ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າ​ອົງ​ການ NATO ເວົ້າ​ວ່າ ຢູ​ເຄ​ຣນ ຕ້ອງ​ການ​ລູກ​ປືນ​ເພີ່ມ​ເຕີມ ທ່າມ​ກາງ​ການ​ເຮັດ​ສົງ​ຄາມ​ທີ່​ສິ້ນ​ເປືອງ


ທະ​ຫານ​ຢູ​ເຄ​ຣນ ຢືນ​ຢູ່​ຫົນ​ທາງ​ນອກ​ເມືອງ ແນວ​ໜ້າ ບາ​ມຸດ, ທ່າມ​ກາງ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ຕໍ່ ຢູ​ເຄ​ຣນ, ພາກ​ພື້ນ ໂດ​ເນັດ​ສ໌, ຢູ​ເຄ​ຣນ, 11 ກຸມ​ພາ 2023. REUTERS/Yevhenii Zavhorodnii
ທະ​ຫານ​ຢູ​ເຄ​ຣນ ຢືນ​ຢູ່​ຫົນ​ທາງ​ນອກ​ເມືອງ ແນວ​ໜ້າ ບາ​ມຸດ, ທ່າມ​ກາງ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ຕໍ່ ຢູ​ເຄ​ຣນ, ພາກ​ພື້ນ ໂດ​ເນັດ​ສ໌, ຢູ​ເຄ​ຣນ, 11 ກຸມ​ພາ 2023. REUTERS/Yevhenii Zavhorodnii

ເລ​ຂາ​ທິ​ກາ​ນ​ໃຫຍ່​ອົງ​ການ NATO ທ່ານ ເຈັນ​ສ໌ ສ​ໂຕ​ລ​ເທັນ​ເບີກ ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ຈຳ​ເປັນ​ສຳ​ລັບ​ການ​ສະ​ໜອງ​ລູກ​ປືນ​ເພີ່ມ​ເຕີມ​ໃຫ້ ຢູ​ເຄ​ຣນ ແລະ ສຳ​ເລັດ​ການ​ນຳ​ສົ່ງ​ລົດ​ຖັງ​ທີ່​ໄດ້​ສັນ​ຍາ​ໄວ້ ກັບ​ອຸ​ປະ​ກອນ​ໜັກ​ອື່ນໆ ໃນ​ຂະ​ນະ​ທີ່​ບັນ​ດາ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ອົງ​ການ NATO ແລະ ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ຈາກ​ກຸ່​ມ​ຂອງ​ພັນ​ທະ​ມິດ​ຢູ​ເຄ​ຣນ ທີ່​ນຳ​ໜ້າ​ໂດຍ​ ສະ​ຫະ​ລັດ ເຕົ້າ​ໂຮມ​ກັນ​ໃນ​ວັນ​ອັງ​ຄານມື້ນີ້ ​ຢູ່​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌ ປະ​ເທດ ແບ​ລ​ຈ້ຽມ.

ທ່ານ ສ​ໂຕ​ລ​ເທັນ​ເບີກ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ ການ​ເຈ​ລະ​ຈາ​ໄດ້​ເກີດ​ຂຶ້ນ​ໃນ​ຊ່ວງ​ເວ​ລາ​ທີ່​ສຳ​ຄັນ​, ແລະ ວ່າ​ບັນ​ດາ​ພັນ​ທ​ະ​ມິດ​ຈະ “ແກ້​ໄຂ​ບັນ​ຫາ​ຄວາມ​ຕ້ອງ​ການ​ອັນ​ຮີບ​ດ່ວນ​ເພື່ອ​ຂະ​ຫຍາຍ​ການ​ສະ​ໜັບ​ສະ​ໜູນ​ໃຫ້ ຢູ​ເຄ​ຣນ” ໃນ​ວັນ​ອັງ​ຄານມື້ນີ້.

ທ່ານ ສ​ໂຕ​ລ​ເທັນ​ເບີກ ໄດ້​ກ່າວ​ວ່າ “ອາ​ທິດ​ໜ້າ, ພວກ​ເຮົາ​ຈະ​ລະ​ນຶກ​ເຖິງ​ນຶ່ງ​ປີ​ຂອງ​ສົງ​ຄາມ​ທີ່​ໂຫດ​ຮ້າຍ​ໃນ ຢູ​ເຄ​ຣນ, ການ​ບຸກ​ລຸກ​ຢ່າງ​ເຕັມ​ທີ່​ຕໍ່ ຢູ​ເຄ​ຣນ ໂດຍ ຣັດ​ເຊຍ. ແລະ ພວກ​ເຮົາ​ກໍ​ບໍ່​ເຫັນ​ສັນ​ຍານ​ວ່າ​ປະ​ທາ​ນາ​ທິ​ບໍ​ດີ ປູ​ຕິນ ແມ່ນ​ກຽມ​ພ້ອມ​ສຳ​ລັບ​ສັນ​ຕິ​ພາບ. ສິ່ງ​ທີ່​ພວກ​ເຮົາ​ເຫັນ​ແມ່ນ​ກົງ​ກັນ​ຂ້າມ, ລາວ​ແມ່ນ​ກຳ​ລັງ​ກຽມ​ພ້ອມ​ສຳ​ລັບ​ການ​ເຮັດ​ສົງ​ຄາມ​ເພີ່ມ​ເຕີມ, ສຳ​ລັບ​ການ​ຮຸກ​ຮານ​ຄັ້ງ​ໃໝ່ ແລະ ການ​ໂຈມ​ຕີ​ຄັ້ງ​ໃໝ່.”

ທ່ານ ສ​ໂຕ​ລ​ເທັນ​ເບີກ ໄດ້​ກ່າວ​ວ່າຄວາມ​ຄາດ​ຫວັງ​ຂອງ​ບັນ​ດາ​ພັນ​ທະ​ມິດ​ທີ່​ຈະ​ສະ​ໜອງ​ເຮືອ​ບິນ​ລົບ​ໃຫ້​ຢູ​ເຄ​ຣນ “ບໍ່​ແມ່ນ​ບັນ​ຫາ​ທີ່​ຮີບ​ດ່ວນ​ທີ່​ສຸດ​ໃນ​ເວ​ລານີ້, ແຕ່​ມັນ​ແມ່ນ​ການ​ປຶກ​ສາ​ຫາ​ລື​ທີ່​ກຳ​ລັງ​ດຳ​ເນີນ​ຢູ່.”

ທ່ານ​ຍັງ​ໄດ້​ກ່າວ​ວ່າ​ການ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ບໍ່​ແມ່ນ​ພຽງ​ແຕ່​ກ່ຽວ​ກັບ​ການ​ສະ​ໜອງ​ລະ​ບົບ​ຕ່າງໆ​ທີ່ ຢູ​ເຄ​ຣນ ຍັງ​ບໍ່​ທັນ​ມີ​ເທື່ອ, ແຕ່​ມັນ​ຍັງ​ກ່ຽວ​ກັບ ການ​ຮັບ​ປະ​ກັນ​ວ່າ​ອັນ​ທີ່​ເຂົາ​ເຈົ້າ​ມີຢູ່​ແມ່ນ​ໃຊ້​ໄດ້​ດັ່ງ​ທີ່​ມັນ​ຄວນ​ເປັນ.

ທ່ານ ສ​ໂຕ​ລ​ເທັນ​ເບີກ ເວົ້າ​ວ່າ “ນີ້​ໄດ້​ກາຍ​ເປັນ​ສົງ​ຄາມ​ທີ່​ສິ້ນ​ເປືອງ, ແລະ ສະ​ນັ້ນ​ມັນ​ຍັງ​ເປັນ​ກາ​ນ​ຕໍ່​ສູ້​ດ້ານ​ການ​ຂົນ​ສົ່ງ ແລະ ນີ້​ແມ່ນ​ຄວາມ​ພະ​ຍາ​ຍາມ​ທີ່​ໃຫຍ່​ໂດຍ​ບັນ​ດາ​ພັນ​ທະ​ມິດ ທີ່​ຈະສາ​ມາດນຳ​ເອົາ​ລູກ​ປືນ, ນ້ຳ​ມັນ​ເຊື້ອ​ໄຟ, ອາ​ໄຫຼ່​ເຊິ່ງ​ມີ​ຄວາມ​ຕ້ອງ​ການມາ​ໃຫ້​ໄດ້.”

ໃນ​ວັນ​ຈັນ​ວານນີ້, ທ່ານ ສ​ໂຕ​ລ​ເທັນ​ເບີກ ໄດ້​ກ່າວ​ວ່າ​ການ​ໂຈມ​ຕີ​ຄັ້ງ​ໃໝ່​ທີ່​ສຳ​ຄັນ​ຂອງ ຣັດ​ເຊຍ ໃນ​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ ແມ່ນ​ໄດ້​ເລີ່ມ​ຂຶ້ນ​ແລ້ວ ກ່ອນ​ວັນ​ຄົບ​ຮອບ​ການ​ບຸກ​ລຸກ ທີ 24 ກຸ​ມ​ພາ.

ເມືອງ​ບາກ​ມຸດ ທາງ​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ ໃນ​ວັນ​ຈັນ​ວານນີ້​ໄດ້​ປະ​ສົບ​ກັບ​ການ​ຍິງ​ປືນ​ໃຫຍ່​ໂຈມ​ຕີ​ຢ່າ​ງ​ໜັກ. ກອງ​ທັບ​ຢູ​ເຄ​ຣນ ໄດ້​ລາຍ​ງານ​ການ​ລະ​ດົມ​ຍິງ​ຂອງ ຣັດ​ເຊຍ ຢູ່​ໃນເຂດ​ແນວ​ໜ້າ ແລະ ໄດ້​ກ່າວ​ວ່າ 16 ສະ​ຖານ​ທີ່​ຢູ່​ອາ​ໄສ​ແມ່ນ​ຖືກ​ລະ​ດົມ​ຍິງ​ໃສ່​ ໃກ້​ກັບ​ເມືອງ ບາກ​ມຸດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG