ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງທົ່ວປະເທດ ຢູ່ໃນອີຣ່ານ ຍັງດໍາເນີນຕໍ່​ໄປ ເປັນມື້ທີ 33 ຕິດຕໍ່ກັນ


ໃນພາບຄ້າງທີ່ຖືກນໍາອອກມາຈາກວີດີໂອ ແລະເຜີຍແຜ່ອອກມາ ໃນວັນທີ 15 ຕຸລາ 2022 ນີ້, ໄດ້ເປີດເຜີຍໃຫ້ເຫັນບັນດານັກສຶກສາ ພາກັນຮ້ອງອອກມາວ່າ "ອິດສະຫຼະພາບ" ໃນລະຫວ່າງທີ່ພວກເຂົາເຈົ້າໂຮມຊຸມນຸມກັນ ຢູ່ທີ່ມະຫາວິທະຍາໄລວິທະຍາສາດ ແລະວັດທະນະທໍາຂອງອີຣ່ານ.
ໃນພາບຄ້າງທີ່ຖືກນໍາອອກມາຈາກວີດີໂອ ແລະເຜີຍແຜ່ອອກມາ ໃນວັນທີ 15 ຕຸລາ 2022 ນີ້, ໄດ້ເປີດເຜີຍໃຫ້ເຫັນບັນດານັກສຶກສາ ພາກັນຮ້ອງອອກມາວ່າ "ອິດສະຫຼະພາບ" ໃນລະຫວ່າງທີ່ພວກເຂົາເຈົ້າໂຮມຊຸມນຸມກັນ ຢູ່ທີ່ມະຫາວິທະຍາໄລວິທະຍາສາດ ແລະວັດທະນະທໍາຂອງອີຣ່ານ.

ການເດີນ​ຂະ​ບວນປະທ້ວງ​ໃນ​ທົ່ວ​ປະ​ເທດ​ອີ​ຣ່ານ ມີຂຶ້ນ ລຸນຫຼັງການເສຍຊີວິດຂອງຍິງສາວຄົນນຶ່ງໃນຂະນະທີ່ຖືກຄວບຄຸມໂຕໂດຍເຈົ້າໜ້າທີ່ຕໍາຫຼວດ ເຊິ່ງດໍາເນີນມາເປັນມື້ທີ 33 ຕິດຕໍ່ກັນແລ້ວ, ໂດຍມີການປະທ້ວງໝົດຄືນ ໃນນະຄອນຫຼວງເຕຫະຣ່ານ, ຊານັນເດຈ (Sanandaj) ແລະ ເດໂກລານ (Dehgolan) ໃນ​ຂະ​ນະ​ທີ່​ປະ​ຊາ​ຊົນໄດ້ພາກັນຮ້ອງຄຳ​ຂວັນວ່າ ຄາເມນີ ຈົ່ງ​ຕາຍ​ຊະ, ພ້ອມກັນນັ້ນ ບັນດານັກສຶກສາ ໄດ້ພາກັນຈັດການໂຮມຊຸມນຸມ ຢູ່ທີ່ມະຫາວິທະຍາໄລຫຼາຍໆແຫ່ງ.

ເຈົ້າໜ້າທີ່ດ້ານສິດທິມະນຸດຂອງອົງການສະຫະປະຊາຊາດ ໄດ້ປະນາມກ່ຽວກັບການປາບປາມທີ່ຮຸນແຮງ​ຕໍ່ຜູ້ປະທ້ວງ ຂອງ​ສາ​ທາ​ລະ​ນະ​ລັດອິສລາມ ​ໂດຍ​ເວົ້າວ່າ ເປັນການລະເມີດຕໍ່ກົດໝາຍສາກົນ, ແລະໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ຈົ່ງຍຸຕິການປາບປາມທີ່​ຮ້າຍ​ແຮງ ຕໍ່ຜູ້ປະທ້ວງຢ່າງສັນຕິ.

ການປະທ້ວງເລີ້ມຕົ້ນຂຶ້ນໃນກາງເດືອນກັນຍາທີ່ຜ່ານມາ ລຸນຫຼັງມີການຈັບໂຕນາງມາຊາ ອາມິນີ ອາຍຸ 22 ປີ ແລະເສຍຊີວິດລົງໃນບໍ່ເທ່ົາໃດມື້ລຸນຫຼັງການຄວບຄຸມໂຕຂອງລາວ. ລາວໄດ້ຖືກຈັບໂຕໂດຍຕໍາຫຼວດສິນທໍາ ຂອງປະເທດອີຣ່ານ ເນື່ອງຈາກລາວໃສ່ຜ້າປົກຫົວຮີຈາບ ທີ່ບໍ່ຖືກຕ້ອງ.

Who Was Mahsa Amini?
please wait
Embed

No media source currently available

0:00 0:02:43 0:00

ກຸ່ມປົກ​ປ້ອງສິດທິມະນຸດອີຣ່ານກ່າວວ່າ ໃນອາທິດນີ້ມີການເປີດເຜີຍກ່ຽວກັບຈໍານວນຜູ້ເສຍຊີວິດທັງໝົດ ຈາກການປາບປາມຜູ້ປະທ້ວງ ທີ່ຍັງຄົງດໍາເນີນຢູ່ໃນທົ່ວປະເທດ, ຈົນເຖິງຂະນະນີ້ ມີຜູ້ເສຍຊີວິດ​ແລ້ວ ຢ່າງໜ້ອຍ 215 ຄົນ, ໃນນັ້ນລວມມີເດັກນ້ອຍ 27 ຄົນ.

ລັດຖະບານຂອງອີຣ່ານໄດ້ກ່າວອ້າງວ່າ ນາງອາມິນີມີອາການຫົວໃຈວາຍ, ແລະລາວກໍບໍ່ໄດ້ຖືກທໍລະມານແຕ່ຢ່າງໃດ. ຄອບຄົວຂອງລາວກ່າວວ່າ ລາວບໍ່ເຄີຍມີປະຫວັດ ກ່ຽວກັບບັນຫາຂອງໂຣກຫົວໃຈ, ແລະຮ່າງກາຍຂອງລາວກໍ່ມີແຕ່ຮອຍ ຊໍ້າທີ່ຮຸນແຮງ ແລະອື່ນໆທີ່ເປັນສິ່ງ​ບົ່ງບອກວ່າຖືກ​ທຸບ​ຕີ.

ໃນຂະນະດຽວກັນ, ​ປະ​ຊາ​ຊົນຈາກ 14 ປະເທດ ກໍຖືກຄວບຄຸມໂຕ, ເຊິ່ງກ່ຽວ ຂ້ອງກັບການປະທ້ວງ ໂດຍອີຣ່ານ ໃນຊ່ວງບໍ່ເທົ່າໃດອາທິດທີ່ຜ່ານມານີ້, ອົງການຂ່າວທີ່ໃກ້ຊິດກັບກຳ​ລັງ​ພິ​ທັກປະຕິວັດອິສລາມ ໄດ້ລາຍງານໃນວັນພຸດທີ່ຜ່ານມາ.

ລາຍງານເປີດເຜີຍວ່າ ຜູ້ທີ່ຖືກຈັບເຫຼົ່ານັ້ນນັ້ນ ລວມມີຈາກສະຫະລັດ, ຣັດເຊຍ, ອອສເຕຣຍ, ຝຣັ່ງ, ສະຫະລາດຊະອານາຈັກອັງກິດ, ແລະອັຟການິສຖານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG