ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫຼາຍປະ​ເທດ​ໃນໂລກໃຫ້ຄໍາຫມັ້ນ ສັນຍາວ່າ ​ຈະ​ຈັດ​ສັນເງິນຫຼາຍກວ່າ 3 ຕື້ ໂດລາ ເພື່ອຕໍ່ສູ້ກັບ ການລະ ບາດຢ່າງ​ໜັກ​ ຂອງ​ພະ​ຍາດ​


ປະ​ທາ​ນາ​ທິ​ບໍ​ດີ​ໂຈ​ ໄບ​ເດັນ ກ່າວ​ຄຳ​ປາ​ໄສໃນ​ກອງ​ປະ​ຊຸມສຸດຍອດ​ທາງ​ອອນ​ລາຍ​ນ໌ກ່ຽວ​ກັບ COVID-19 ຢູ່​ຫໍ​ປະ​ຊຸມ​ໃຫຍ້​ກ້ຳ​ໃຕ້​ຂອງ​ທຳ​ນຽບ​ຂາວ, ວັນ​ທີ 22 ກັນ​ຍາ, 2021.
ປະ​ທາ​ນາ​ທິ​ບໍ​ດີ​ໂຈ​ ໄບ​ເດັນ ກ່າວ​ຄຳ​ປາ​ໄສໃນ​ກອງ​ປະ​ຊຸມສຸດຍອດ​ທາງ​ອອນ​ລາຍ​ນ໌ກ່ຽວ​ກັບ COVID-19 ຢູ່​ຫໍ​ປະ​ຊຸມ​ໃຫຍ້​ກ້ຳ​ໃຕ້​ຂອງ​ທຳ​ນຽບ​ຂາວ, ວັນ​ທີ 22 ກັນ​ຍາ, 2021.

ບັນດາຜູ້ນໍາຂອງໂລກໄດ້ໃຫ້ຄໍາຫມັ້ນສັນຍາວ່າ ​ຈະ​ຈັດ​ສັນເງິນຫຼາຍກວ່າ 3 ຕື້ ໂດລາ ໃນວັນພະຫັດ​ວານນີ້ ເພື່ອຕໍ່ສູ້ກັບການລະບາດຢ່າງ​ໜັກ​ຂອງ​ພະ​ຍາດ​ຂະ​ນະ​ທີ່ສະຫະລັດ ໄດ້ຊີ້ໃຫ້ເຫັນຈຸດອ່ອນໃນການຕໍ່​ສູ້​ກັບ COVID-19 ຂອງຕົນເອງ - ແລະບໍ່ມີເງິນທຶນສຸກເສີນຫຼາຍຕື້ໂດລ າທີ່​ທ່ານໄບ​ເດັນໄດ້ສະແຫວງຫາ ຈາກລັດ​ຖະສະພາ.

“ທຸກມື້​ນີ້ ພວກ​ເຮົາ​ໄດ້ມີ​ຂີດ​ໝາຍທີ່​ໜ້າ​ເສົ້າ​ສະ​ຫລົດ​ໃຈ ​ຢູ່​ໃນ​ສະ​ຫະ​ລັດ: ຄົນ​ເສຍ​ຊີ​ວິດ​ຮອດ 1 ລ້ານ​ຄົນ,” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານໄບ​ເດັນ ທີ່ກ່າວໃນຂໍ້ຄວາມທີ່ບັນທຶກໄວ້ລ່ວງໜ້າໃນຕອນເຊົ້າວັນພະຫັດວານນີ້ ຕໍ່ກັບຜູ້ເຂົ້າຮ່ວມກອງ ປະຊຸມສຸດຍອດ ກ່ຽວ​ກັບ COVID ຄັ້ງທີ 2 ທາງ​ອອນ​ລາຍ​ນ໌ທີ່ນຳໜ້າໂດຍສະ ຫະລັດ, ຮ່ວມເປັນເຈົ້າພາບໂດຍປະ​ເທດເບ​ລີ​ສ, ເຢຍຣະມັນ, ອິນໂດເນເຊຍ ແລະເຊເນການ.

ສະຫະລັດໄດ້ບັນທຶກຜູ້ຕິດເຊື້ອ COVID-19 ປະມານ 82 ລ້ານກໍລະນີ, ອີງ ຕາມສູນຄວບຄຸມ ແລະປ້ອງ ກັນພະຍາດ. ການຄາດຄະເນຂອງການເສຍຊີວິດ ລວມ ທັງຫມົດແມ່ນແຕກຕ່າງກັນ, ແຕ່ວ່າ ມາຮອດ ວັນພະຫັດວານນີ້, ຂໍ້ມູນ ຂອງມະຫາວິທະຍາໄລຈອນ​ສ໌ ຮອບ​ຄິນ​ສ໌ (Johns Hopkins) ຊີ້ໃຫ້​ເຫັນວ່າ ມີການບັນທຶກເສຍຊີວິດປະມານ 999,000 ຄົນ.

ກໍລະນີໃຫມ່ຂອງສະຫະລັດແລະການເຂົ້າໂຮງຫມໍໄດ້ເພີ່ມຂຶ້ນ ໃນອາທິດທີ່ຜ່ານມາ, ແຕ່ຈໍານວນຜູ້ເສຍ ຊີວິດແມ່ນຢູ່ໃນລະດັບຕໍ່າປະມານ 300 ຄົນຕໍ່ມື້, ຫຼຸດລົງ ຈາກຈໍ​ານວນ​ທີ່ຫຼາຍກວ່າ 3,000 ຄົນ ຕໍ່ມື້ ໃນເດືອນກຸມພາ.

ທ່ານໄບ​ເດັນກ່າວວ່າ "ທົ່ວໂລກ, ຫຼາຍລ້ານຄົນໄດ້ເສຍຊີວິດໄປ," ທ່ານກ່າວ ອີກວ່າ "ເດັກນ້ອຍຫຼາຍລ້ານ ຄົນໄດ້ກາຍເປັນເດັກກຳພ້າ, ແລະນັບພັນຄົນຍັງ ເສຍຊີວິດທຸກໆມື້. ດຽວນີ້ເຖິງເວລາແລ້ວ ທີ່ພວກເຮົາ ຕ້ອງໄດ້ປະຕິບັດການ, ພວກເຮົາທຸກຄົນເຮັດ​ວຽກຮ່ວມກັນ, ພວກເຮົາທຸກຄົນຕ້ອງເຮັດຫຼາຍກວ່ານີ້, ຕ້ອງ​ໃຫ້​ກຽດ​ແກ່​ຜູ້​ທີ່​ເຮົາ​ໄດ້​ສູນ​ເສຍ​ໄປ ດ້ວຍ​ການ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຮົາຈະ​ເຮັດ​ໄດ້ ເພື່ອ​ປ້ອງ​ກັນ​ການ​ເສຍ​ຊີວິດ​ໃຫ້​ຫຼາຍ​ເທົ່າ​ທີ່​ຈະ​ຫລາຍ​ໄດ້.”

ພະ​ນັກ​ງານ​ໃສ່​ຊຸດ​ປ້ອງ​ກັນ​ການ​ຕິດ​ພະ​ຍາດ​ໂຄວິ ຢືນ​ຢູ່​ໃກ້​ສິ່ງ​ກີດ​ຂ​ວາງທີ່​ກັນ​ໄວ້​ສຳ​ລັບກວດ ໂຄວິດ-19 ທີ່​ລັດ​ຖະ​ບານ​ກຳ​ນົດ​ໃຫ້​ເຮັດຢູ່​ເມືອງ Chaoyang, ນະ​ຄອນ​ຫລວງ​ປັກ​ກິ່ງ, ວັນ​ທີ 8 ພຶດ​ສະ​ພາ, 2022.
ພະ​ນັກ​ງານ​ໃສ່​ຊຸດ​ປ້ອງ​ກັນ​ການ​ຕິດ​ພະ​ຍາດ​ໂຄວິ ຢືນ​ຢູ່​ໃກ້​ສິ່ງ​ກີດ​ຂ​ວາງທີ່​ກັນ​ໄວ້​ສຳ​ລັບກວດ ໂຄວິດ-19 ທີ່​ລັດ​ຖະ​ບານ​ກຳ​ນົດ​ໃຫ້​ເຮັດຢູ່​ເມືອງ Chaoyang, ນະ​ຄອນ​ຫລວງ​ປັກ​ກິ່ງ, ວັນ​ທີ 8 ພຶດ​ສະ​ພາ, 2022.

ຮ່ວມກັນ, ຜູ້ເຂົ້າຮ່ວມ - ເຊິ່ງລວມມີຜູ້ຕາງຫນ້າຈາກປະເທດຕ່າງໆລວມທັງ ອີຕາລີ, ຍີ່ປຸ່ນ, ນິວຊີແລນ, ຣວັນ​ດາ ແລະເກົາຫຼີໃຕ້, ແລະຜູ້ນໍາດ້ານການ ກຸສົນເຊັ່ນທ່ານ​ບີ​ລ ເກດ​ສ໌ ທີ່​ເປັນກໍ່ຕັ້ງບໍລິ​ສັດ​ໄມ​ໂຄ​ຣ​ຊັອ​ຟ (Microsoft) - ໄດ້ໃຫ້ ຄໍາຫມັ້ນສັນຍາວ່າ​ ຈະ​ໃຫ້​ທຶນ​ຫລາຍຕື້ໂດລາ ແລະບໍລິຈາກຢາວັກຊີນ, ໃຫ້ການ ຊ່ວຍເຫຼືອດ້ານເທັກໂນໂລຈີ, ໃຫ້ຄໍາຫມັ້ນສັນຍາໃນ​ການສັກຢາປ້ອງກັນ ແລະ ອື່ນໆອີກ.

ສະຫະລັດໄດ້ເຂົ້າມາໃນກອງປະຊຸມນີ້ໂດຍບໍ່ມີຄໍາຫມັ້ນສັນຍາຈາກລັດ​ຖະສະພາ ສໍາລັບເງິນ 5 ຕື້ໂດລາ ໃນການສະຫນອງທຶນທົ່ວໂລກທີ່ທ່ານໄບ​ເດັນໄດ້ຮ້ອງ ຂໍນັ້ນ: ຄວາມຈິງແລ້ວ ຜູ້ນໍາຂອງເຢຍຣະມັນ ເບິ່ງຄືວ່າຈະເນັ້ນໃຫ້​ເຫັນເລື້ອງນີ້​ຢູ່ໃນການ​ອອກຄໍາເຫັນ​ໃນ​ພາກ​ສະ​ເໜີຂອງທ່ານ​ໃນ​ກອງ​ປະ​ຊຸມນີ້.

ນາຍົກລັດຖະມົນຕີ ໂອ​ລາ​ຟ ຊ​ໂຄ​ລ​ຊ໌ (Olaf Scholz) ເວົ້າ​ວ່າ "ສະນັ້ນສິ່ງທີ່ພວກ​ເຮົາຕ້ອງການຄື​ຫຍັງ?" "ຄໍາຕອບສັ້ນໆ ກໍ​ຄືເງິນ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG