ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການ​ເນ​ໂຕ້ ເລີ້ມ​ຊ້ອມ​ລົບ ໃຫຍ່​ທີ່​ສຸດ ນັບ​ແຕ່ ສົງ​ຄາມ​ເຢັນ ສິ້ນ​ສຸດ​ລົງ


NATO Begins Largest Exercise Since Cold War
please wait

No media source currently available

0:00 0:01:34 0:00

ທະ​ຫານຫຼາຍ​ສິບ​ພັນ​ຄົນ ຈາກ​ກຸ່ມ​ພັນ​ທະ​ມິດ​ເນ​ໂຕ້​ເລີ້ມ​ການຊ້ອມ​ລົບ Trident Junc-
ture ໃນ​ວັນ​ພະ​ຫັດ​ຜ່ານ​ມານີ້ ຊຶ່ງ​ເປັນ​ການຊ້ອມ​ລົບ ທີ່​ໃຫຍ່ທີ່​ສຸດ ນັບ​ແຕ່​ສົງ​ຄາມ​ເຢັນ
​ສິ້ນ​ສຸດ​ລົງ. Carla Babb ນັກ​ຂ່າວ​ວີ​ໂອ​ເອ ມີ​ລາຍງານ​ຫຼ້າ​ສຸດ ກ່ຽວ​ກັບ​ ການ​ຊ້ອມ​ລົບ​
ໃຫຍ່ຊຶ່ງ​ມີ​ຂຶ້ນ​ຢູ່​ໃນແລະ​ອ້ອມ​ແອ້ມ​ປະ​ເທດ​ນໍ​ເວ ແລະ​ເປັນ​ຫຍັງ​ຣັດ​ເຊຍຈຶ່ງ​ຈັບ​ຕາ​ເບິ່ງ
ການ​ຊ້ອມ​ລົບ​ດັ່ງ​ກ່າວນີ້. ໄພ​ສານຈະນຳ ເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບ
ຕໍ່ໄປ.

ການ​ສະ​ແດງ​ກຳ​ລັງ​ຂະ​ໜາດ​ໃຫຍ່ ແບບ​ທີ່​ບໍ່​ເຄີຍ​ເຫັນ​ມາ​ກ່ອນ ນັບ​ແຕ່​ສົງ​ຄາມ​ເຢັນ​ສິ້ນ
​ສຸດ​ລົງ.

ພາກ​ສ່ວນ​ທີ່​ສຳ​ຄັນ​ສຸດ ຂອງ​ກາ​ນ​ຊ້ອມ​ລົບ Trident Juncture ແມ່ນ​ໄດ້​ເລີ້ມ​ຂຶ້ນ​ແລ້ວ
ແລະ​ກໍ​ເປັນ​ການ​ເຕືອນ​ໃຫ້​ຮູ້​ວ່າ ຢ່າ​ມາ​ຫາ​ເລື້ອງ​ວຸ້ນ​ວາຍກັບ​ກຸ່ມ​ພັນ​ທະ​ມິດ.

ຈ່າ​ເອກ ດາ​ວໍ ປີ​ເຕັກ ນາຍ​ທະ​ຫານ​ຊັ້ນ​ຜູ້​ນ້ອຍຢູ່ກອງ​ບັນ​ຊາ​ການ ໃນ​ການ​ປະ​ຕິ​ບັດ​ງານ​
ຂ​ອງ​ອົງ​ການ​ເນ​ໂຕ້ ກ່າວ​ວ່າ “ເປັນ​ຄຳ​ເຕືອນ​ທີ່​ງ່າຍໆ ພວກ​ເຮົາ​ພ້ອມແລ້ວ ແລະ​ພວກ​
ເຮົາ​ກໍ​ສາ​ມາດ ຮັບມື ກັບ​ທຸກໄພ​ຂົ່ມ​ຂູ່​ ທີ່ເປັນ​ໄປ​ໄດ້ ທີ່​ຈະ​ມາ​ເຖິງຊາຍ​ແດນບັນ​ດາ​ປະ​
ເທດ​ສະ​ມາ​ຊິກ​ເນ​ໂຕ້​ຂອງ​ພວກ​ເຮົາ. ນັ້ນ​ແມ່ນ​ເຫດ​ຜົນ​ດຽວເທົ່າ​ນັ້ນທີ່​ພວກ​ເຮົາ​ຊ້ອມ​
ລົບ.”

NATO Exercises Send 'Very Simple Message'
please wait

No media source currently available

0:00 0:01:59 0:00

ການ​ຊ້ອມ​ລົບ​ໃຫຍ່​ໃນ​ຄັ້ງ​ນີ້ ແມ່ນ​ພົວ​ພັນ​ກັບ​ທະ​ຫານ 50,000 ຄົນ ກຳ​ປັ່ນ​ລົບ 65 ລຳ
ເຮືອ​ບິນ​ອາຍ​ພົ່ນ 250 ລຳ ແລະ​ລົດ 10,000 ຄັນ​.

ອົງ​ການ​ເນ​ໂຕ້​ກ່າວ​ວ່າ ການ​ຊ້ອມ​ລົບ​ນີ້ ບໍ່​ແມ່ນ​ການ​ກະ​ກຽມ​ເພື່ອ​ຮຸກ​ຮານ ແລະ​ກຸ່ມ​ພັນ​
ທະ​ມິດ​ໄດ້​ເຊີນ​ຣັດ​ເຊຍ ໃຫ້​ມາ​ຮ່ວມ​ສັງ​ເກດ​ການ.

ພົນ​ເຮືອ​ເອກ ເຈມ​ສ໌ ຟັອກ​ໂກ ຜູ້​ບັນ​ຊາ​ການກອງ​ທັບ​ເຮືອ​ສະ​ຫະ​ລັດ ​ໃນ​ຢູ​ໂຣບ​ແລະຜູ້​ບັນ
​ຊາ​ການ​ຮ່ວມອົງ​ການ​ເນ​ໂຕ້ ທີ່​ເມືອງ​ເນ​ເປີ້ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ດີ​ໃຈທີ່​ພວກ​ເຮົາ​ມີ​ຜູ້​ສັງ​
ເກດ​ການ​ມາ​ຮ່ວມ ຍ້ອນ​ພວກ​ເຂົາ​ເຈົ້າ​ຈະ​ໄດ້​ເຫັນໃນ​ສິ່ງ​ດີໆ​ທີ່ພວກ​ເຮົາ​ຕັ້ງ​ໃຈ​ຈະ​ເຮັດ
ແລະ​ນັ້ນ ມັນ​ຈະມີ​ຜົນ ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ຜູ້​ໃດ​ກໍ​ຕາມທີ່​ຕ້ອງ​ການ​ຢາກ​ຈະ​ຂ້າມ​ຊ​າຍ​
ແດນ​ເຫຼົ່າ​ນັ້ນ ແຕ່​ປະ​ເທດ​ນຶ່ງ​ເປັນ​ການ​ສະ​ເພາະ.”

ການ​ຊ້ອມ​ລົບ​ດັ່ງ​ກ່າວ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ຣັດ​ເຊຍ ແລະ​ປະ​ເທດ​ຕ​າ​ເວັນ​ຕົກ ພວມ​ເກີດ​ການ
​ແຕກ​ແຍກ​ຢ່າງ​ໃຫຍ່ ຍ້ອນ​ຣັດ​ເຊຍ​ໄດ້​ປະ​ກາດ​ຮວມ​ເອົາ​ແຫຼມ​ໄຄ​ຣ​ເມຍຢ່າງ​ຜິດ​ກົດ​ໝາຍ​
ເຂົ້າ​ເປັນ​ດິນ​ແດນ​ສ່ວນ​ນຶ່ງ​ຂອງ​ຕົນໃນ​ຂະ​ນະ​ທີ່​ບາງ​ປະ​ເທດ​ສະ​ມາ​ຊິກ​ຂອງ​ອົງ​ການ​ເນ​ໂຕ້
ມີ​ຄວາມ​ເປັນ​ຫ່ວງ​ຢ້ານ​ວ່າ​ມົ​ສ​ກູບຸກ​ລຸກ​ເຂົ້າ​ໄປ​ໃນ​ດິນ​ແດນ​ຂອງ​ພວກ​ເຂົາ​ເຈົ້າ.

ນອກ​ນັ້ນ​ແລ້ວ ການ​ຊ້ອມ​ລົບ​ນີ້ ​ຍັງ​ມີ​ຂຶ້ນ ​ໃນ​ຂະ​ນະ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ ທ່ານດໍ​
ໂນ​ລທ​ຣຳ ກ່າວ​ໂຈມ​ຕີ​ອົງ​ການ​ເນ​ໂຕ້​ວ່າ ​ໃຫ້ປະ​ໂຫຍດ​ແກ່​ຢູ​ໂຣບ​ຫຼາຍ ກວ່າ​ສະ​ຫະ​ລັດ.

ອົງ​ການ​ເນ​ໂຕ້ ​ໄດ້ຜ່ານ​ຜ່າ​ທັງ​ດີ​ທັງ​ຮ້າຍ ​ມາ​ຫຼາຍ​ທົດ​ສະ​ວັດ​ແລ້ວ ແລະ​ພວກ​ຜູ້​ນຳ​ຂອງ​
ກຸ່ມ​ພັນ​ທະ​ມິດ​ດັ່ງ​ກ່າວ​ເວົ້າ​ວ່າ ພວກ​ທ່ານ​ແມ່ນ​ມີ​ຄວາມ​ໝັ້ນ​ໝາຍ​ ທີ່​ຈະຢູ່​ກັນ ​ຢ່າງ​ເປັນ
​ກ້ອນ​ເປັນ​ກຸ່ມ​ແບບນີ້​ຕໍ່​ໄປ.

ຈ່າ​ເອກ ດາ​ວໍ ປີ​ເຕັກ ກ່າວ​ວ່າ “ມັນ​ເປັນ​ກຸ່ມ​ພັນ​ທະ​ມິດ ທີ່​ໄດ້​ຕັ້ງ​ຂຶ້ນ​ມາ​ດົນ​ນານ​ແລ້ວ
ຫຼາຍ ກວ່າ 70 ປີ ແຕ່​ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ວ່າ ບາງ​ທີ​ອາດ​ບໍ່​ເຄີຍ​ມີ​ຍາມ​ໃດ ​ທີ່ໄດ້​ມິ​ການ
​ເຄື່ອນ​ໄຫວ​ແລະ​ຕັດ​ສິນ​ໃຈ​ ຢ່າງ​ເດັດ​ດ່ຽວ​ ຫຼາຍ​ໄປ​ກວ່າ​ ດັ່ງ​ທີ່​ເປັນ​ຢູ່​ໃນ​ເວ​ລານີ້.”

ເປັນ​ທີ່​ຄາດ​ກັນ​ວ່າ ການ​ຊ້ອມ​ລົບ Trident Juncture ຈະ​ດຳ​ເນີນ​ຕໍ່​ໄປ ຈົນ​ຮອດ​ວັນ​ທີ 7
ພ​ະ​ຈິກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG