ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການເນໂຕ ເພີ້ມການລາດຕະເວນ ໃນທະເລບາລຕິກ ຫລັງຈາກ ພື້ນຖານໂຄງຮ່າງຢູ່ໃຕ້ທະເລຖືກເສຍຫາຍ


ບັນດາທຸງກຳລັງປິວສະບັດ ຢູ່່ນອກຫ້ອງການໃຫຍ່ອົງການ NATO ໃນນະຄອນບຣັສເຊີລ ວັນທີ Brussels 7 ກຸມພາ 2022
ບັນດາທຸງກຳລັງປິວສະບັດ ຢູ່່ນອກຫ້ອງການໃຫຍ່ອົງການ NATO ໃນນະຄອນບຣັສເຊີລ ວັນທີ Brussels 7 ກຸມພາ 2022

ອົງການ NATO ກຳລັງເພີ້ມການລາດຕະເວນໃນທະເລ ບາ​ລຕິກ ຫລັງຈາກ ເກີດຄວາມເສຍຫາຍຕໍ່​ພື້ນ​ຖານ​ໂຄງ​ລ່າງ​ໃຕ້​ນ້ຳ​ໃນ​ພາກ​ພື້ນ​ດັ່ງ​ກ່າວຫວ່າງບໍ່​ດົນມານີ້, ອີງ​ຕາມ​ການ​ກ່າວ​ຂອງ​ພັນ​ທະ​ມິດກອງ​ທັບ​ຂ້າມ​ມະ​ຫາ​ສະ​ໝຸດ ແອັດ​ແລນ​ຕິກ​ດັ່ງ​ກ່າ​ວ​ໃນ​ວັນພະຫັດວານນີ້.

“ການເພີ້ມມາດຕະການຕ່າງໆຮວມມີການສອດ​ແນມ ແລະ ການ​ບິນສັງເກດ ການ, ຮວມທັງຖ້ຽວບິນລາດຕະເວນການ​ເດີນ​ເຮືອທາງທະເລ, ເຮືອບິນ NATO AWACS ແລະ ໂດຣນ. ກຸ່ມ​ກຳ​ປັ່ນ​ຊອກ​ຫາ​ລະ​ເບີດ​ໃຕ້​ນ້ຳສີ່​ລຳຂອງ NATO ກໍ​ຍັງ​ຖືກ​ສົ່ງ​ໄປ​ໃນ​ຂົງ​ເຂດ​ດັ່ງ​ກ່າວ, ອີງ​ຕາມ​ການ​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຂອງ​ອົງ​ການ NATO.

ການເຄື່ອນໄຫວທີ່​ວ່າ​ນັ້ນ​ໄດ້​ມີ​ຂຶ້ນ​ລຸນຫຼັງ​ການ​ປະ​ກາດ​ໂດຍ​ບັນ​ດາ​ເຈົ້າ​ໜ້າ​ທີ່ ກ່ຽວ​ກັບ ຄວາມ​ເສຍ​ຫາຍ​ຕໍ່​ສາຍ​ເຄ​ເບິ​ລ໌​ໂທ​ລະ​ຄົມ​ໃນ​ທະ​ເລ ບາ​ລ​ຕິກ ທີ່​ເຊື່ອມ​ຕໍ່ ສວີ​ເດັນ ແລະ ເອ​ສ​ໂຕ​ເນຍ ແລະ ໄປ​ຫາ​ທໍ່​ອາຍ​ແກັ​ສ ແລະ ສາຍ​ເຄ​ເບິ​ລ໌ ​ລະ​ຫວ່າງ ຟິນ​ແລນ ແລະ ເອ​ສ​ໂຕ​ເນຍ ໃນ​ຊ່ວງ​ເວ​ລາ​ດຽວ​ກັນ​ຂອງ​ຕົ້ນ​ເດືອນນີ້.

ພວກເຈົ້າໜ້າທີ່ຈາກປະເທດຕ່າງໆທີ່ມີ​ສ່ວນ​ຮ່ວມໄດ້ກ່າວວ່າ ເຂົາເຈົ້າຍັງບໍ່ທັນ ບັນລຸການ​ສະຫຼຸບ​ທີ່​ແນ່ນອນ​ເທື່ອ ກ່ຽວ​ກັບ​ວ່າ​ແມ່ນໃຜສ້າງຄວາມເສຍຫາຍ ຫລືວ່າມັນເປັນອຸປະຕິເຫດ ຫລືເຈດຕະນາເຮັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG