ທີມເບສບອລ ແນສເຊິນໂນລສ໌ ຂອງ ວໍຊິງຕັນ ໄດ້ຊະນະທີມແອັສໂຕຣສ໌ ຂອງຮູສຕັນ 6 ຕໍ່ 2 ໃນການແຂ່ງຂັນນັດທີເຈັດ ເຊິ່ງແມ່ນນັດຕັດສິນຂອງຮອບຊິງຊະນະເລີດ ເພື່ອຄວ້າແຊ້ມຫຼີກໃຫຍ່ກິລາ ເບສບອລ ຫຼື Major League Baseball ເປັນຄັ້ງທຳອິດ ໃນປະຫວັດສາດຂອງການແຂ່ງຂັນ.
ທີມ ວໍຊິງຕັນ ຕ້ອງໄດ້ອາໄສສິ່ງທີ່ໄດ້ກາຍເປັນປັດໄຈທີ່ແນ່ນອນຂອງການແຂ່ງຂັນໃນຮອບຕັດເຊືອກຂອງເຂົາເຈົ້າ, ດ້ວຍການໂຕ້ກັບຂຶ້ນມາໃນຕອນທ້າຍ ຫຼັງຈາກມີຄະແນນຕາມຫຼັງໃນຕອນຕົ້ນຂອງການແຂ່ງຂັນ.
ທີມ ວໍຊິງຕັນ ໄດ້ຫຼິ້ນໃນການແຂ່ງຂັນນັດຕັດສິນຫ້າຄັ້ງເມື່ອເດືອນຕຸລາທີ່ຜ່ານມາ ແລະ ໃນຈຸດນຶ່ງໄດ້ມີຄະແນນຕາມຫຼັງ ໃນທັງໝົດຫ້ານັດນັ້ນ ຈຶ່ງເຮັດໃຫ້ການແຂ່ງຂັນຮອບຕັດເຊືອກເປັນຄືເປົ້າໝາຍທີ່ວ່າໄກເກີນຈະຢື້ເຖິງ ໃນເດືອນພຶດສະພາແລ້ວນີ້ ເມື່ອທີມເຂົາເຈົ້າໄດ້ດີ້ນຮົນກັບໄຊຊະນະທີ່ເປັນສະຖິຕິ 19 ຕໍ່ 31.
ແຕ່ຜູ້ຈັດການທີມ ທ່ານ ເດຟ ມາຕີເນັສ, ຜູ້ທີ່ຖືກຮຽກຮ້ອງໃຫ້ໄລ່ລາວອອກຈາກທີມນັ້ນ, ສາມາດທີ່ຈະນຳທີມກັບຄືນສູ່ຈຸດເດີມຂອງເຂົາເຈົ້າ ແລະ ໃຊ້ຄຳຂວັນຂອງລາວ ເພື່ອປ່ຽນສະຖານະການໃຫ້ທີມໄດ້ຊະນະການແຂ່ງຂັນທີ່ເຂົາເຈົ້າຕ້ອງການໃນມື້ນັ້ນ.
ທ່ານ ມາຕີເນັສ ໄດ້ກ່າວໃນຄືນວັນພຸດວານນີ້ ດ້ວຍການກ່າວຢ້ຳສິ່ງທີ່ໄດ້ກາຍເປັນຄຳຂວັນຂອງທີມວ່າ “ເດົາເບິ່ງດຸ, ພວກເຮົາໄດ້ຢູ່ໃນການຕໍ່ສູ້ນັ້ນ. ພວກເຮົາໄດ້ຊະນະການຕໍ່ສູ້ນັ້ນ.”
ໂຮມຣັນ ໃນການແຂ່ງຂັນອິນນິງທີສອງໂດຍນັກກິລາຍາມ ເບສທຳອິດ ຂອງ ທີມ ແອັສໂຕຣສ໌ ທ້າວ ຢູລີ ເກີຣຽລ (Yuli Gurriel) ໄດ້ເຮັດໃຫ້ທີມ ວໍຊິງຕັນ ແລະ ນັກແກວ່ງບານຄົນທຳອິດຂອງທີມ ທ້າວ ແມັກສ໌ ເຊີເຊີ (Max Scherzer) ຕາມຫຼັງ 1 ຕໍ່ 0.
ທ້າວ ເຊີເຊີ ໄດ້ຮັບໜ້າທີ່ແກວ່ງບານຫຼາຍວັນຫຼັງຈາກຖືກປົດອອກຈາກທີມໃນການແຂ່ງຂັນຄັ້ງທີ 5 ຍ້ອນອາການບາດເຈັບຢູ່ຄໍ. ລາວໄດ້ ແລະ ທີມວໍຊິງຕັນ ໄດ້ຕາມຫຼັງດ້ວຍຄະແນນ 2 ຕໍ່ 0 ໂຮມຣັນ ໃນອິນນິງທີ 5 ໃນຂະນະທີ່ຜູ້ທີ່ມີຕຳແໜ່ງລັດບານລະຫວ່າງ ເບສທີ ສອງ ແລະ ສາມ, ທ້າວ ຄາລອສ ຄໍເຣຍ ໄດ້ຕີຖືກບານ ແລະ ແລ່ນຮອດ ເບສ ທີນຶ່ງ, ສົ່ງທ້າວ ເກີຣຽລ ແລ່ນຮອດໂຮມ ເຊິ່ງແມ່ນເບສສຸດທ້າຍ ເປັນຄະແນນທີສອງນັ້ນ.
ຮອດຈຸດດັ່ງກ່າວ, ຜູ້ແກວ່ງຄົນທຳອິດຂອງທີມ ແອັສໂຕຣສ໌ ທ້າວ ແຊັກ ແກຣງກີ ໄດ້ຖືກຍ້າຍຢ່າງເປັນລະບົບຕາມລາຍຊື່ຂອງນັກກິລາທີມ ວໍຊິງຕັນ, ເຮັດໃຫ້ຜູ້ຍາມປີກຊ້າຍຂອງທີມ ວໍຊິງຕັນ ທ້າຍ ຮວນ ໂຊໂຕ ຕີໄດ້ພຽງເບສດຽວ ໃນອິນນິງທີສອງ. ແຕ່ສິ່ງຕ່າງໆໄດ້ປ່ຽນແປງໃນອິນນິງທີເຈັດ.
ຜູ້ຍາມເບສທີສາມຂອງທີມ ວໍຊິງຕັນ ທ້າວ ແອນໂທນີ ເຣັນເດິນ ໄດ້ຕີໝາກບານຈາກທ້າວ ແກຣງກີ ເຂົ້າໄປບ່ອນຜູ້ຊົມເບື້ອງຊ້າຍຂອງສະໜາມເປັນໂຮມຣັນ. ທ້າວ ໂຊໂຕ ໄດ້ຂຶ້ນຕີຄັ້ງຕໍ່ໄປ ແລະ ໄດ້ຍ່າງໄປເບສຕໍ່ໄປ, ເຮັດໃຫ້ຜູ້ຈັດການທີມ ແອັສໂຕຣສ໌ ທ່ານ ເອເຈ ຮິນຈ໌ ຕ້ອງປ່ຽນທ້າວ ແກຣງກີ ອອກ ແລະ ໃຫ້ທ້າວ ວິລ ແຮຣິສ ເປັນຜູ້ເຂົ້າມາແກວ່ງແທນ.