ທ່ານ Jens Stoltenberg ເລຂາທິການໃຫຍ່ ຂອງອົງການເນໂຕ ໄດ້ເຕືອນ ສະພາ
ສະຫະລັດ ໃນວັນພຸດວານນີ້ “ກ່ຽວກັບໄພຂົ່ມຂູ່ ທີ່ຈະມີຫລາຍຂຶ້ນ ຂອງ ຣັດເຊຍ”
ໂດຍກ່າວວ່າ ພັນທະມິດທາງທະຫານ ທີ່ສຳຄັນຂອງຝ່າຍຕາເວັນຕົກ ຈະບໍ່ພາກັນ
ຊອກຫາວິທີ ທີ່ຈະເຮັດສົງຄາມເຢັນໃໝ່ ກັບມົສກູ ແຕ່ຈຳເປັນທີ່ຈະ ຕ້ອງໄດ້ຂັດ
ຂວາງ ການຮຸກຮານທາງທະຫານຂອງພວກເຂົາ.
ໃນຄຳຖະແຫລງທີ່ບໍ່ຄ່ອຍມີຂຶ້ນ ຊ້ອງໜ້າກອງປະຊຸມຮ່ວມ ຂອງສະພາ ໃນໂອ ກາດຄົບ
ຮອບ 70 ປີ ຂອງວັນສ້າງຕັ້ງອົງການເນໂຕ ໃນຕອນທ້າຍຂອງສົງ ຄາມໂລກຄັ້ງທີສອງ
ນັ້ນ ທ່ານ Stoltenberg ຍັງໄດ້ກ່າວວ່າ ອົງການສົນທິສັນ ຍາແອັດແລນຕິກເໜືອ ທີ່
ປະກອບດ້ວຍ 29 ປະເທດ “ບໍ່ໄດ້ມີຄວາມຕັ້ງໃຈ ທີ່ຈະຕິດຕັ້ງລູກສອນໄຟນິວເຄລຍ ທີ່
ສາມາດຍິງຈາກໜ້າດິນ ຢູ່ໃນຢູໂຣບ.” ເພິ່ນ ໄດ້ກ່າວຫາ ຣັດເຊຍວ່າ ລະເມີດສົນທິສັນ
ຍາ ກຳລັງນິວເຄລຍ ທີ່ຍິງໄດ້ໄລຍະ ປານກາງຊຶ່ງສະຫະລັດກ່າວວ່າ ຕົນໄດ້ອອກຈາ
ສົນທິສັນຍາດັ່ງກ່າວກໍຍ້ອນການລະເມີດທີ່ວ່ານັ້ນຂອງຣັດເຊຍ ຊຶ່ງເປັນການກ່າວຫາ ທີ່ຣັດເຊຍໄດ້ປະຕິເສດ.
ທ່ານ Stoltenberg ກ່າວວ່າ ພວກເຮົາບໍ່ຢາກໂດດດ່ຽວຣັດເຊຍ. ພວກເຮົາພະ ຍາຍາມ
ທີ່ຈະສ້າງສາຍພົວພັນ ທີ່ດີຂຶ້ນ ກັບຣັດເຊຍ. ແຕ່ວ່າ ເຖິງແມ່ນວ່າຈະມີ ສາຍພົວພັນທີ່ດີ
ກວ່າເກົ່າກໍຕາມ ພວກເຮົາກໍຈຳເປັນຈະຕ້ອງໄດ້ ບໍລິຫານອັນ ທີ່ຍາກລຳບາກຢູ່ແລ້ວນັ້ນ
ຕໍ່ໄປ.”
ເພິ່ນກ່າວວ່າ “ເນໂຕຈະເອົາບາດກ້າວທີ່ຈຳເປັນສະເໝີ ເພື່ອສະໜອງການຢັບຢັ້ງທີ່ໜ້າ
ເຊື່ອຖືໄດ້ ແລະມີປະສິດທິຜົນ.”
ທ່ານ Stoltenberg ໄດ້ຮຽກຮ້ອງໃຫ້ພັນທະມິດຂອງເນໂຕ ໃຫ້ໃຊ້ຈ່າຍຫລາຍ ຂຶ້ນ ສຳ
ລັບການປ້ອງກັນ ພັນທະມິດຕາເວັນຕົກ ເພື່ອໃຫ້ເຖິງເປົ້າໝາຍ ຂອງການໃຊ້ຈ່າຍຂອງ
ແຕ່ລະປະເທດຢ່າງໜ້ອຍ 2 ເປີເຊັນ ຂອງຂະໜາດເສດຖະກິດແຫ່ງຊາດ ດ້ານການ
ປ້ອງກັນປະເທດ ພາຍໃນປີ 2024 ຊຶ່ງເປັນມາດຕະ ຖານທີ່ມີພຽງແຕ່ ແປດປະເທດເນ
ໂຕ ໄດ້ບັນລຸ ໃນປັດຈຸບັນ.
ທ່ານ Stoltenberg ໄດ້ຊົມເຊີຍປະທານາທິບໍດີ ດໍໂນລ ທຣຳ ທີ່ຄັ້ງນຶ່ງ ໄດ້ເອີ້ນ ວ່າເນ
ໂຕວ່າ “ລ້າສະໄໝແລ້ວ” ໂດຍຊຸກຍູ້ໃຫ້ພວກປະເທດເນໂຕ ເພີ້ມຄ່າໃຊ້ ຈ່າຍ ໃນການ
ປ້ອງກັນປະເທດຫຼາຍຂຶ້ນ ແລະກ່າວວ່າ “ມັນໄດ້ຜົນອີ່ຫລີ”.
ທ່ານ Stoltenberg ນາຍົກລັດຖະມົນຕີຂອງປະເທດນໍເວສອງສະໄໝນັ້ນ ໄດ້ຮັບ ຮູ້
ເຖິງຄວາມແຕກຕ່າງ ໃນໝູ່ພວກປະເທດເນໂຕ ດ້ານການຄ້າຂາຍ ດ້ານພະ ລັງງານ ດ້ານດິນຟ້າອາກາດປ່ຽນແປງ ແລະບັນຫາອື່ນໆ ແຕ່ທ່ານກໍກ່າວວ່າ “ນີ້ແມ່ນປະຊາທິ
ປະໄຕ. ມັນບໍ່ແມ່ນສັນຍານແຫ່ງຄວາມອ່ອນແອ. ມັນແມ່ນສັນ ຍານແຫ່ງຄວາມເຂັ້ມ
ແຂງ.”
ທ່ານນາງ ແນນຊີ ເພໂລຊີ ປະທານສະພາຕໍ່າ ກັບທ່ານ Mitch Mcconnell ຜູ້ນຳສຽງ
ສ່ວນຫລາຍ ໃນສະພາສູງ ໄດ້ເຊື້ອເຊີນໃຫ້ຜູ້ນຳເນໂຕ ໄປກ່າວຄຳປາໄສຕໍ່ສະມາຊິກ
ສະພາຕໍ່າທີ່ຄວບຄຸມໂດຍພັກເດໂມແຄຣັດແລະສະພາສູງທີ່ຄວບ ຄຸມໂດຍພັກຣິພັບບລິ
ກັນ ເພື່ອສະແດງໃຫ້ເຫັນການສະໜັບສະໜູນຂອງສະມາ ຊິກສະພາຈາກທັງສອງພັກ ເຖິງທ່ານທຣຳຈະສືບຕໍ່ຕ້ອງຕິເນໂຕຢູ່ກໍຕາມ.