ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມປະທ້ວງຕໍ່ຕ້ານການແທ້ງລູກ ປະເຊີນໜ້າ ກັບກຸ່ມຝ່າຍສະໜັບສະໜູນສິດທິແມ່ຍິງ ໃນທົ່ວ ສຫລ

ໃນເມືອງ Raleigh ຂອງລັດ North Carolina, ການເດີນ
ຂະບວນປະທ້ວງ ປະຈຳປີ ຂອງ ອົງການ NAACP ລ້ຽວ
ເຂົ້າໄປຫາ ການໂຮມຊຸມນຸມ ຂອງກຸ່ມ Planned Parenthood ພ້ອມທັງກຸ່ມອື່ນໆ. (Courtesy Bryan Regan)
ໃນເມືອງ Raleigh ຂອງລັດ North Carolina, ການເດີນ ຂະບວນປະທ້ວງ ປະຈຳປີ ຂອງ ອົງການ NAACP ລ້ຽວ ເຂົ້າໄປຫາ ການໂຮມຊຸມນຸມ ຂອງກຸ່ມ Planned Parenthood ພ້ອມທັງກຸ່ມອື່ນໆ. (Courtesy Bryan Regan)

ພວກນັກເຄື່ອນໄຫວ ຕໍ່ຕ້ານການແທ້ງລູກ ແລະ ພວກສະໜັບສະໜູນ ສິດທິແມ່ຍິງ
ໄດ້ເລືອກຈຸດຈັດຕັ້ງ ການເດີນຂະບວນປະທ້ວງ ໃນຫຼາຍຫົວເມືອງ ຂອງສະຫະລັດ
ໃນວັນເສົາວານນີ້ ໂດຍຈະເອົາເລື່ອງ ຂອງກຸ່ມທີ່ບໍ່ຫວັງຜົນກຳໄລ Planned
Parenthood ອັນເປັນຈຸດໃຈກາງຂອງການສົນທະນາກັນ.

ຢູ່ດ້ານນອກ ຄລີນິກ ຂອງ Planned Parenthood ທົ່ວສະຫະລັດ ໃນວັນເສົາ ພວກປະທ້ວງຕໍ່ຕ້ານ ການແທ້ງລູກ ເຕົ້າໂຮມກັນ ເພື່ອຮຽກຮ້ອງ ໃຫ້ລັດຖະບານກາງ ຍຸຕິໃຫ້ທຶນແກ່ງ ອົງການດັ່ງກ່າວ. ພວກເຂົາເຈົ້າໄດ້ພົບກັບ ກຸ່ມປະທ້ວງຝ່າຍກົງກັນຂ້າມ ໃນເມືອງ Evansville ຂອງລັດ Indiana ບ່ອນທີ່ມີພວກສະໜັບສະໜູນ ອອກມາປະມານ 130 ຕໍ່ພວກອອກມາຄັດຄ້ານ 60 ຄົນ.

ພວກນັກເຄື່ອນໄຫວ ຕໍ່ຕ້ານການແທ້ງລູກ ໄດ້ຈັດການໂຮມຊຸມນຸມ ໃນຫຼາຍກວ່າ
200 ແຫ່ງ ເມື່ອວັນເສົາວານນີ້ ອີງຕາມ ກຸ່ມສັງຄົມພົນລະເຮືອ Monica Miller
of Citizens for a Pro-Life ທີ່ເປັນນຶ່ງໃນຈຳນວນຜູ້ຈັດແຈງແຫ່ງຊາດ. ພວກນັກ
ເຄື່ອນໄຫວ ໄດ້ຮຽກຮ້ອງໃຫ້ລັດຖະບານກາງ ຍຸຕິສະໜອງທຶນ ໃຫ້ແກ່ Planned
Parenthood ເພາະວ່າ ມັນໃຫ້ບໍລິການແທ້ງລູກ. ມັນເປັນສິ່ງນຶ່ງ ທີ່ປະທານາທິບໍດີ
ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ເຄີຍເວົ້າວ່າ ທ່ານຢາກຈະເຮັດ ແນວນັ້ນ.

ຢູ່ດ້ານນອກ ຄລີນິກ ຂອງ Planned Parenthood ທົ່ວສະຫະລັດ ໃນວັນເສົາ ພວກປະທ້ວງຕໍ່ຕ້ານ ການແທ້ງລູກ ເຕົ້າໂຮມກັນ ເພື່ອຮຽກຮ້ອງ ໃຫ້ລັດຖະບານກາງ ຍຸຕິໃຫ້ທຶນແກ່ງ ອົງການດັ່ງກ່າວ.ພວກເຂົາເຈົ້າໄດ້ພົບກັບ ກຸ່ມປະທ້ວງຝ່າຍກົງກັນຂ້າມ ໃນເມືອງ Evansville ຂອງລັດ Indiana ບ່ອນທີ່ມີພວກສະໜັບສະໜູນ ອອກມາປະມານ 130 ຕໍ່ພວກອອກມາຄັດຄ້ານ 60 ຄົນ.

ໃນຂະນະດຽວກັນ ພວກນັກເຄື່ອນໄຫວເພື່ອສິດທິ ໃນການເລືອກ ໄດ້ຈັດການໂຮມ
ຊຸມນຸມ ໃນແຫ່ງຕ່າງໆ ບ່ອນດຽວກັນ ເພື່ອສະແດງອອກ ເຖິງການສະໜັບສະໜູນ
ຕໍ່ກຸ່ມທີ່ບໍ່ຫວັງຜົນກຳໄລ ຊຶ່ງສະໜອງ ບໍລິການ ສຸຂະພາບດ້ານສືບພັນ ຫຼາຍຢ່າງ
ເຊັ່ນວ່າ ການກວດສອບການຖືພາ ການຄຸມກຳເນີດ ແລະ ການກວດເຕົ້ານົມ ເປັນຕົ້ນ
ຢູ່ທີ່ສະຖານທີ່ຕ່າງໆ ຫຼາຍຮ້ອຍແຫ່ງ ໃນທົ່ວສະຫະລັດ.

ຢູ່ດ້ານນອກ ຄລີນິກ ຂອງ Planned Parenthood ທົ່ວສະຫະລັດ ໃນວັນເສົາ ພວກປະທ້ວງຕໍ່ຕ້ານ ການແທ້ງລູກ ເຕົ້າໂຮມກັນ ເພື່ອຮຽກຮ້ອງ ໃຫ້ລັດຖະບານກາງ ຍຸຕິໃຫ້ທຶນແກ່ງ ອົງການດັ່ງກ່າວ. ພວກເຂົາເຈົ້າໄດ້ພົບກັບ ກຸ່ມປະທ້ວງຝ່າຍກົງກັນຂ້າມ ໃນເມືອງ Evansville ຂອງລັດ Indiana ບ່ອນທີ່ມີພວກສະໜັບສະໜູນ ອອກມາປະມານ 130 ຕໍ່ພວກອອກມາຄັດຄ້ານ 60 ຄົນ.
ຢູ່ດ້ານນອກ ຄລີນິກ ຂອງ Planned Parenthood ທົ່ວສະຫະລັດ ໃນວັນເສົາ ພວກປະທ້ວງຕໍ່ຕ້ານ ການແທ້ງລູກ ເຕົ້າໂຮມກັນ ເພື່ອຮຽກຮ້ອງ ໃຫ້ລັດຖະບານກາງ ຍຸຕິໃຫ້ທຶນແກ່ງ ອົງການດັ່ງກ່າວ. ພວກເຂົາເຈົ້າໄດ້ພົບກັບ ກຸ່ມປະທ້ວງຝ່າຍກົງກັນຂ້າມ ໃນເມືອງ Evansville ຂອງລັດ Indiana ບ່ອນທີ່ມີພວກສະໜັບສະໜູນ ອອກມາປະມານ 130 ຕໍ່ພວກອອກມາຄັດຄ້ານ 60 ຄົນ.

Planned Parenthood ບໍ່ໄດ້ຮັບທຶນຈາກລັດຖະບານກາງ ເພື່ອການແທ້ງລູກ ແຕ່
ສະຫວັດດີການສັງຄົມ ທີ່ເອີ້ນວ່າ Medicaid ອັນເປັນປະກັນສຸຂະພາບ ຂອງລັດຖະບານ
ທີ່ຊ່ອຍອຸດໜຸຸນ ພວກຄອບຄົວທີ່ມີລາຍໄດ້ຕ່ຳ ໂດຍຈ່າຍເງິນໃຫ້ແກ່ ການບໍລິການອື່ນໆ ທີ່ກ່າວມານັ້ນ ຂອງກຸ່ມ Planned Parenthood. ພວກຕຳນິຕິຕຽນ ກ່າວວ່າ ເງິນທຶນ
ເຫຼົ່ານັ້ນ ຊ່ອຍຈ່າຍຄ່າການເຮັດແທ້ງລູກ ຫຼາຍກວ່າ 300,000 ກໍລະນີ ທີ່ອົງການດັ່ງກ່າວ
ທີ່ສະໜອງການບໍລິການ ໃນແຕ່ລະປີ.

Planned Parenthood Protests
please wait

No media source currently available

0:00 0:01:32 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG