ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີປ້ອງກັນປະເທດ ຂອງອົງການ ເນໂຕ້ ກ່າວວ່າ ຄວາມສຳພັນກັບ ຣັດເຊຍ ແມ່ນຢູ່ໃນລະດັບທີ່ຕ່ຳສຸດ


ເລຂາທິການໃຫຍ່ອົງການ NATO ທ່ານ ເຈັນສ໌ ສໂຕລເທັນເບີກ, ຊ້າຍ, ລົມກັບລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ລອຍດ໌ ອອສຕິນ ໃນລະຫວ່າງການຖ່າຍຮູບຮ່ວມກັນຂອງບັນດາລັດຖະມົນຕີປ້ອງກັນປະເທດ NATO, ນະຄອນຫຼວງ ບຣັສໂຊລສ໌, ແບລຈຽມ, 21 ຕຸລາ, 2021.
ເລຂາທິການໃຫຍ່ອົງການ NATO ທ່ານ ເຈັນສ໌ ສໂຕລເທັນເບີກ, ຊ້າຍ, ລົມກັບລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ລອຍດ໌ ອອສຕິນ ໃນລະຫວ່າງການຖ່າຍຮູບຮ່ວມກັນຂອງບັນດາລັດຖະມົນຕີປ້ອງກັນປະເທດ NATO, ນະຄອນຫຼວງ ບຣັສໂຊລສ໌, ແບລຈຽມ, 21 ຕຸລາ, 2021.

ເລຂາທິການໃຫຍ່ອົງການ NATO ທ່ານ ເຈັນສ໌ ສໂຕລເທັນເບີກ ໄດ້ກ່າວໃນວັນພະຫັດວານນີ້ວ່າ ສາຍພົວພັນລະຫວ່າງພັນທະມິດດັ່ງກ່າວ ກັບ ຣັດເຊຍ ແມ່ນຢູ່ຈຸດທີ່ຕໍ່າທີ່ສຸດນັບຕັ້ງແຕ່ສົງຄາມເຢັນໄດ້ສິ້ນສຸດລົງ.

ທ່ານ ສໂຕລເທັນເບີກ ໄດ້ໃຫ້ຄຳເຫັນໃນຂະນະທີ່ບັນດາລັດຖະມົນຕີປ້ອງກັນປະເທດ NATO ໄດ້ເລີ່ມກອງປະຊຸມສອງວັນໃນນະຄອນຫຼວງ ບຣັສໂຊລສ໌.

ຄວາມເຄັ່ງຕຶງໄດ້ປະກົດຂຶ້ນລະຫວ່າງ ຣັດເຊຍ ແລະ ອົງການ NATO ໃນບໍ່ເທົ່າໃດອາທິດທີ່ຜ່ານມາ, ໃນຂະນະທີ່ ຣັດເຊຍ ໄດ້ປະກາດໃນວັນຈັນທີ່ຜ່ານມາວ່າ ເຂົາເຈົ້າໄດ້ສັ່ງພັກຄະນະທູດຖາ ວອນປະຈຳອົງການ NATO ຂອງເຂົາເຈົ້າຊົ່ວຄາວໃນການຕອບໂຕ້ຕໍ່ການຂັບໄລ່ຄົນ ຣັດເຊຍ 8 ຄົນຂອງພັນທະມິດນັ້ນໃນຕົ້ນເດືອນນີ້. ພັນທະມິດທີ່ວ່ານັ້ນໄດ້ກ່າວຫາ ຣັດເຊຍ ກ່ຽວກັບ ການ ສອດແນມ, ເຊິ່ງວັງ ເຄຣັມລິນ ໄດ້ປະຕິເສດ.

ໃນການກ່າວຕໍ່ບັນດານັກຂ່າວ ເມື່ອວັນພະຫັດວານນີ້, ທ່ານ ສໂຕລເທັນເບີກ ໄດ້ເວົ້າວ່າທ່ານເສຍໃຈກັບການຕັດສິນໃຈຂອງ ຣັດເຊຍ ທີ່ຈະປິດຫ້ອງການຂອງພັນທະມິດໃນ ມົສກູ. ທ່ານໄດ້ກ່າວວ່າ ເຂົາເຈົ້າຍັງມີຊ່ອງທາງສຳລັບການສື່ສານກັບ ຮັດເຊຍ ຢູ່, ແຕ່ນີ້ຈະເຮັດໃຫ້ມັນຍາກຂຶ້ນກວ່າເກົ່າ.

ແຕ່ຫົວໜ້າອົງການ NATO ໄດ້ກ່າວວ່າ ສະຖານະການທີ່ຫຍຸ້ງຍາກນີ້ມີແຕ່ຈະເຮັດໃຫ້ມັນສຳຄັນຫຼາຍກວ່າເກົ່າທີ່ສອງຝ່າຍດັ່ງກ່າວສືບຕໍ່ການສົນທະນາ. ທ່ານໄດ້ກ່າວວ່າ NATO ຈະສືບຕໍ່ສະ ແຫວງຫາການສົນທະນາທີ່ສ້າງສັນກັບ ຣັດເຊຍ.

ທ່ານ ສໂຕລເທັນເບີກ ໄດ້ກ່າວວ່າ NATO ແມ່ນກຳລັງທຳການປ່ຽນແປງ, ໂດຍບັນດາປະເທດສະມາຊິກຈະໄດ້ເພັ່ງເລັງໃສ່ການປ້ອງກັນປະເທດທີ່ມີປະໂຫຍດຂອງເຂົາເຈົ້າຄືນ “ເພື່ອປົກປ້ອງເຂດແດນຂອງເຂົາເຈົ້າ.” ບັນດາລັດຖະມົນຕີປ້ອງກັນປະເທດແມ່ນກຳລັງທີ່ຈະຕົກລົງກັນ ກ່ຽວກັບ ແຜນແມ່ບົດສະບັບໃໝ່ເພື່ອປ້ອງກັນຕໍ່ການໂຈມຕີໃດໆທີ່ອາດເປັນໄປໄດ້ຂອງ ຣັດເຊຍ ຕໍ່ແນວ ລົບຫຼາຍດ້ານ.

ບັນດາພັນທະມິດ NATO ຍັງຈະແກ້ໄຂບັນຫາໃນ ອັຟການິສຖານ ແລະ ການເຂົ້າຄວບຄຸມປະ ເທດໂດຍກຸ່ມຕາລີບານ.

ທ່ານ ສໂຕລເທັນເບີກ ໄດ້ກ່າວວ່າ “ຂະບວນການ ‘ມີບົດຮຽນ’ ຕ້ອງເພັ່ງເລັງໃສ່ທັງສິ່ງທີ່ບໍ່ໄດ້ຜົນ ແລະ ສິ່ງທີ່ໄດ້ຜົນ,” ໃນລະຫວ່າງການມີສ່ວນຮ່ວມຂອງພັນທະມິດໃນປະເທດດັ່ງກ່າວ.

ໃນການກ່າວຕໍ່ບັນດານັກຂ່າວໃນວັນພຸດວານນີ້, ຫົວໜ້າອົງການ NATO ໄດ້ ກ່າວວ່າ “ບົດບາດອັນຮີບດ່ວນທີ່ສຸດທີ່ NATO ມີ ແລະ ວຽກງານທີ່ກະທັນຫັນທີ່ສຸດທີ່ພວກເຮົາໄດ້ປະເຊີນ, ກໍແມ່ນການຕັ້ງຖິ່ນຖານໃໝ່ໃຫ້ຊາວ ອັຟການິສຖານ ຜູ້ທີ່ໄດ້ເຮັດວຽກກັບພວກເຮົາ.”

ທ່ານ ສໂຕລເທັນເບີກ ໄດ້ກ່າວວ່າ ບັນດາພັນທະມິດ NATO ແລະ ຄູ່ຮ່ວມແມ່ນສາມາດທີ່ຈະນຳເອົາປະຊາຊົນ ອັຟການິສຖານ ຫຼາຍກວ່າ 120,000 ຄົນ ອອກຈາກ ອັຟການິສຖານ ແລະ ສືບຕໍ່ທີ່ຈະເຮັດວຽກໃນການຍົກຍ້າຍຄົນອອກຕື່ມອີກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG