ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານເນໂຕ້ 3 ຄົນເສຍ ຊີວິດໃນການໂຈມຕີທີ່ອັຟການິສຖານ


ທະຫານເນໂຕ້ 3 ຄົນເສຍ ຊີວິດໃນການໂຈມຕີທີ່ອັຟການິສຖານ
ທະຫານເນໂຕ້ 3 ຄົນເສຍ ຊີວິດໃນການໂຈມຕີທີ່ອັຟການິສຖານ

ອົງການເນໂຕ້ກ່າວວ່າ ການໂຈມຕີກອງບັນຊາການຕຳຫຼວດໃນພາກໃຕ້ອັຟການິສຖານ ເຮັດໃຫ້ກຳລັງນາໆຊາດ 3 ຄົນ ແລະພົນລະເຮືອນ 5 ຄົນເສຍຊີວິດ.

ໃນຖະແຫຼງຂ່າວສະບັບນຶ່ງທີ່ນຳອອກເຜີຍແຜ່ໃນວັນພຸດມື້ນີ້ ອົງການເນໂຕ້ກ່າວ ວ່າ ລະເບີດລົດໄດ້ແຕກຂຶ້ນໃນບໍລິເວນທາງເຂົ້າ ໄປຍັງກອງ ບັນຊາການຕຳຫຼວດ ທີ່ເມືອງການດາຮາ ໃນພາກໃຕ້ອັຟການິສຖານ. ຫຼັງຈາກນັ້ນ ພວກກະບົດກໍໄດ້ ລະດົມຍິງປືນກົນ ແລະຈະຫຼວດ RPG ໃສ່ຕຶກກອງບັນຊາການ.

ອົງການເນໂຕ້ກ່າວວ່າ ກຳລັງປະສົມຂອງນາໆຊາດແລະຕຳຫຼວດອັຟການິສຖານ ໄດ້ຂັບໄລ່ພວກບຸກໂຈມຕີໃຫ້ລ່າຖອຍໄປດ້ວຍຄວາມ ສຳເລັດແລະສາມາດສະກັດ ກັ້ນບໍ່ໃຫ້ພວກກະບົດເຂົ້າໄປໃນກອງບັນຊາການຕຳຫຼວດໄດ້.

ເຈົ້າໜ້າທີ່ບໍ່ໄດ້ເປີດເຜີຍໃຫ້ຊາບວ່າ ທະຫານທີ່ເສຍຊີວິດເປັນຄົນຊາດໃດ.

ເຫດຮ້າຍທີ່ວ່ານີ້ເກີດຂຶ້ນນຶ່ງມື້ຫຼັງຈາກທະຫານອັຟການິສຖານຄົນນຶ່ງໄດ້ສັງຫານ ທະຫານອັງກິດ 3 ຄົນ ແລະອີກ 4 ຄົນໄດ້ຮັບບາດເຈັບ ໃນການໂຈມຕີທີ່ໄດ້ມີ ການວາງແຜນໄວ້ລ່ວງໜ້າ ທີ່ແຂວງ HELMAND ນັ້ນ.

XS
SM
MD
LG