ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານເນໂຕ້ 10 ຄົນເສຍຊີວິດ


ປ້ອມຍາມຂອງກຸ່ມທະຫານ NATO
ປ້ອມຍາມຂອງກຸ່ມທະຫານ NATO

ທະຫານອົງການເນໂຕ້ 10 ຄົນໄດ້ເສຍຊີວິດ ໃນພາກ
ຕາເວັນອອກແລະ ພາກໃຕ້ອັຟການິສຖານໃນມື້ວັນຈັນ
ວານນີ້ ຮວມທັງ 4 ຄົນທີ່ເສຍຊີວິດໃນອຸບັດຕິເຫດ
ເຮືອບິນເຮຣີຄອບເຕີ້ຕົກ ທີ່​ແຂວງການດາຮາ.

ອົງການເນໂຕ້ກ່າວວ່າ ໜ່ວຍກ້າຕາຍຂອງອອສເຕຣເລຍ
3 ຄົນແລະທະ ຫານອະເມຣິກັນຄົນນຶ່ງ ເສຍຊີວິດ ແລະ
ທະຫານອອສເຕຣເລຍ ອີກ 7 ຄົນໄດ້ ຮັບບາດເຈັບ
ເວລາເຮືອບິນເຮຣີຄອບເຕີ້ປະສົບອຸບັດຕິເຫດຕົກ ໃນເຂດ
ພູຜາຂອງແຂວງການດາຮາ. ຖະແຫຼງຂ່າວສະບັບນຶ່ງຂອງ
ເນໂຕ້ເວົ້າວ່າ ບໍ່ປາກົດວ່າມີຝ່າຍສັດຕູພົວພັນນຳ​ການຕົກຂອງເຮືອບິນເຮຣີຄອບເຕີ້ໃນ
ຄັ້ງນີ້ ແຕ່ປະການໃດ. ນອກນັ້ນຍັງມີກຳລັງນາໆຊາດອີກ 6 ຄົນຮວມທັງທະຫານອະເມ
ຣິກັນຢ່າງນ້ອຍ 4 ຄົນແລະການາດາຄົນນຶ່ງໄດ້ເສຍຊີວິດຍ້ອນເຫດລະເບີດແຄມທາງ
ແລະການໂຈມຕີດ້ວຍອາວຸດນ້ອຍ ຢູ່ໃນພາກຕາເວັນອອກແລະ ພາກໃຕ້ ອັຟການິສຖານ.

ສ່ວນສັນຊາດຂອງທະຫານຜູ້ທີ 10 ທີ່ເສຍຊີວິດໃນຕອນແລງ ວານນີ້ ຍັງບໍ່ທັນເປັນທີ່ຮູ້
ຈັກເທື່ອ. ພ້ອມ​ດຽວ​ກັນ ອັງກິດ​ໄດ້ປະກາດຂ່າວການເສຍຊີວິດຂອງທະຫານຜູ້ທີ 300
ຂອງ​ຕົນ ໃນການເຮັດສົງຄາມເປັນເວລາ 9 ປີ ຢູ່ໃນອັຟການິສຖານນັ້ນ ຫຼັງຈາກທະຫານ
ຄົນນຶ່ງເສຍຊີວິດຍ້ອນພິດບາດແຜ ຈາກເຫດລະເບີດເມື່ອວັນທີ 12 ມິຖຸນາ ທີ່ແຂວງ
HELMAND ໃນພາກໃຕ້ຂອງອັຟການິສຖານ.

XS
SM
MD
LG