ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມເນໂຕ້ ປະຊຸມກັນ ກ່ຽວກັບການຖອນທະຫານ ອອກຈາກອັຟການີສຖານ (ເບິ່ງວີດີໂອ)


ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Leon Panetta ຖະແຫຼງຕໍ່ພວກນັກຂ່າວ ເທິງເຮືອບິນ ໄປຮ່ວມ ກອງປະຊຸມເນໂຕ້ ທີ່ນະຄອນ Brussels (1 ກຸມພາ 2012)
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Leon Panetta ຖະແຫຼງຕໍ່ພວກນັກຂ່າວ ເທິງເຮືອບິນ ໄປຮ່ວມ ກອງປະຊຸມເນໂຕ້ ທີ່ນະຄອນ Brussels (1 ກຸມພາ 2012)

ພວກ​ລັດ​ຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ກຸ່ມເນ​ໂຕ້ກໍາລັງ​ປະຊຸມ​ກັນໃນ​ວັນພະຫັດ​ມື້​ນີ້​ທີ່​ນະ
ຄອນຫຼວງ Brussels ປະ​ເທດ​ເບ​ລຢ້ຽມ ​ເພື່ອ​ປຶກສາ​ຫາລືກັນ​ເຖິງ​ການ​ປ່ຽນ​ແປງ​ທີ່​ອາດ
ເປັນ​ໄປ​ໄດ້​ຕໍ່​ຍຸດ​ທະ​ສາດ​ຂອງ​ພວກ​ພັນທະ​ມິດ​ໃນ​ອັຟກາ​ນີສຖານ ຊຶ່ງ​ລວມທັງ​ຍຸຕິ​ການ​ປະ
ຕິບັດ​ການ​ສູ້​ລົບ ​ໄວ​ກ່ອນ​ແຜນ ການ​ທີ່​ກໍານົດ​ໄວ້​ນັ້ນ.

ທ່ານ Leon Panetta ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ​ແລະ ທ່ານ ນິ​ໂຄ​ລາສ
ຊາ​ໂກ​ຊີ ປະທານາທິບໍດີ​ຝຣັ່ງ ຕ່າງ​ກໍ​ໄດ້​ແນະ​ນໍາວ່າ​ກໍາລັງ​ປະສົມ​ຄວນ​ຈະ​ຍຸຕິ​ການ​ສູ້​ລົບ​
ຂອງ​ຕົນ​ລົງ​ໃນ​ປີ 2013 ກ່ອນ​ແຜນ ການ​ທີ່ໄດ້​ວາງໄວ້ແລ້ວ​ນັ້ນ​ນຶ່ງ​ປີ ​ແລະ​ປ່ຽນ​ໄປ​ເປັນ
ການ​ເຝິກ​ ​ແລະ​ໃຫ້​ຄໍາ​ແນະ​ນໍາ​ແກ່​ກອງທັບ​ອັຟກາ​ນີສຖານ ​ໄປ​ຈົນ​ເຖິງ​ປີ 2014.

ທ່ານ Panetta ​ໄດ້​ໃຫ້​ຄວາມເຫັນ​ດັ່ງກ່າວ​ເມື່ອ​ວັນ​ພຸດ​ວານ​ນີ້ ຢູ່​ເທິງເຄື່ອງ ບິນ​ຕອນ​ມຸ້ງ
ໜ້າ​ໄປ​ຍັງ​ນະຄອນຫຼວງ Brussels ປະ​ເທດ​ເບ​ລຢ້ຽມ. ທ່ານ ​ພາ​ແນ​ດຕ້າ​ໄດ້​ບອກ​ພວກ​
ນັກ​ຂ່າວ​ທີ່​ເດີນທາງ​ຮ່ວມ​ໄປ​ກັບ​ທ່ານ​ນັ້ນ​ວ່າຫວັງ​ ຢ່າງ​ຍິ່ງ​ວ່າ​ໃນ​ໄລຍະ​ກາງ ຫາ​ທ້າຍ​ປີ
2013 ພວກ​ເຮົາ​ຈະ​ສາມາດຫັນປ່ຽນ​ຈາກ​ບົດ​ບາດການ​ສູ້​ລົບ ​ໄປ​ເປັນ​ການ​ເຝິກ​ແອບ ​ໃຫ້
ຄໍາ​ແນະ​ນໍາ​ ແລະ​ໃຫ້ ຄວາມຊ່ວຍ​ເຫລືອ.

ທ່ານ ພາ​ແນ​ດຕ້າ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ເອີ້ນ​ປີ 2013 ​ວ່າ ເປັນ​ປີ​ຫົວ
ລ້ຽວຫົວ​ຕໍ່​ສໍາ​ຫຼັບການ​ໂອນຂັ້ນ​ສຸດ​ທ້າຍຂົງ​ເຂດຕ່າງໆ​ທີ່​ຍັງ​ເຫຼືອນັ້ນໃຫ້​ແກ່ກອງທັບ​ອັຟ
ກາ​ນີສຖານ. ທ່ານພາ​ແນ​ດຕ້າ​ກ່າວ​ອີກວ່າ​ເວລາ​ນີ້​ຍັງ​ບໍ່​ທັນ​ມີການ​ຕັດສິນ​ໃຈໃດໆ​ເທື່ອ​
ກ່ຽວ​ກັບຈໍານວນ​ທະຫານ​ສະຫະລັດ​ຈະຍັງ​ເຫຼືອຢູ່​ໃນ​ອັຟກາ​ນີສຖານຫຼາຍປານ​ໃດ ເວລາ
ພາລະກິດການ ​ສູ້​ລົບ​ສິ້ນ​ສຸດ​ລົງ.

ກອງ​ປະຊຸມ​ບັ້ນ​ດັ່ງກ່າວ​ມີ​ຂຶ້ນພຽງ​ບໍ່​ເທົ່າ​ໃດ​ມື້ ຫຼັງຈາກ​ລາຍ​ງານ​ຂອງ​ເນ​ໂຕ້ທີ່​ຮົ່ວໄຫຼອອກ
ມາເຜີຍ​ໃຫ້​ຮູ້ວ່າ​ສະມາຊິກ​ຂອງ​ກຸ່ມ​ຕາ​ລິ​ບານ​ໝັ້ນ​ໃຈ​ວ່າ​ພວກ​ເຂົາ​ເຈົ້າສາມາດກັບ​ຄືນ​ເຂົ້າ​
ໄປ​ກໍາ​ອໍານາດ​ຢູ່​ໃນ​ອັຟກາ​ນີສຖານ​ໄດ້​ອີກ ຫຼັງ ຈາກ​ກໍາລັງ​ທະຫານຝ່າຍ​ປະສົມ​ຖອນ
ອອກ​ໄປ​ແລ້ວ.

XS
SM
MD
LG