ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

“ການຂາດຄວາມຮັບຜິດຊອບ” ຂອງເກົາຫຼີ ເໜືອ ເຮັດໃຫ້ ການສັນຈອນ ທາງອາກາດ ຕົກຢູ່ໃນອັນຕະລາຍ

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານເຣັກສ໌ ທີລເລີຊັນ ແລະ ລັດຖະມົນຕີການ່ຕ່າງປະເທດ ການາດາ ທ່ານນາງ ຄຣິສເຕຍ ຟຣີແລນ ກ່າວ ຢູ່ທີ່ກອງປະຊຸມ ຖະແຫລງຂ່າວ ໃນລະຫວ່າງ ກອງປະຊຸມ ລະດັບລັດຖະມົນຕີ ການຕ່າງປະເທດ ກ່ຽວກັບເລື່ອງ ຄວາມໝັ້ນຄົງ ແລະ ສະຖຽນລະພາບ ຢູ່ໃນແຫຼມເກົາຫຼີ ທີ່ນະຄອນແວນຄູເວີ ໃນເຂດ ບຣີຕິສ ໂຄລຳເບຍ, ວັນທີ 16 ມັງກອນ 2018.

ພວກຜູ້ໂດຍສານຢູ່ໃນຖ້ຽວບິນພານິດ ທີ່ບິນຈາກນະຄອນ ແຊນ ແຟຣນຊິສໂກ ໄປຍັງ
ຮົງກົງ ສາມາດແນມເຫັນ ລູກສອນໄຟຂີປະນາວຸດຂ້າມທະວີບ ຂອງເກົາຫຼີເໜືອ ທີ່ກຳລັງ
ບິນຜ່ານທ້ອງຟ້າ ເມື່ອເດືອນພະຈິກ ປີກາຍນີ້ ນັ້ນຄືຄຳເວົ້າຂອງ ທ່ານເຣັກສ໌ ທີລເລີຊັນ
ໄດ້ກ່າວຢູ່ທີ່ການໂຮມຊຸມນຸມ ຂອງບັນດາລັດຖະມົນຕີ ການຕ່າງປະເທດ ໃນນະຄອນ
ແວນຄູເວີ ປະເທດການາດາ ໃນວັນອັງຄານວານນີ້ ໂດຍຢ້ຳໃຫ້ເຫັນ ໃນອັນທີ່ທ່ານເອີ້ນ
ວ່າ “ການຂາດຄວາມຮັບຜິດຊອບ” ຂອງລະບອບການປົກຄອງ ກິມ ຈົງ ອຶນ ນັ້ນ.

ເກົາຫຼີເໜືອ ໄດ້ທຳການທົດລອງຍິງ ໃນອັນທີ່ຕົນໄດ້ເອີ້ນວ່າ ລູກສອນໄຟຂີປະນາວຸດ
ຂ້າມທະວີບ ຫຼື ICBM ໃນວັນທີ 28 ເດືອນພະຈິກ ປີກາຍນີ້. ອີງຕາມ ອົງການຄຸ້ມຄອງ
ການບິນພົນລະເຮືອນ ຂອງລັດຖະບານກາງ ຫຼື FAA ແລ້ວ ເຮືອບິນພານິດລຳດັ່ງກ່າວ
ແມ່ນຢູ່ໄກຈາກຈຸດ ບ່ອນທີ່ຈະເກີດການປະທະກັນ 280 ໄມທະເລ. ໃນເວລານັ້ນ
ອົງການ FAA ຍັງກ່າວວ່າ ມີຖ້ຽວບິນອື່ນໆອີກເກົ້າຖ້ຽວ ທີ່ບິນຢູ່ໃນລັດສະໝີ ຂອງ
ລູກສອນໄຟ ນີ້.

Diplomats Agree In Vancouver To Increase Pressure On North Korea
please wait

No media source currently available

0:00 0:02:15 0:00

ທ່ານທີລເລີຊັນ ໄດ້ກ່າວ ໂດຍເນັ້ນໜັກເຖິງຄວາມເປັນໄປໄດ້ ທີ່ລູກສອນໄຟຂອງເກົາຫຼີ
ເໜືອ ຫຼືຊິ້ນສ່ວນຂອງມັນນັ້ນ ຈະສົ່ງຜົນກະທົບຕໍ່ເຮືອບິນໂດຍສານແມ່ນເປັນຄວາມຈິງ
ໂດຍເວົ້າວ່າ“ຕະຫຼອດໄລຍະເວລາ ຂອງມື້ນັ້ນ ອີງຕາມກະຊວງປ້ອງກັນປະເທດ ແລ້ວ
ກະປະມານໄດ້ວ່າ ມີ 716 ຖ້ຽວບິນ ກຳນົດຈະບິນຜ່ານໃນລັດສະໝີດັ່ງກ່າວ ນຳດ້ວຍ.
ອົງການ FAA ກ່າວວ່າ ບ່ອນນັ່ງທັງຫຼາຍ ທີ່ມີຢູ່ໃນ 716 ຖ້ຽວບິນນັ້ນ ລວມທັງໝົດ
ແລ້ວ ແມ່ນ 152,110 ບ່ອນນັ່ງ. ອັນນັ້ນ ແມ່ນຜູ້ຄົນຈຳນວນຫຼວງຫຼາຍ ຈາກຫຼາຍ
ປະເທດ ທີ່ກຳລັງຕົກຢູ່ໃນສະພາບທີ່ສຽງ ໂດຍການຍິງທົດລອງ ລູກສອນໄຟ
ຂີປະນາວຸດ ທີ່ຂາດຄວາມຮັບຜິດຊອບ.”

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານເຣັກສ໌ ທີລເລີຊັນ ແລະ ລັດຖະມົນຕີການຕ່າງປະເທດ ການາດາ ທ່ານນາງ ຄຣິສເຕຍ ຟຣີແລນ ກ່າວ ຢູ່ທີ່ກອງປະຊຸມ ລະດັບລັດຖະມົນຕີ ການຕ່າງປະເທດ ກ່ຽວກັບເລື່ອງຄວາມໝັ້ນຄົງ ແລະ ສະຖຽນລະພາບ ໃນແຫຼມເກົາຫຼີ ຢູ່ທີ່ນະຄອນແວນຄູເວີ ຂອງເຂດບີຣຕິສ ໂຄລຳເບຍ ປະເທດການາດາ, ປະເທດການາດາ, ວັນທີ່16 ມັງກອນ 2018.

ທ່ານທີລເລີຊັນ ບໍ່ໄດ້ກ່າວວ່າ ພວກຜູ້ໂດຍສານ ຢູ່ໃນສາຍການບິນລຳໃດ ທີ່ພວກເຂົາ
ໄດ້ແນມເຫັນ “ສ່ວນຕ່າງໆ ຂອງການທົດລອງລູກສອນໄຟ ICBM ຂອງເກົາຫຼີເໜືອ
ທີ່ກຳລັງບິນຜ່ານທ້ອງຟ້າ”
ຫຼືວ່າ ເຮືອບິນລຳນີ້ ໄດ້ປ່ຽນທິດທາງ ຍ້ອນລູກສອນໄຟ ຫຼືບໍ່.

ທ່ານທີລເລີຊັນ ໄດ້ກ່າວວ່າ “ອີງຕາມ ການຂາດຄວາມຮັບຜິດຊອບຂອງຕົນ ທີ່ຜ່ານມາ
ພວກເຮົາບໍ່ສາມາດຄາດໝາຍໄດ້ວ່າ ເກົາຫຼີເໜືອ ຈະມີຈິດສຳນຶກໃດໆ ຕໍ່ອັນທີ່ອາດຈະ
ເປັນການບິນຕັດໜ້າ ພວກລູກສອນໄຟຂອງຕົນນັ້ນ ຫຼື ຊິ້ນສ່ວນຂອງລູກສອນໄຟ ທີ່
ແຕກກະຈາຍອອກໄປ.”

ການເລົ່າເຖິງເຫດການ ໃນອາການທີ່ຂຶມຂັງຂອງທ່ານທີລເລີຊັນ ນັ້ນ ໄດ້ກະຕຸ້ນໃຫ້ກອງ
ປະຊຸມ ບັນດານັກການທູດລະດັບສູງ ຈາກ 20 ປະເທດ ຊອກຫາທາງທີ່ຈະຈັດຕັ້ງແນວ
ໂຮມ ທີ່ພ້ອມໃຈກັນ ຕໍ່ຕ້ານ ໃນອັນທີ່ຮັບຮູ້ກັນວ່າ ເປັນການຮຸກຮານດ້ານນິວເຄລຍ ຂອງ
ພຽງຢາງ ນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG