ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະລັດຖະມົນຕີປ້ອງກັນປະເທດເນໂຕ້ ປະຊຸມຫາລືກັນ


ທ່ານ Leon Panetta ລມຕ ປ້ອງກັນປະເທດສະຫະລັດ ກ່າວໃນກອງ ປະຊຸມກຸ່ມເນໂຕ້ທີ່ນະຄອນຫລວງ Brussels ປະເທດ Belgium ວັນພຸດ
ທີ່ 5 ເດືອນຕຸລານີ້
ທ່ານ Leon Panetta ລມຕ ປ້ອງກັນປະເທດສະຫະລັດ ກ່າວໃນກອງ ປະຊຸມກຸ່ມເນໂຕ້ທີ່ນະຄອນຫລວງ Brussels ປະເທດ Belgium ວັນພຸດ ທີ່ 5 ເດືອນຕຸລານີ້

ຄະນະລັດຖະມົນຕີປ້ອງກັນປະເທດໃນກຸ່ມເນໂຕ້ໄດ້ປະຊຸມກັນເມື່ອວັນພຸດມື້ນີ້ ທີ່ນະຄອນ
ຫລວງບຣັສເຊີລສ໌ ປະເທດແບລຢ້ຽມ ເພື່ອປຶກສາຫາລືກັນ ກ່ຽວກັບການປະຕິບັດງານ
ຂອງພວກພັນທະມິດທີ່ກໍາລັງດໍາເນີນໄປຢູ່ໃນລີເບຍຂະນະນີ້ ພ້ອມກັບສົງຄາມໃນອັຟກາ
ນິສຖານ ແລະຄວາມພະຍາຍາມຕ່າງໆ ເພື່ອໃຫ້ໄດ້ມາຊຶ່ງຊັບພະຍາກອນທີ່ຈໍາເປັນຕ່າງໆ
ຂະນະທີ່ປະເທດສະມາຊິກປະເຊີນກັບການຕັດງົບປະມານນັ້ນ.

ກ່ອນການປະຊຸມເຈລະຈາກັນຄັ້ງນີ້ ທ່ານ ລີອອນ Panetta ລັດຖະມົນຕີປ້ອງກັນປະເທດ
ສະຫະລັດກ່າວວ່າ ສະມາຊິກຂອງກຸ່ມເນໂຕ້ ຈະຕ້ອງໄດ້ ປະຕິບັດງານຢ່າງໄກ້ຊິດຫລາຍ
ຂຶ້ນກວ່າເກົ່າ ແລະເຕືອນວ່າ ມັນເປັນການ ຜິດພາດທີ່ຈະສັນນິຖານເອົາວ່າສະຫະລັດຈະ
ເປັນຜູ້ເພີ່ມເງິນໃຫ້ງົບປະມານ ທີ່ຂາດໄປຫຼືບໍ່ພໍນັ້ນ. ທ່ານ Panetta ກ່າວຕື່ມວ່າ ທໍານຽບ
ຫ້າແຈຫລືກະຊວງປ້ອງກັນປະເທດສະຫະລັດ ກໍກໍາລັງປະເຊີນກັບການຕັດງົບປະມານລົງ
ໃນຈໍານວນ 450 ພັນລ້ານໂດລາໃນໄລຍະ 10 ປີຕໍ່ໜ້ານີ້ແລະກໍອາດຈະປະເຊີນກັບການ
ຕັດເພີ່ມອີກ ກໍເປັນໄດ້ ຊຶ່ງຈະສ້າງຄວາມເສຍຫາຍຮ້າຍແຮງ ໃຫ້ແກ່ຄວາມໝັ້ນຄົງຢູ່ໃນ
ສະຫະລັດແລະໃນຕ່າງປະເທດໄດ້.

ທ່ານ Panetta ກ່າວຕໍ່ໄປວ່າ ການຕົກຈາກອໍານາດຂອງອະດີດຜູ້ນໍາລີ ເບຍ ມວມມາ
ກາດດາຟີ ນັ້ນຄືຕົວຢ່າງນຶ່ງຂອງຄວາມສໍາຄັນຂອງກຸ່ມ ເນໂຕ້ ໃນຂະນະທີ່ຍົນລົບຂອງ ພວກພັນທະມິດສືບຕໍ່ດໍາເນີນການໂຈມຕີ ທາງອາກາດ ຕໍ່ພວກຈົ່ງຮັກພັກດີຕໍ່ທ່ານກາດ
ດາຟີນັ້ນ.

ທ່ານ Anders Fogh Rasmussen ເລຂາທິການໃຫຍ່ຂອງກຸ່ມເນໂຕ້ ໄດ້ເອີ້ນພາລະ
ກິດຂອງເນໂຕ້ໃນລີເບຍວ່າ ປະສົບຜົນສໍາເລັດອັນຍິ່ງໃຫຍ່ ແຕ່ທັງທ່ານເອງ ແລະທ່ານ
Panetta ຕ່າງກໍກ່າວວ່າ ການປະຕິບັດງານໄດ້ເຜີຍແບໃຫ້ເຫັນເຖິງຄວາມຂາດຕົກບົກ
ຜ່ອງ ໃນດ້ານການກວດກາຄວາມສາມາດໃນການສືບລັບ ແລະການຕື່ມນໍ້າມັນກາງ
ອາກາດ.

XS
SM
MD
LG