ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜົນການເລືອກຕັ້ງ ສະມາຊິກ ສະພາ ທີ່ເຂດ Catalonia ຂອງສະເປນ


ພັກພັນທະມິດແຫ່ງຊາດ ຂອງ ທ່ານ Artur Mas ໄດ້ຮັບຄະແນນສຽງ ທີ່ສູງສຸດ.
ພັກພັນທະມິດແຫ່ງຊາດ ຂອງ ທ່ານ Artur Mas ໄດ້ຮັບຄະແນນສຽງ ທີ່ສູງສຸດ.
ຜົນການ​ເລືອກຕັ້ງເລືອກ​ເອົາ​ສະມາຊິກສະພາຢ່າງເປັນທາງ
ການ ຢູ່ໃນເຂດ​ Catalonia ທາງພາກຕາ​ເວັນ​ອອກ​ສຽງ​ເໜືອ​
ຂອງ​ສະ​ເປ​ນ ໄດ້ສະແດງໃຫ້ ເຫັນວ່າ ບ່ອນນັ່ງສ່ວນໃຫຍ່ຈະ
ຕົກເປັນຂອງ ບັນດາພັກຮັກຊາດ ທີ່ນິຍົມ ແຍກ​ຕົວ​ອອກ​ເປັນ
ເອກ​ກະລາດ​ຈາກ​ສະ​ເປ​ນ.

ຜົນຈາກການປ່ອນບັດ​ເລືອກຕັ້ງໃນວັນອາທິດວານນີ້ ໄດ້ສະ
ແດງໃຫ້ເຫັນ ວ່າ ພັກພັນທະມິດແຫ່ງຊາດຂອງ ທ່ານ Artur
Mas, ປະທານາທິບໍດີທີ່ ຢູ່​ໃນ​ຕໍາ​ແໜ່​ງ​ຂອງ​ຂົງ​ເຂດ ແລະ ມີ​
ຫົວ​ນິຍົມ​ເອກ​ກະລາດ ໄດ້ຮັບຄະແນນ ສຽງທີ່ຫລຸດຈາກການ
ເປັນພັກສຽງສ່ວນຫລາຍໜ້ອຍນຶ່ງ ຊຶ່ງໄດ້ພຽງ 50 ບ່ອນນັ່ງ
ຫລຸດຈາກ 62 ບ່ອນນັ່ງໃນເມື່ອກ່ອນ ຂອງຈໍານວນທັງໝົດ
135 ບ່ອນ​ນັ່ງ. ສ່ວນພັກ Republican ຊ້າຍ ຫລື ERC
ຂອງພວກ ນິຍົມແບ່ງແຍກດິນແດນນັ້ນ ໄດ້ຮັບອັດຕາສ່ວນບ່ອນເພີ້ມຂຶ້ນສອງເທົ່າ, ຊຶ່ງ
ໄດ້ 21 ບ່ອນນັ່ງ.

ທາງດ້ານພັກສັງຄົມນິຍົມ ຫລື PSC ທີ່ບໍ່​ນິຍົມການເປັນ​ເອກ​ກະລາດນັ້ນ ເສຍບ່ອນນັ່ງໄປ 8 ບ່ອນ ຢູ່ໃນການລົງຄະແນນສຽງເລືອກຕັ້ງຄັ້ງນີ້ ຊຶ່ງເຮັດໃຫ້ບ່ອນນັ່ງຂອງພັກດັ່ງກ່າວ
ຫລຸດຈາກ 28 ມາເປັນ 20 ບ່ອນນັ່ງ.

ໃນການປະກົດຕົວຢູ່ໃນໂທລະພາບທີ່ອອກອາກາດໃນເມືອງ Barcelona ລຸນຫລັງການ
ລົງຄະແນນສຽງເລືອກ​ຕັ້ງແລ້ວນັ້ນ ທ່ານ Mas ໄດ້ສະ ແດງຄວາມຂອບໃຈສະມາຊິກໃນ
ພັນທະມິດ ທີ່ໄດ້ໃຫ້ການສະໜັບ ສະ ໜຸນແກ່ທ່ານ ແຕ່ທ່ານກໍຮັບຮູ້ວ່າ ຕໍ່ໄປນີ້ ພັກດັ່ງ
ກ່າວຈະຕ້ອງ ໄດ້ຮ່ວມ ກັນຮັບຜິດຊອບໃນການປົກຄອງບໍລິຫານຂົງເຂດ.

ລັດຖະບານຂອງ ທ່ານ Mas ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ເລືອກຕັ້ງ​ກ່ອນ​ກໍາ ນົດອັນ​ເປັນ​ພາກ
ສ່ວນນຶ່ງ​ຂອງ​ການ​ຕໍ່ສູ້​ຍາດ​ອໍານາດ ກັບ​ລັດຖະບານ​ກາງ ທີ່​ບໍລິຫານ​ໂດຍ​ນາຍົກລັດ
ຖະມົນຕີ Mariano Rajoy ນັ້ນ.
XS
SM
MD
LG