ເລຂາທິການໃຫຍ່ອົງການເນໂຕ້ ທ່ານເຈັນສ໌ ສໂຕລເຕັນເບີກ ຢ້ຽມຢາມນະຄອນຫຼວງອັງກາຣາຂອງເທີກີ ໃນວັນພະຫັດວານນີ້ ເພື່ອສະແດງຄວາມເປັນເອກກະພາບ ຫຼັງຈາກທີ່ເກີດແຜ່ນດິນໄຫວ ໃນອາທິດແລ້ວ ທີ່ໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ບາງເຂດຂອງເທີກີ ແລະຊີເຣຍ.
ໃນການຖະແຫຼງ ຄຽງຂ້າງກັບລັດຖະມົນຕີການຕ່າງປະເທດເທີກີ ທ່ານເມວລຸດ ຊາວູໂຊກລູ ທ່ານສໂຕລເຕັນເບີກ ກ່າວຕໍ່ພວກນັກຂ່າວວ່າ ອົງການເນໂຕ້ຢືນຢູ່ກັບປະເທດເທີກີ ຊຶ່ງເປັນປະເທດສະມາຊິກ ຂອງເນໂຕ້ ໃນເວລາທີ່ປະເທດດັ່ງກ່າວຕ້ອງການ.
“ພວກເຮົາຂໍສະແດງຄວາມຄຳນັບຕໍ່ຄວາມກ້າຫານຂອງພວກເຈົ້າໜ້າທີ່ຮັບມືກັບເຫດສຸກເສີນຂອງເທີກີ ແລະພວກເຮົາຂໍໄວ້ອາໄລ ຮ່ວມກັບພວກທ່ານ” ທ່ານສໂຕລເຕັນເບີກກ່າວ.
ທ່ານເວົ້າວ່າ ຈຸດເພັ່ງເລັງຂອງພັນທະມິດ ໃນເວລານີ້ ຈະແມ່ນການບູລະສະສ້າງສາແລະການໃຫ້ຄວາມສະໜັບສະໜຸນແກ່ຜູ້ທີ່ຍົກຍ້າຍບ່ອນຢູ່ຍ້ອນແຜ່ນດິນໄຫວ. ທ່ານໄດ້ກ່າວເຖິງຄວາມພະຍາຍາມທີ່ສະເພາະເຈາະຈົງ ໃນການປຸກສ້າງເຮືອນຊານເປັນການຊົ່ວຄາວແລະນຳໃຊ້ຄວາມສາມາດໃນການຂົນສົ່ງເຄື່ອງຂອງທາງອາກາດຂອງອົງການເນໂຕ້ ເພື່ອຂົນເອົາຕູບຜ້າຕັ້ງຫຼາຍໆພັນອັນໄປຍັງເທີກີ.
ທີ່ນະຄອນນິວຢອກໃນວັນພະຫັດວານນີ້ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣັສໄດ້ຮ້ອງຂໍເງິນ 1 ພັນລ້ານໂດລາເພື່ອນຳໄປບັນເທົາທຸກທາງດ້ານມະນຸດສະທຳໃນປະເທດເທີກີ ສຳລັບຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວ 5 ລ້ານ 2 ແສນຄົນໃນໄລຍະສາມເດືອນຕໍ່ໜ້າ.
ທ່ານກູເຕເຣັສກ່າວວ່າ “ດຽວນີ້ ແມ່ນເວລາ ສຳລັບໂລກຂອງເຮົາ ທີ່ຈະໃຫ້ການສະໜັບສະໜຸນແກ່ຜູ້ຄົນໃນເທີກີ - ໃນຂະນະທີ່ພວກເຂົາເຈົ້າລຸກຂຶ້ນເພື່ອຄວາມເປັນເອກກະພາບ ກັບບຸກຄົນອື່ນໆ ໃນການຊອກສະແຫວງຫາການຊ່ວຍເຫຼືອ - ຄວາມຕ້ອງການອັນນີ້ແມ່ນໃຫຍ່ຫຼວງຫຼາຍ ຜູ້ຄົນພວມປະສົບກັບຄວາມທຸກທໍລະມານ ແລະກໍບໍ່ມີເວລາທີ່ຈະຕ້ອງສູນເສຍ.”
ອົງການຄຸ້ມຄອງເຫດສຸກເສີນຂອງເທີກີ ລາຍງານໃນວັນພະຫັດວານນີ້ວ່າ ໂຕເລກຜູ້ເສຍຊີວິດໃນປະເທດດັ່ງກ່າວ ແມ່ນເພີ້ມຂຶ້ນເປັນ 36,000 ຄົນແລ້ວແລະ ມີຜູ້ບາດເຈັບອີກ 108,000 ຄົນ. ອົງການຄຸ້ມຄອງເຫດສຸກເສີນຍັງເວົ້າວ່າ ໄດ້ເກີດແຜ່ນດິນໄຫວຂະໜາດນ້ອຍທີ່ຕິດຕາມມາຫຼາຍກວ່າ 4,300 ເທື່ອຢູ່ໃນເຂດດັ່ງກ່າວຫຼັງຈາກເກີດແຜ່ນດິນໄຫວຂະໜາດແຮງ ເມື່ອວັນທີ 6 ກຸມພາ.
ໃນຂະນະດຽວກັນ ກໍມີລາຍງານທີ່ໄດ້ຮັບການຢືນຢັນວ່າມີຜູ້ເສຍຊີວິດແລ້ວຫຼາຍ ກວ່າ 5,500 ຄົນຢູ່ໃນປະເທດຊີເຣຍ ທີ່ເປັນເພື່ອນບ້ານ ອີງຕາມໂຕເລກທີ່ເກັບກຳໂດຍ ອົງການມະນຸດສະທຳ ສະຫະປະຊາຊາດ ແລະອົງການຂ່າວ ຂອງທາງການຊີເຣຍ.