ເລຂາທິການໃຫຍ່ອົງການເນໂຕ ທ່ານເຈັນ ສະໂຕລເຕັນເບີກ ໄດ້ກ່າວໃນວັນອັງ ຄານມື້ນີ້ວ່າ ທ່ານມີ “ຄວາມໝັ້ນໃຈທີ່ສຸດ” ທີ່ເທີກີ ຈະລົງໃຫ້ສັດຕະຍາບັນຕໍ່ສະວີເດັນເຂົ້າຮ່ວມເປັນສະມາຊິກອົງການເນໂຕແລະບັນດາຜູ້ນຳພັນທະມິດເຕົ້າໂຮມ ກັນຢູ່ກອງປະຊຸມສຸດຍອດເປັນເວລາສອງວັນຢູ່ ນະຄອນຫລວງຂອງລີທົວເນຍ ທີ່ຈະ “ສົ່ງສານທີ່ເຂັ້ມແຂງແລະໃນທາງບວກ” ກ່ຽວກັບຄວາມປາດຖະໜາຂອງ ຢູເຄຣນທີ່ຈະເຂົ້າຮ່ວມອົງການດັ່ງກ່າວ.
ທ່ານສະໂຕລເຕັນເບີກ ໄດ້ກ່າວວ່າກອງປະຊຸມສຸດຍອດອົງການເນໂຕ ໃນນະຄອນວິລນຽສ “ໄດ້ເປັນປະຫວັດສາດກ່ອນການເລີ້ມຕົ້ນ” ຫລັງຈາກການສົນທະນາກັບ ປະທານາທິບໍດີເທີກີ ທ່ານຣີເຊັບ ຕາຍຢິບ ເອີດວານ ໄດ້ເປີດທາງຜ່ານທີ່ກິີດກັ້ນມາເປັນເວລາຫລາຍເດືອນ ລະຫວ່າງອັນທີ່ທ່ານເອີດວານ ໄດ້ກ່າວຫາລັດຖະບານຂອງສະຕັອກໂຮມ ບໍ່ປະຕິບັດພຽງພໍ ເພື່ອທັບມ້າງຕໍ່ສາຂາພັກການເມືອງ ທີ່ລັດຖະບານເທີກີເຫັນວ່າ ເປັນພວກຫົວຮຸນແຮງຈັດ.
ທ່ານເອີດວານ ໄດ້ປະກາດໃຫ້ການສະໜັບສະໜູນຕໍ່ການອະນຸມັດການຮ້ອງຂໍສະວີເດັນຢູ່ໃນສະພາຂອງເທີກີ ໃນຂະນະທີ່ຮັງກາຣີ ອີກປະເທດນຶ່ງທີ່ຍັງບໍ່ທັນໄດ້ໃຫ້ການຮັບຮູ້ອະນຸມັດເຂົ້າມາເປັນສະມາຊິກອົງການເນໂຕ ໃນການດຳເນີນຕ້ອງເປັນຄວາມເປັນເອກກະສັນ ທີ່ຄາດວ່າຈະຕິດຕາມມາ.
ໃນອັນທີ່ປາກົດວ່າຈະເປັນຂັ້ນຕອນສຸດທ້າຍກ່ອນກອງປະຊຸມສຸດຍອດ ທ່ານເອີ ດວານ ໄດ້ເຊື່ອມໂຍງບັນຫາສະວີເດັນ ກັບການຮຽກຮ້ອງ ທີ່ບໍ່ໄປບໍ່ມາຂອງອັງກາຣາ ໃນການເຂົ້າຮ່ວມສະຫະພາບຢູໂຣບ.
“ສະຫະລັດ ໄດ້ໃຫ້ການສະໜັບສະໜູນເທີກີຢູ່ສະເໝີ ທີ່ປາດຖະໜາຢາກເຂົ້າເປັນສະມາຊິກສະຫະພາບຢູໂຣບ ແລະສືບຕໍ່ທີ່ຈະປະຕິບັດດັ່ງກ່າວ. ຄຳຮ້ອງເປັນສະມາຊິກຂອງເທີກີ ແລະການດຳເນີນເປັນເລື້ອງສຳຄັນ ລະຫວ່າງສະຫະ ພາບຢູໂຣບ ແລະເທີກີ” ທີ່ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ໄດ້ກ່າວຕໍ່ວີໂອເອ. ເຈົ້າໜ້າທີ່ຄົນນຶ່ງທີ່ບໍ່ປະສົງບອກຊື່ກ່າວວ່າ ມັນເປັນການປະຕິ ບັດທຳມະດາ ເວລາສົນທະນາເຖິງນະໂຍບາຍລັດຖະບານ. “ຈຸດເນັ້ນໜັກພວກເຮົາແມ່ນສະວີເດັນ ຊຶ່ງໄດ້ເຂົ້າຮ່ວມພັນທະມິດອົງການເນໂຕ.”
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຜູ້ຕຽມພ້ອມທີ່ຈະພົບປະກັບ ທ່ານເອີດວານ ໃນຕອນແລງວັນອັງຄານມື້ນີ້ ຢູ່ຕອນທ້າຍກອງປະຊຸມສຸດຍອດມື້ທຳອິດ ເພື່ອຕ້ອນຮັບຂ່າວການສະໜັບສະໜູນຂອງເທີກີ ຕໍ່ສະວີເດັນ.