ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເດີນຂະບວນປະທ້ວງ ຕໍ່ຕ້ານລະບອບການປົກຄອງທະຫານ ໃນທົ່ວປະເທດມຽນມາ ມີຂຶ້ນເປັນມື້ທີສາມລຽນຕິດ


ພວກຊາວມຽນມາທີ່ອາໄສຢູ່ໃນໄທ ຖືພາບຖ່າຍຂອງຜູ້ນຳມຽນມາ ທ່ານນາງອອງ ຊານ ຊູ ຈີ ໂດຍຊູສາມນິ້ວຂຶ້ນ, ອັນເປັນສັນຍາລັກຂອງການຕໍ່ຕ້ານ, ໃນຂະນະທີ່ພວກເຂົາເຈົ້າປະທ້ວງຢູ່ຕໍ່ໜ້າສະຖານທູດ ມຽນມາ ໃນນະຄອນຫຼວງບາງກອກ ຂອງໄທ, ວັນຈັນ ທີ 8, 2021.
ພວກຊາວມຽນມາທີ່ອາໄສຢູ່ໃນໄທ ຖືພາບຖ່າຍຂອງຜູ້ນຳມຽນມາ ທ່ານນາງອອງ ຊານ ຊູ ຈີ ໂດຍຊູສາມນິ້ວຂຶ້ນ, ອັນເປັນສັນຍາລັກຂອງການຕໍ່ຕ້ານ, ໃນຂະນະທີ່ພວກເຂົາເຈົ້າປະທ້ວງຢູ່ຕໍ່ໜ້າສະຖານທູດ ມຽນມາ ໃນນະຄອນຫຼວງບາງກອກ ຂອງໄທ, ວັນຈັນ ທີ 8, 2021.

ການເດີນຂະບວນປະທ້ວງ ຕໍ່ຕ້ານລະບອບການປົກຄອງທະຫານມຽນມາ ຂອງມະຫາຊົນ ໄດ້ຈັດຂຶ້ນເປັນມື້ທີສາມລຽນຕິດ ໃນວັນຈັນມື້ນີ້ ຊຶ່ງຄົບນຶ່ງອາທິດຫຼັງຈາກທີ່ພວກທະຫານ ໄດ້ຄວບຄຸມໂຕ ທ່ານນາງອອງ ຊານ ຊູ ຈີ ແລະບັນດາຜູ້ນຳຄົນອື່ນໆ ຂອງລັດຖະບານພົນລະເຮືອນ ທີ່ມາຈາກການເລືອກຕັ້ງ.

ຫຼາຍສິບພັນຄົນ ໄດ້ພາກັນອອກມາປະທ້ວງຢ່າງໜາແໜ້ນ ຢູ່ຕາມຖະໜົນຫຼາຍສາຍໃນຫົວເມືອງໃຫຍ່ຕ່າງໆຂອງມຽນມາ ລວມທັງນະຄອນຫຼວງເນປິດໍ ແລະເຂດການຄ້າ ທີ່ສຳຄັນຂອງນະຄອນຢ້າງກຸງ ນຳດ້ວຍ ດ້ວຍການຖືປ້າຍທີ່ກ່າວວ່າ “ຊ່ອຍມຽນມາດ້ວຍ” “ພວກເຮົາຕ້ອງການປະຊາທິປະໄຕ” ພ້ອມດ້ວຍພາບຖ່າຍຂອງທ່ານນາງອອງ ຊານ ຊູ ຈີ. ຕຳຫຼວດໄດ້ໃຊ້ທໍ່ຊີດນ້ຳ ຄວາມແຮງສູງເພື່ອສະຫຼາຍພວກປະທ້ວງ ຢູ່ໃນນະຄອນຫຼວງເນປິດໍ.

ການເດີນຂະບວນປະທ້ວງໄດ້ກ້າວເຂົ້າສູ່ໄລຍະໃໝ່ ໃນວັນຈັນມື້ນີ້ ໃນຂະນະທີ່ບັນດາພະນັກງານລັດຖະກອນ ພະນັກງານລົດໄຟ ນາຍຄູ ແລະພວກຄົນງານໃນພາກສ່ວນອື່ນໆ ໄດ້ເລີ້ມຕົ້ນການນັດຢຸດງານ ໃນທົ່ວປະເທດ.

ການບໍລິການທາງອິນເຕີເນັດ ໄດ້ຖືກເປີດຄືນໃໝ່ ໃນວັນອາທິດວານນີ້ ນຶ່ງວັນຫຼັງຈາກທີ່ໄດ້ຖືກປິດ ຊຶ່ງໄດ້ອຳນວຍໃຫ້ປະຊາຊົນຖ່າຍທອດສົດ ແລະນຳເອົາວີດີໂອຂອງການເຂົ້າຮ່ວມປະທ້ວງຫຼາຍແຫ່ງທົ່ວມຽນມາ ລົງທາງສື່ສັງຄົມໄດ້.

ພວກປະທ້ວງຫຼາຍຄົນໄດ້ພາກັນຮ້ອງໂຮວ່າ “ແມ່ຊູ ຈົ່ງມີຊີວິດຍືນຍົງ” ຊຶ່ງເປັນການອ້າງອີງເຖິງ ທ່ານນາງ ຊູ ຈີ ທີ່ຖືກໂຄ່ນລົ້ມ ແລະຮ້ອງໂຮອີກວ່າ “ພວກເຮົາບໍ່ຕ້ອງການລະບອບຜະເດັດການທະຫານ.” ສ່ວນພວກປະທ້ວງແຫ່ງອື່ນໆກໍໄດ້ຍົກສາມນິ້ວຂຶ້ນ ອັນເປັນສັນຍາລັກຂອງການຕໍ່ຕ້ານ ການກົດຂີ່ຂົ່ມເຫັງ ໃນຮູບເງົາເລື້ອງ “Hunger Games” ນັ້ນເອງ.

ການຍຶດອຳນາດໂດຍພວກທະຫານຢູ່ໃນມຽນໄດ້ເລີ້ມຂຶ້ນເມື່ອວັນຈັນອາທິດແລ້ວ ນີ້ ດ້ວຍການກັກຂັງ ທ່ານນາງຊູ ຈີ ຜູ້ທີ່ເປັນຜູ້ນຳຂອງປະເທດ ທີ່ແທ້ຈິງ ແລະບັນດາເຈົ້າໜ້າອະວຸໂສຄົນອື່ນໆຂອງລັດຖະບານ. ທ່ານນາງຊູ ຈີ ຍັງຢູ່ພາຍໃຕ້ການກັກໂຕຢູ່ທີ່ບ້ານພັກທີ່ເປັນທາງການຂອງທ່ານນາງໃນຄອນຫຼວງເນປິດໍ ອີງ ຕາມໂຄສົກຂອງພັກ ທ່ານຈີ ໂຕ.

ທ່ານນາງ ຊູ ຈີ ປະເຊີນກັບຂໍ້ກ່າວຫາໃນການນຳເຂົ້າແລະນຳໃຊ້ເຄື່ອງສື່ສານທາງວິທະຍຸ 6 ເຄື່ອງທີ່ຜິດກົດໝາຍ ຊຶ່ງໄດ້ພົບເຫັນໃນການກວດຄົ້ນບ້ານພັກຂອງທ່ານນາງ.

ທະຫານມຽນມາ ໄດ້ກ່າວວ່າ ພາວະສຸກເສີນຂອງຕົນ ທີ່ມີກຳນົດນຶ່ງປີນັ້ນ ແມ່ນມີຄວາມຈຳເປັນເພາະວ່າ ລັດຖະບານບໍ່ໄດ້ດຳເນີນການຕໍ່ຂໍ້ອ້າງ ກ່ຽວກັບການສໍ້ໂກງຄະແນນໃນການປ່ອນບັດ ໃນການເລືອກຕັ້ງເມື່ອເດືອນພະຈິກ ທີ່ພັກສັນນິ ບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງອອງ ຊານ ຊູ ຈີ ໄດ້ຊະນະຢ່າງຖ້ວມລົ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG