ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນວາງລະເບີດສະລະຊີບ ປອມເປັນແມ່ຍິງ ສັງຫານ ທະຫານຝຣັ່ງ 4 ຄົນ ຢູ່ອັຟການິສຖານ


ທະຫານຝຣັ່ງຄົນນຶ່ງ ທີ່ປະຈຳການໃນເຂດຮ່ອມພູ Tagab ໃນແຂວງ Kapisa ທາງພາກຕາເວັນອອກຂອງອັຟການິສ ຖານ.
ທະຫານຝຣັ່ງຄົນນຶ່ງ ທີ່ປະຈຳການໃນເຂດຮ່ອມພູ Tagab ໃນແຂວງ Kapisa ທາງພາກຕາເວັນອອກຂອງອັຟການິສ ຖານ.

ຜູ້​ໂຈມ​ຕີ​ສະລະ​ຊີບ​ທີ່​ປອມ​ໂຕ​ເປັນ​ແມ່ຍິງ​ໂດຍ​ໃສ່​ຜ້າຄຸມ​ໜ້າ​ ໄດ້​ບີບ​ຄະ​ນວນ​ລະ​ເບີດ​ໃຫ້​
ແຕກ​ຂຶ້ນທີ່​ຕະຫຼາດ​ແຫ່ງ​ນຶ່ງ ​ໃ​ນພາກ​ຕາ​ເວັນ​ອອກຂອງ​ອັຟກາ​ນິສຖານ ​ໃນ​ວັນ​ເສົາ​ມື້ນີ້ ​
ເຮັດ​ໃຫ້ທະຫານຝຣັ່ງທີ່​ສັງກັດ ​ຢູ່​ໃນ​ກຳລັງ​ເນ​ໂຕ້ 4 ຄົນ​ເສຍ​ຊີວິດ ​ແລະ​ອີກ 5 ຄົນ​ໄດ້
​ຮັບ​ບາດ​ເຈັບ.

ຖະ​ແຫລ​ງການ​ຈາກ​ທຳນຽບ​ປະທານາທິບໍດີ​ຝຣັ່ງ ທ່ານ Francois Holland ​ແຈ້ງວ່າ
​ສາມ​ຄົນໃນ​ຈໍານວນ​ຂອງຜູ້​ໄດ້​ຮັບ​ບາດ​ເຈັບ ​ແມ່ນ​ມີ​ອາການ​ສາຫັດ.

ປະທານາທິບໍດີ Holland ​ໄດ້​ສົ່ງລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ Jean-Yves
Le Drian ​ໄປ​ຍັງອັ​ຟກາ​ນິສຖານ ຫລັງ​ຈາກ​ການ​ໂຈມ​ຕີ​ໃນ​ມື້ນີ້.

ວີດີໂອ ໂຄສົກເນໂຕ້ປະກາດຂ່າວການເສຍຊີວິດຂອງທະຫານຝຣັ່ງ:

​ເຈົ້າ​ໜ້າ​ທີ່ອັຟກາ​ນິສຖານກ່າວ​ວ່າ ​ເຫດຮ້າຍດັ່ງກ່າວເກີດ​ຂື້ນທີ່​ແຂວງ Kapisa ບ່ອນ​
ທີ່​ສ່ວນ​ໃຫ່ຍຂອງ​ກຳລັງ​ເນ​ໂຕ້ແມ່ນ​ທະຫານ​ຝຣັ່ງ.

ກຸ່ມທາ​ລີ​ບາ​ນ ​ໄດ້ອ້າງ​ເອົາ​ຄວາມ​ຮັບຜິດຊອບໃນ​ການ​ໂຈມ​ຕີ ໂດຍ​ກ່າວ​ວ່າ ທັງກໍາລັງ​ທະຫານຝຣັ່ງແລະທະຫານອັຟກາ​ນິສຖານໄດ້​ຮັບ​ບາດ​ເຈັບລົ້ມຕາຍ.

ທ່ານ Holland ​ໄດ້​ປະກາດ​ໃນ​ເດືອນ​ແລ້ວນີ້ວ່າ ຝຣັ່ງຈະ​ຖອນ​ທະຫານ​ສ່ວນ​ໃຫຍ່​ຂອງ​
ຕົນອອກ​ຈາກ​ອັຟກາ​ນິສຖານພາຍ​ໃນ​ທ້າຍ​ປີນີ້ ສອງ​ປີ​ກ່ອນ​ກຳນົດ​ທີ່ ​ໄດ້​ຕົກລົງ​ກັນ​ໄວ້​
ກັບ​ອົງການ​ເນ​ໂຕ້.

ການວາງ​ລ​ະ​ເບີດທີ່​ແຂວງ Kapisa ​ໃນ​ວັນ​ເສົາ​ມື້ນີ້ ເປັນ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງສຸດຄັ້ງ​
ທີ່​ສອງຕໍ່ທະຫານ​ເນ​ໂຕ້​. ຫວ່າງ​ບໍ່​ນານຜ່ານ​ມານີ້ ເນ​ໂຕ້ໄດ້​ລາຍ​ງານ​ວ່າ ສະມາຊິກ​ຄົນ​
ນຶ່ງຂອງ​ຕົນໄດ້​ຖືກ​ລ​ະ​ເບີດ​ຕາຍ.

XS
SM
MD
LG