ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ NATO ຈະອຸ້ມຊູ ອັຟການີສຖານ ຢູ່ຕໍ່ໄປ (ເບິ່ງວີດີໂອ)


ທ່ານ ຮາມິດ ກາຊາຍ ປະທານາທິບໍດີ ອັຟການີສຖານ
ທ່ານ ຮາມິດ ກາຊາຍ ປະທານາທິບໍດີ ອັຟການີສຖານ

ອົງການ​ເນ​ໂຕ້​ກ່າວ​ວ່າ ຕົນ​ຈະ​ບໍ່​ປະຖິ້ມອັຟກາ​ນິສຖານ ​ໃຫ້​ແກ່​ພວກ​ສັດຕູ​ທັງໆ​ທີ່​ໄດ້​ມີ​
ການ​ໃຊ້​ຈ່າຍ​ທາງ​ດ້ານ​ການ​ເງິນ​ຢ່າງ​ໜັກ.

ສະຫະລັດ​ແລະ​ອົງການເນ​ໂຕ້ ມີ​ແຜນ​ທີ່​ຈະ​ຖອນ​ກຳລັງ​ສູ້ລົບ​ຂອງ​ຕົນ​ອອກ​ຈາກ​ອັຟກາ​ນິ
ສຖານ​ໃນ​ປີ 2014 ​ແລະ​ໃນ​ຄຳ​ປາ​ໄສ​ທີ່​ມີ​ການ​ຕຽມລ່ວງ​ໜ້າໃນວັນ​ພຸດ​ມື້​ນີ້ທ່ານ Anders
Fogh Rasmussen ​ເລ​ຂາ​ທິການ​ໃຫຍ່​ຂອງອົງການ​ເນ​ໂຕ້​ໄດ້ເຕຶອນພວກ​ທີ່​ຢາກ​ຈະ
ບ່ອນ​ທຳລາຍລັດຖະບານ​ອັຟ ກາ​ນີສຖານນັ້ນວ່າ ພວກ​ທ່ານ​ບໍ່​ສາມາດ​ລໍຖ້າ​ ໃຫ້​ພວກ
ເຮົາ​ຖອນ​ອອກ​ໄປ​ ​ໂດຍ​ກ່າວ​ວ່າ ພວກເຂົາ​ເຈົ້າ​ຈະພົບ​ພໍ້​ກັບ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ
ທີ່​ເຂັ້ມ ​ແຂງຂອງອັຟກາ​ນີສຖານ ທີ່​ເຂົ້າຮັບ​ໜ້າ​ທີ່ແທນ​ອົງການ​ເນ​ໂຕ້.

ທະຫານຕ່າງປະເທດຢູ່ອັຟການິສຖານ

  • ສະຫະລັດ 90,000
  • ອັງກິດ 9,500
  • ເຢຍຣະມັນ 4,800
  • ອີຕາລີ 3,950
  • ຝຣັ່ງ 3,600
  • ໂປແລນ 2,500
  • ໂຣມາເນຍ 1,900
  • ເທີກີ 1,850
  • ອອສເຕຍເລຍ 1,550
  • ສະເປນ 1,500
  • ແຫຼ່ງຂ່າວ: ISAF

ບັນດາ​ເຈົ້າໜ້າ​ທີ່​ອະ​ວຸ​ໂສຂອງ​ສະຫະລັດ​ແລະອົງການ​ເນ​ໂຕ້ກໍາລັງ​ປະຊຸມ ກັນ​ທີ່​ນະຄອນ
Brussels ປະ​ເທດ​ເບ​ລຢ້ຽມ​ເພື່ອ​ວາງ​ແຜນການ​ຖອນກຳ ລັງ​ສູ້​ລົບ​ຕ່າງປະ​ເທດ ຈໍານວນ
ທີ່​ຍັງ​ເຫລືອ 130,000 ຄົນ​ອອກ​ຈາກ​ອັຟ ການີສຖານ ພ້ອມ​ທັງ​ວິທີ​ການ​ໃຊ້ຈ່າຍໃຫ້​ແກ່
ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອັຟກາ​ນີສຖານຢ່າງມີ​ປະສິດທິ​ຜົນ​. ການ​ປຶກສາ​ຫາ​ລື​
ກັນ​ຄັ້ງ​ນີ້ ​ແມ່ນ​ຈະ​ວາງ​ແນວທາງ​ປະຕິບັດ​ສໍາລັບ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ບັນດາ​ຜູ້​ນໍາ​ອົງ
ການເນ​ໂຕ້​ທີ່​ນະຄອນ Chicago ​ໃນ​ເດືອນ​ໜ້າ​ນີ້.

ເມື່ອ​ວັນ​ອັງຄານ​ວານ​ນີ້ ທ່ານ ຮາ​ມິດ ກາ​ຊາຍ ປະທານາທິບໍດີ​ອັຟກາ​ນີສ ຖານ ກ່າວ​ວ່າ
ທ່ານ​ຕ້ອງການໃຫ້ສະຫະລັດຈ່າຍເງິນຈໍານວນ 2 ພັນ​ລ້ານ​ໂດ​ລາ​ຕໍ່​ປີ ​ເພື່ອ​ເປັນ​ງົບປະ
ມານ​ແກ່​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອັຟ ກາ​ນີສຖານ ຫລັງ​ຈາກ​ການ​ມອບ​ໂອນພາ
ລະກິດ​ຮັກສາ​ຄວາມປອດ​ໄພ​ໃນ​ປີ 2014 ນີ້ ​ແຕ່​ທ່ານ Rasmussen ​ແລະ​ບັນດາ​ເຈົ້າໜ້າ
ທີ່ສະຫະລັດ​ໄດ້​ແນະໃຫ້​ເຫັນ​ວ່າ ຄ່າ​ໃຊ້​ຈ່າຍແມ່ນ​ອາດ​ສູງ​ເກື​ອບ 4 ພັນ​ລ້ານໂດ​ລາ​ຕໍ່​ປີ.

XS
SM
MD
LG