ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫົວໜ້າອົງການ NATO ເຕືອນວ່າ ພັນທະມິດ ຄວນບໍ່ຄັດຄ້ານກັນ


ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ລອຍດ໌ ອອສຕິນ, ຊ້າຍ, ຕ້ອນຮັບເລຂາທິການໃຫຍ່ອົງການ NATO ທ່ານ ເຈັນ ສໂຕລເທັນເບີກ ເວລາທີ່ທ່ານເດີນທາງຮອດທຳນຽບຫ້າແຈ. 4 ຕຸລາ, 2021.
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ລອຍດ໌ ອອສຕິນ, ຊ້າຍ, ຕ້ອນຮັບເລຂາທິການໃຫຍ່ອົງການ NATO ທ່ານ ເຈັນ ສໂຕລເທັນເບີກ ເວລາທີ່ທ່ານເດີນທາງຮອດທຳນຽບຫ້າແຈ. 4 ຕຸລາ, 2021.

ເຈົ້າໜ້າທີ່ລະດັບສູງ ຂອງອົງການ NATO ໄດ້ໃຫ້ສັນຍານວ່າມັນອາດເປັນຄວາມຜິດພາດທີ່ຈະພິຈາລະນາການຖອນກອງກຳລັງອອກຈາກ ອັຟການິສຖານ ຫຼື ຄວາມເຄັ່ງຕຶງທີ່ກຳລັງຮຸນແຮງຂຶ້ນ ລະຫວ່າງ ຝຣັ່ງ ກັບ ສະຫະລັດ ວ່າເປັນການອ່ອນແອລົງຂອງພັນທະມິດຂ້າມມະຫາສະໝຸດແອັດແລນຕິກ.

ແຕ່ກົງກັນຂ້າມ, ເລຂາທິການໃຫຍ່ ທ່ານ ເຈັນ ສໂຕລເທັນເບີກ ໄດ້ເຕືອນຜູ້ທີ່ອາດເປັນສັດຕູວ່າ ອົງການ NATO ແມ່ນຍັງຄົງມີຄວາມສາມັກຄີ ແລະ ເດັດດ່ຽວກັບໄພຂົ່ມຂູ່ທີ່ກຳລັງເພີ່ມຂຶ້ນຢ່າງຫຼວງຫຼາຍຈາກສັດຕູເກົ່າ ແລະ ໃໝ່.

ທ່ານ ສໂຕລເທັນເບີກ ໄດ້ກ່າວຕໍ່ຜູ້ຟັງຢູ່ມະຫາວິທະຍາໄລ ຈອຣ໌ຈ ທາວນ໌ (Georgetown University) ຫຼັງຈາກກອງປະຊຸມກັບບັນດາເຈົ້າໜ້າທີ່ລະດັບສູງ ສະຫະລັດ ວ່າ “ຄຳຖາມຕ່າງໆແມ່ນໄດ້ຖືກຖາມ ກ່ຽວກັບ ຄວາມເຂັ້ມແຂງຂອງຄວາມຜູກພັນລະຫວ່າງ ຢູໂຣບ ແລະ ອາເມຣິກາເໜືອ.”

ທ່ານໄດ້ກ່າວວ່າ “ມັນບໍ່ໄດ້ປ່ຽນແປງໃນຮູບພາບ. ພວກເຮົາບໍ່ຮູ້ວ່າວິກິດການ ຄັ້ງຕໍ່ໄປຈະແມ່ນຫຍັງ, ແຕ່ພວກເຮົາຮູ້ວ່າບໍ່ວ່າຫຍັງຈະເກີດຂຶ້ນ, ພວກເຮົາແມ່ນປອດໄພກວ່າເກົ່າເວລາທີ່ພວກເຮົາສາມັກຄີກັນ.”

ໂດຍສະເພາະແລ້ວ, ທ່ານ ສໂຕລເທັນເບີກ ໄດ້ຕອບໂຕ້ຕໍ່ການກ່າວຫາທີ່ວ່າ ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ປະຖິ້ມບັນດາພັນທະມິດອົງການ NATO ເວລາທີ່ທ່ານຕັດສິນໃຈທີ່ຈະປະຕິບັດຕາມຂໍ້ຕົກລົງຂອງລັດຖະບານຊຸດກ່ອນຂອງ ສະຫະລັດ ເພື່ອຖອນກຳລັງທະຫານ ອາເມຣິກັນ ອອກຈາກ ອັຟການິສຖານ.

ທ່ານ ສໂຕລເທັນເບີກ ໄດ້ກ່າວວ່າ “ຄວາມຄິດທີ່ ສະຫະລັດ ບໍ່ໄດ້ປຶກສາແມ່ນຜິດ. ນັ້ນແມ່ນຜິດຕາມຄວາມເປັນຈິງ.”

ຜູ້ນຳອົງການ NATO ຍັງໄດ້ເວົ້າວ່າ ໃນຂະນະທີ່ ຝຣັ່ງ ແມ່ນ “ຜິດຫວັງ” ກັບຂໍ້ຕົກລົງການຮັກສາຄວາມປອດໄພໃໝ່ລະຫວ່າງ ສະຫະລັດ, ສະຫະຣາຊະອານາຈັກ ອັງກິດ ແລະ ອອສເຕຣເລຍ, ຂໍ້ຕົກລົງທີ່ເອີ້ນວ່າ AUKUS ເຊິ່ງ ສະຫະລັດ ແລະ ສະຫຣາດຊະອານາຈັກອັງກິດ ຈະແລກປ່ຽນເທັກໂນໂລຈີກັບ ອອສເຕຣເລຍ ເພື່ອຊ່ວຍເຂົາເຈົ້າສ້າງກຳປັ່ນດຳນ້ຳພະລັງງານນິວເຄລຍ, “ບັນດາພັນທະມິດ NATO ເຫັນພ້ອມກັນໃນພາບທີ່ໃຫຍ່ວ່າ ພວກເຮົາຕ້ອງສາມັກຄີກັນພ້ອມກັບເຮັດວຽກນຳກັນກັບຄູ່ຮ່ວມໃນເອເຊຍປາຊີຟິກຂອງພວກເຮົາ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG