ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເນໂຕ ແລະອັຟການິສຖານ ເຊັນຂໍ້ຕົກລົງນໍາກັນ


ບັນດາຜູ້ນຳຂອງກຸ່ມເນໂຕ ແລະ ປະທານາທິບໍດີອັຟການິສຖານ ທ່ານ Hamid Kazai ກຳລັງຢູ່ໃນໂຕະເຈລະ ຈາ ເພື່ອເຊັນຂໍ້ຕົກລົງນຳກັນໃນຕອນປິດກອງປະຊຸມສຸດຍອດ 2 ວັນຂອງ NATO ໃນມື້ ວັນເສົາ ທີ 20 ພະຈິກ ວານນີ້.
ບັນດາຜູ້ນຳຂອງກຸ່ມເນໂຕ ແລະ ປະທານາທິບໍດີອັຟການິສຖານ ທ່ານ Hamid Kazai ກຳລັງຢູ່ໃນໂຕະເຈລະ ຈາ ເພື່ອເຊັນຂໍ້ຕົກລົງນຳກັນໃນຕອນປິດກອງປະຊຸມສຸດຍອດ 2 ວັນຂອງ NATO ໃນມື້ ວັນເສົາ ທີ 20 ພະຈິກ ວານນີ້.

ໃນ​ອີກ​ຂ່າວ​ນຶ່ງ​ກ່ຽວ​ກັບ NATO ນັ້ນ ອົງການ NATO
ແລະ ອັຟກາ​ນິສຖານ ໄດ້ເຊັນຂໍ້ຕົກລົງນຳກັນ ໃນຕອນ
ປິດກອງປະຊຸມສຸດຍອດ 2 ວັນຂອງ NATO ທີ່ນະຄອນ
ຫລວງ Lisbon ຂອງປອກຕຸຍກາລ ໃນມື້ວັນເສົາວານນີ້
ເພື່ອຮັບປະກັນຄວາມໝາຍໝັ້ນໄລຍະ ຍາວຂອງຝ່າຍພັນ
ທະມິດ ຕໍ່ການມີໜ້າຢູ່ອັຟກາ​ນິສຖານ ແລະພາກພື້ນດັ່ງ
ກ່າວ ພາຍຫລັງ ທີ່ຝ່າຍພັນທະມິດໄດ້ຍຸດຕິການສູ້ຮົບທາງ
ທະຫານລົງ ໃນປີ 2014.

ໃນກອງປະຊຸມຖະແຫລງຂ່າວ ທີ່ມີປະທານາທິບໍດີ
Afghanistan ທ່ານ Hamid Kazai ແລະ ເລຂາ
ທິການໃຫຍ່ສະຫະປະຊາຊາດ ທ່ານພັນ ກີມູນ ເຂົ້າ
ຮ່ວມນຳນັ້ນ ທ່ານ Anders Fogh Rasmussen
ຫົວໜ້າອົງການ NATO ເວົ້າວ່າ ຂໍ້ຕົກລົງສະບັບນີ້
ເປັນສັນຍານບອກໃຫ້ປະຊາຊົນອັຟກາ​ນິສຖານ ຮູ້ວ່າ
ຝ່າຍພັນທະມິດຍັງຈະສືບຕໍ່ມຸ້ງໝັ້ນ ໃນການຊ່ວຍ​ເຫລືອ​ອັຟກາ​ນິສຖານ ​ເປັນ​ເວລາຍາວນານ ກາຍປີ 2014 ໄປອີກ.

XS
SM
MD
LG