ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ຄາດ​ວ່າ ຢູ​ເຄ​ຣນ ຈະ​ດຳ​ເນີນ​ການ​ໂຈມ​ຕີ​ໃນ​ລະ​ດູ​ບານ​ໃໝ່


​ທ່ານ ໂບ​ດານ, ຟ​ຣິ​ດ​ສ໌, ຮອງ​ຜູ້​ບັນ​ຊາ​ການ​ໜ່ວຍ​ທະ​ຫານ​ໂຈມ​ຕີ​ທາງ​ອາ​ກາດ ທີ 79, ຫາ​ບ່ອນຫຼົບ​ລີ້ຫຼັງ​ຈາກ​ໄດ້​ຍິງ​ປືນ​ໃສ່​ຕຳ​ແໜ່ງ​ຂອງ ຣັດ​ເຊຍ ຢູ່​ແຖວ​ໜ້າ​ໃກ້​ກັບ​ເມືອງ ມາ​ຣິ​ນ​ກາ, ຢູ​ເຄ​ຣນ, 14 ກຸມ​ພາ 2023.
​ທ່ານ ໂບ​ດານ, ຟ​ຣິ​ດ​ສ໌, ຮອງ​ຜູ້​ບັນ​ຊາ​ການ​ໜ່ວຍ​ທະ​ຫານ​ໂຈມ​ຕີ​ທາງ​ອາ​ກາດ ທີ 79, ຫາ​ບ່ອນຫຼົບ​ລີ້ຫຼັງ​ຈາກ​ໄດ້​ຍິງ​ປືນ​ໃສ່​ຕຳ​ແໜ່ງ​ຂອງ ຣັດ​ເຊຍ ຢູ່​ແຖວ​ໜ້າ​ໃກ້​ກັບ​ເມືອງ ມາ​ຣິ​ນ​ກາ, ຢູ​ເຄ​ຣນ, 14 ກຸມ​ພາ 2023.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ​ທ່ານ​ຄາດ​ວ່າ ຢູ​ເຄ​ຣນ ຈະ​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ທະ​ຫານ​ຄັ້ງ​ໃໝ່ ​ໃນ​ລະ​ດູ​ບານ​ໃໝ່​ນີ້ ເພື່ອ​ຕອບ​ໂຕ້ ​ຕໍ່​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ, ໃນ​ຂະ​ນະ​ທີ່​ໄດ້ໃຫ້​ການ​ຄ້ຳ​ປະ​ກັນ ​ຕໍ່​ລັດ​ຖະ​ບານ ກີ​ຢິບ ວ່າ ສະ​ຫະ​ລັດ ແລະ ພັນ​ທະ​ມິດ​ຕ​າ​ເວັນ​ຕົກ​ ຍັງ​ຄົງ​ຢືນ​ຢັດ​ໃນ​ການ​ໃຫ້​ການ​ສະ​ໜັບ​ສະ​ໜູ​ນ ​ຂອງ​ເຂົາ​ເຈົ້າ​ໃນ​ການ​ປະ​ຕິ​ບັດ​ການ​ໃນສົງ​ຄາມ.

ທ່ານ ອອ​ສ​ຕິນ ໄດ້​ກ່າວ​ໃນ​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌ ປະ​ເທດ ແບ​ລ​ຈຽມ ຢູ່ກອງ​ປະ​ຊຸມ​ຂອງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ອົງ​ການ NATO ເພື່ອ​ປຶກ​ສ​າ​ຫາ​ລື​ການ​ປະ​ສານ​ງານ​ ກ່ຽວກັບ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ໃໝ່​ສຳ​ລັບ ຢູ​ເຄ​ຣນວ່​າ “ວັງ​ເຄ​ຣັ​ມ​ລິນ ແມ່​ນກຳ​ລັງ​ເດີມ​ພັນ​ວ່າ​ ພວກ​ເຂົາ​ສາ​ມາດ​ແກ່​ເວ​ລາ​ພວກ​ເຮົາ ​ຈົນ​ກວ່າ​ບາ​ງ​ຢ່າງ​ຈະ​ສິ້ນ​ສຸດ​ລົງ​.” ອາ​ວຸດ​ຍຸດ​ໂທ​ປະ​ກອນຫຼາຍກວ່າ​ເກົ່າ​ໄດ້​ຖືກ​ສົ່ງ​ໄປ​ເທື່ອ​ລະ​ເລັກ​ລະ​ນ້ອຍ ແລະ ຢ່າງ​ສະ​ໝ່ຳ​ສະ​ເໝີ, ແຕ່ ກີ​ຢິບ ແມ່ນ​ກຳ​ລັງ​ຂໍ​ລັດ​ຖະ​ບານ​ຕາ​ເວັນ​ຕົກ​ໃຫ້​ສົ່ງ​ເຮືອ​ບິນ​ລົບ​ທີ່​ທັນ​ສະ​ໄໝ​ຂອງ​ເຂົາ​ເຈົ້າ​ໄປ​ໃຫ້, ເຊິ່ງ​ແມ່ນ​ບາງ​ສິ່ງ​ທີ່​ປະ​ເທດ​ຕາ​ເວັນ​ຕົກ​ ກຳ​ລັງ​ພິ​ຈາ​ລະ​ນາຢູ່.

ທ່ານ ອອ​ສ​ຕິນ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ມີ​ການ​ປະ​ກາດ​ຫຍັງ​ທີ່​ຈະ​ເຮັດ​ໃນ​ມື້ນີ້.”

ກ່ອນ​ວັນ​ຄົບ​ຮອບ​ 1 ປີ​ຂອງ​ການ​ບຸກ​ລຸກ ຢູ​ເຄ​ຣນ ໂດຍ ຣັດ​ເຊຍ ໃນ​ວັນ​ທີ 24 ກຸມ​ພາ​ນັ້ນ, ທ່ານ ອອ​ສ​ຕິນ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຢືນ​ສາ​ມັກ​ຄີ​ໃນ​ການ​ສະ​ໜັບ​ສະ​ໜູນ​ຂອງ​ພວກ​ເຮົາ​ສຳ​ລັບ​ການ​ຕໍ່​ສູ້​ເພື່ອ​ເສ​ລີ​ພາບ​ຂອງ ຢູ​ເຄ​ຣນ. ແລະ ພວກເຮົາ​ຈະ​ຢືນ​ຮ່ວມ​ກັນ, ສາ​ມັກ​ຄີ​ກັນ ແລະ ຢ່າງ​ເດັດ​ດ່ຽວ​ໃຫ້​ດົນ​ເທົ່າ​ທີ່​ມັນ​ຈະ​ດົນ.”

ທ່ານ​ໄດ້​ກ່າວ​ຕື່ມ​ວ່າ, “ສິ່ງ​ທີ່ ຢູ​ເຄ​ຣນ ຢາກ​ຈະ​ເຮັດ​ໃນ​ຊ່ວງ​ເວ​ລາ​ທຳ​ອິດ​ທີ່​ເປັນ​ໄປ​ໄດ້​ກໍ​ແມ່ນ​ເພື່ອ​ສ້າງ​ຕັ້ງ ຫຼື ສ້າງ​ກຳ​ລັງ​ໃຈ ແລະ ສ້າງ​ເງື່ອນ​ໄຂ​ຕ່າງໆ​ໃນ​ສະ​ໜາມ​ລົບ​ທີ່​ຈະ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຕໍ່​ເຂົາ​ເຈົ້າ.”

ນາຍ​ພົນ ມາກ ມິ​ລ​ລີ, ປະ​ທານ​ເສ​ນາ​ທິ​ການ​ຮ່ວມ​ ຂອງ​ທຳ​ນຽບ​ຫ້​າ​ແຈ, ໄດ້​ເຕືອນ​ວ່າ ໄຊ​ຊະ​ນະ​ຂອງ ຢູ​ເຄ​ຣນ ແມ່ນບໍ່​ແນ່ນອນ, ແລະ ວ່າ ຣັດ​ເຊຍ ແມ່ນ​ກຳ​ລັງ​ສືບ​ຕໍ່​ທຳ​ການ​ໂຈມ​ຕີ​ຂອງ​ພວກ​ເຂົາ​ໃສ່​ພາກ​ພື້ນ​ອຸດ​ສາ​ຫະ​ກຳ ດອນ​ບາ​ສ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.

ທ່ານ​ໄດ້​ອະ​ທິ​ບາຍ​ຄວາມ​ກ້າວ​ໜ້າ​ຂອງ ຣັດ​ເຊຍ ວ່າ “ຊ້າ,” ໂດຍ​ເວົ້າ​ວ່າ “ມັນ​ແມ່ນ​ສົງ​ຄາມ​ທີ່​ຟຸມ​ເຟືອຍ, ພວກ​ເຂົາ​ແມ່ນ​ກຳ​ລັງ​ໄດ້​ຮັບ​ການ​ບາດ​ເຈັບ ແລະ ເສຍ​ຊີ​ວິດ​ຢ່າງ​ໜັກ. ການ​ນຳ​ພາ ແລະ ກຳ​ລັງ​ໃຈ​ຂອງ​ພວກເຂົາ ແມ່ນບໍ່​ດີຫຼາຍ. ແລະ ພວກ​ເ​ຂົາ​ແມ່ນ​ກຳ​ລັງ​ດີ້ນ​ຮົນ​ຢ່າງ​ແຮງ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG