ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດພັນທະມິດ ໃນກຸ່ມເນໂຕ້ ໝົດຄວາມອົດທົນເພີ້ມຂຶ້ນ ກັບການກະທໍາຮຸນແຮງຂອງເທີກີ


ພາບທີ່ຢາຍໃຫ້ໂດຍກອງທັບເທີກີໃນວັນທີ 7 ກັນຍາ, 2020 ສະແດງໃຫ້ເຫັນວ່າທະຫານກໍາລັງຢູ່ເທິງລົດຖັງ M48 Patton ໃນຂະນະທີ່ທໍາການຊ້ອມລົບໃນເຂດທີ່ສະຖາປະນາຕົນເອງວ່າ ເປັນສາທາລະນະເທີກີ ຢູ່ພາກເໜືອຂອງປະເທດໄຊປຣັສ.
ພາບທີ່ຢາຍໃຫ້ໂດຍກອງທັບເທີກີໃນວັນທີ 7 ກັນຍາ, 2020 ສະແດງໃຫ້ເຫັນວ່າທະຫານກໍາລັງຢູ່ເທິງລົດຖັງ M48 Patton ໃນຂະນະທີ່ທໍາການຊ້ອມລົບໃນເຂດທີ່ສະຖາປະນາຕົນເອງວ່າ ເປັນສາທາລະນະເທີກີ ຢູ່ພາກເໜືອຂອງປະເທດໄຊປຣັສ.

ສະຫະລັດກຳລັງຊຸກຍູ້ບັນດາປະເທດໃນກຸ່ມເນໂຕ້ (NATO) ໃຫ້ເຮັດວຽກຮ່ວມກັບເທີກີດ້ວຍຄວາມຫວັງວ່າຈະປົວແປງຄວາມແຕກແຍກ ທີ່ເຫັນວ່າອັງກາຣາຫຍັບເຂົ້າໃກ້ກັບຣັດເຊຍຫລາຍຂຶ້ນ, ແຕ່ຢ່າງໜ້ອຍກໍ່ມີນຶ່ງໃນບັນດາພັນທະມິດດັ່ງກ່າວ ສະກັດກັ້ນໄວ້ ບໍ່ໃຫ້ມີຄວາມວຸ້ນວາຍຫຼາຍຂຶ້ນ.

ກຣີສ ທີ່ຍັງບໍ່ລົງລອຍກັນ ໄດ້ຢູ່ໃນການຂັດແຍ້ງກັບເທີກີ ກ່ຽວກັບສິດທິ ແລະຊັບພະຍາກອນຢູ່ໃນພາກຕາເວັນອອກຂອງເຂດທະເລເມດິແຕເຣນຽນນັ້ນໄດ້ໃຫ້ກຳລັງທະຫານເຮືອຂອງຕົນ ຢູ່ໃນທ່າກຽມພ້ອມຫຼາຍຄັ້ງໃນອາທິດຜ່ານມາ ແລະເຈົ້າໜ້າທີ່ສຳຄັນຫລາຍຄົນເປັນຫ່ວງວ່າ ຄວາມເຄັ່ງຕຶງລະຫວ່າງສອງປະເທດແມ່ນສ່ວນນຶ່ງຂອງຮູບແບບທີ່ໃຫຍ່ກວ່າ ເຊິ່ງບໍ່ເຫັນໄດ້ວ່າຈະມີວັນສິ້ນສຸດໄດ້.

ເທີກີ ໄດ້ “ກາຍມາເປັນປະເທດທີ່ມີຄວາມໝັ້ນໃຈໃນຕົນເອງນັບມື້ນັບຫລາຍຂຶ້ນ..ບວກໃສ່ກັບອົງປະກອບທີ່ນັບມື້ນັບຮຸນແຮງຂອງຄໍາໂວຫານ, ລັກສະນະທ່າທີ່ທີ່ມັກຜິດຂ້ອງຕ້ອງຖຽງ ແລະທ່າທີທາງການເມືອງທີ່ມັກປ່ຽນໄປ, ນັ້ນຄືຄໍາເວົ້າຂອງລັດຖະມົນຕີກະຊວງປ້ອງກັນປະເທດກຣີສ, ທ່ານ ນິຄົສ ປານາຈິໂອໂຕພູລົສ (Nikos Panagiotopoulos) ກ່າວໃນວັນພະຫັດວານນີ້ ໃນລະຫວ່າງການໂອ້ລົມສົນທະນາທາງອອນລາຍທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນມາແຊລ (Marshall) ຂອງເຢຍຣະມັນ.

ທ່ານກ່າວວ່າ "ຮອດຈຸດໃດຈຸດນຶ່ງ ກໍຕ້ອງໄດ້ເຮັດບາງສິ່ງບາງຢ່າງ.” ທ່ານກ່າວອີກວ່າ "ແຕ່ຫນ້າເສຍດາຍ, ສະພາບນີ້ໄດ້ນໍາມາຊຶ່ງອົງປະກອບຂອງຄວາມບໍ່ເພິ່ງພໍໃຈ."

ທ່ານປານາຈິໂອໂຕພູລົສ (Nikos Panagiotopoulos) ແລະຄົນອື່ນໆກ່າວວ່າການຮຸກຮານທີ່ໄດ້ພົບເຫັນໃນຄັ້ງໃໝ່ ໄດ້ສະແດງອອກໃນວັນພຸດຜ່ານມາ, ໃນເວລາທີ່ປະທານາທິບໍດີເທີກີ, ທ່ານ ຣີເຊັບ ຕາຢິບ ເອີດວານ (Recep Tayyip Erdogan) ໄດ້ກ່າວໂຈມຕີປະເທດຕາເວັນຕົກ ແລະຝຣັ່ງຢ່າງແຮງຢູ່ໃນການກ່າວຄຳປາໄສ ຕໍ່ສະມາຊິກຂອງພັກການເມືອງຂອງທ່ານ.

"ພວກເຂົາຢາກເລີ້ມສົງຄາມສາສະໜາຄືນອີກແທ້ໆໄດ໋,” ນັ້ນຄືຄໍາເວົ້າຂອງທ່ານເອີດວານ ໂດຍອ້າງອີງເຖິງການປ້ອງກັນກາຕູນຂອງລັດຖະບານຝຣັ່ງ ທີ່ໝາຍເຖິງພະສາດສະດາມູຮໍາມັດ (Muhammad).

ຜູ້ນຳເທີກີກ່າວອີກວ່າ ຝ່າຍຕາເວັນຕົກແມ່ນ "ກໍາລັງກ້າວສູ່ຊ່ວງເວລາທີ່ໂຫດ ຮ້າຍປ່າເຖື່ອນອີກເທື່ອນຶ່ງ".

ເທີກີຍັງໄດ້ກໍ່ໃຫ້ເກີດຄວາມໂກດເຄືອງ ແກ່ບັນດາປະເທດຕາເວັນຕົກ, ໂດຍສະເພາະແມ່ນປະເທດພັນທະມິດຂອງກຸ່ມເນໂຕ້ (NATO), ພາຍຫລັງທີ່ໄດ້ດຳເນີນການທົດລອງລະບົບປ້ອງກັນທາງອາກາດ S-400 ທີ່ຜະລິດໂດຍຣັດເຊຍໃນອາທິດແລ້ວນີ້.

ໃນຕອນກ່າວຕໍ່ນັກຂ່າວໃນວັນພຸດຜ່ານມາ, ເຈົ້າໜ້າທີ່ກະຊວງການຕ່າງປະເທດສະຫະລັດຄົນນຶ່ງເວົ້າວ່າວໍຊິງຕັນໄດ້ກຽມພ້ອມ ທີ່ຈະເອົາມາດຕະການເຂັ້ມງວດຂຶ້ນ ກັບອັງກາຣາໂດຍເຕືອນວ່າ ໄພຂົ່ມຂູ່ຂອງການລົງໂທດ ແມ່ນມີຈິງແທ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG