ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເນໂຕ້ ຫາລື ກ່ຽວກັບ ການປະກຳລັງໄວ້ ຢູ່ອັຟການິສຖານ


Light streaks and smoke trails are seen as rockets are launched from Gaza towards Israel, July 23, 2014.
Light streaks and smoke trails are seen as rockets are launched from Gaza towards Israel, July 23, 2014.
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Leon Panetta
ກ່າວວ່າພວກເຈົ້າໜ້າທີ່ໄດ້ປຶກສາຫາລືກັນກ່ຽວກັບການປະກອງ
ກຳລັງ ທີ່ປະກອບດ້ວຍທະຫານອາເມຣິກັນ ແລະອົງການເນໂຕ້
ໄວ້ໃນອັຟການິສຖານ ຫຼັງຈາກປີ 2014.

ທ່ານ Panetta ເວົ້າວ່າ ໄດ້ມີການພິຈາລະນາກັນ ໃນມື້ວັນສຸກ
ວານນີ້ກ່ຽວກັບທາງເລືອກຕ່າງໆໃນການຮັກສາກຳລັງທະຫານ
ໄວ້ໃນອັຟການິສຖານຫຼັງຈາກປີ 2014 ໃນການປະຊຸມຂອງອົງ
ການເນໂຕ້ທີ່ນະຄອນ Brussels.

ໂຄສົກຂອງທຳນຽບຫ້າແຈ ທ່ານ Georg Little ກ່າວວ່າ ພວກ ເຈົ້າໜ້າທີ່ອົງການເນໂຕ້ໄດ້ເຈລະຈາຫາລືກັນກ່ຽວກັບການປະ
ກຳລັງທະຫານລະຫວ່າງ 8,000 ຫາ 12,000 ຄົນໄວ້ໃນອັຟກາ
ນິສຖານຫຼັງຈາກປີ 2014. ທ່ານກ່າວຕື່ມວ່າປະທານາທິບໍດີສະຫະລັດທ່ານບາຣັກ ໂອບາ
ມາ ຍັງບໍ່ທັນຕັດສິນໃຈເທື່ອກ່ຽວກັບຂະໜາດຂອງກຳລັງທະຫານທີ່ຈະປະໄວ້ຫຼັງປີ 2014.

ກຸ່ມພັນທະມິດເນໂຕ້ມີກຳນົດທີ່ຈະໂອນການຄວບຄຸມກ່ຽວກັບການຮັກສາຄວາມປອດໄພ ໃຫ້ແກ່ທະຫານອັຟການິສຖານ ໃນປີ 2014.

ໃນຕອນເຊົ້າຂອງວັນສຸກວານນີ້ ລັດຖະມົນຕີກະຊວງປ້ອງກັນປະເທດເຢຍຣະມັນທ່ານ Thosmas de Maiziere ກ່າວວ່າ ທ່ານ Panetta ໄດ້ປະກາດ ທີ່ນະຄອນ Brussels ວ່າສະຫະລັດແຕ່ພຽງປະເທດດຽວ ຈະປະກຳລັງທະຫານລະຫວ່າງ 8,000 ຫາ 12,000
ຄົນ ໄວ້ໃນອັຟການິສຖານ ຫຼັງຈາກປີ 2014.

ທ່ານ Little ກ່າວໃນເວລາຕໍ່ມາວ່າ ໄດ້ມີການຫາລືກັນກ່ຽວກັບຂອບເຂດຂອງຂະໜາດ ກຳລັງທະຫານໂດຍທົ່ວໄປ ໃນຍຸກຫຼັງການປະຕິບັດງານຂອງອົງການເນໂຕ້ໃນປີ 2014 ບໍ່ແມ່ນແຕ່ການປະກອບສ່ວນຂອງສະຫະລັດແຕ່ພຽງຜູ້ດຽວທໍ່ນັ້ນ.
XS
SM
MD
LG