຊໂກວີນາ (Herzegovina), ບ່ອນທີ່ຜູ້ນໍາຊາວ​ເຊີ​ເບຍ​ໃນບອສເນຍ ໄດ້ຍົກລະດັບວາທະສາດ ໃນການສະແຫວງຫາ ການແຍກຕົວອອກຈາກສະຫະພັນ, ທີ່ທ່ານເຈັນສ໌ ສໂຕລເທັນເບີກ (Jens Stoltenberg) ​ຜູ້​ນຳຂອງເນໂຕ້ ກ່າວວ່າ ພັນທະມິດຂອງເນໂຕ້ "ສະຫນັບສະຫນູນຢ່າງໜັກ
ແໜ້ນ ຕໍ່ອະທິປະໄຕ ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງບອສເນຍ-ເຮີເຊໂກວີນາ (Bosnia-Herzegovina)."

"ພວກເຮົາກັງວົນ ກ່ຽວກັບພວກແບ່ງແຍກດິນແດນ ແລະວາທະສາດທີ່ສ້າງຄວາມແຕກແຍກ, ເຊັ່ນດຽວກັນກັບການແຊກແຊງຈາກຕ່າງປະເທດໃນທາງທີ່ບໍ່ດີ, ລວມທັງຣັດເຊຍ," ທ່ານ ສໂຕລເທັນເບີກ ກ່າວໃນນະຄອນຫຼວງ ຊາຣາເຢໂວ (Sarajevo).

ທ່ານ ສໂຕລເທັນເບີກ ຕໍ່ມາໃນວັນຈັນວານນີ້ ໄດ້ຢຸດຢູ່​ແວ່ທີ່ໂກໂຊໂວ, ເຊິ່ງໃນວັນທີ 24 ເດືອນກັນຍາ, ພວກຜູ້ຊາຍທີ່ມີອາວຸດໜັກ ຫຼາຍສິບຄົນ ທີ່ນໍາພາໂດຍນັກການເມືອງ​ເຊີ​ເບຍ​ໃນໂກໂຊໂວ ທ່ານມີລານ ຣາໂດຊິກ (Milan Radojcic) ເຊິ່ງຖືກກ່າວຫາວ່າ ມີຄວາມກ່ຽວຂ້ອງກັບ ປະທານາທິບໍດີເຊີເບຍ ທ່ານອາເລັກຊານເດີ ວູ​ຊິກ (Aleksandar Vucic) ໄດ້ໂຈມຕີຕໍາຫຼວດໂກໂຊໂວ ໃນເມືອງ ບັນສກາ (Banjska), ເຮັດໃຫ້ເຈົ້າຫນ້າທີ່ນຶ່ງຄົນເສຍຊີວິດ ແລະມີສ່ວນຮ່ວມ ກັບກອງກຳລັງຮັກສາຄວາມຫມັ້ນຄົງຂອງລັດໃນການຕໍ່ສູ້ດ້ວຍປືນ ເປັນເວລາຫຼາຍຊົ່ວໂມງ ຢູ່ໃນບໍລິເວນຂອງວັດ ອໍໂຕດັອກ ຂອງເຊີເບຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG