ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການເລີ້ມຕົ້ນພິຈາລະນາຄະດີ ກ່ຽວກັບຄວາມໝັ້ນຄົງແຫ່ງຊາດ ສໍາລັບນັກເຄື່ອນໄຫວເພື່ອປະຊາທິປະໄຕໃນ ຮົງກົງ 47 ຄົນ


ແຟ້ມຮູບ-ນັກເຄື່ອນໄຫວເພື່ອປະຊາທິປະໄຕ ລຶງ ຄວົກ-ຮັງ ຫຼືຮູ້ໃນອີກຊື່ນຶ່ງວ່າ 'ຜົມຍາວ,' ສະແດງທ່າທາງໃນຂະນະທີ່ລາວຍ່າງເຂົ້າໄປໃນລົດຕູ້ຂອງຄຸກ ຮ່ວມກັບນັກເຄື່ອນໄຫວຄົນອື່ນໆ ເພື່ອເດີນທາງໄປສານ ກ່ຽວກັບຂໍ້ກ່າວຫາທາງດ້ານຄວາມໝັ້ນຄົງແຫ່ງຊາດ, ໃນ ຮົງກົງ, ເມື່ອວັນທີ 4 ມີນາ 2021.
ແຟ້ມຮູບ-ນັກເຄື່ອນໄຫວເພື່ອປະຊາທິປະໄຕ ລຶງ ຄວົກ-ຮັງ ຫຼືຮູ້ໃນອີກຊື່ນຶ່ງວ່າ 'ຜົມຍາວ,' ສະແດງທ່າທາງໃນຂະນະທີ່ລາວຍ່າງເຂົ້າໄປໃນລົດຕູ້ຂອງຄຸກ ຮ່ວມກັບນັກເຄື່ອນໄຫວຄົນອື່ນໆ ເພື່ອເດີນທາງໄປສານ ກ່ຽວກັບຂໍ້ກ່າວຫາທາງດ້ານຄວາມໝັ້ນຄົງແຫ່ງຊາດ, ໃນ ຮົງກົງ, ເມື່ອວັນທີ 4 ມີນາ 2021.

ກໍລະນີກ່ຽວກັບຄະດີທາງກົດໝາຍຄວາມໝັ້ນຄົງແຫ່ງຊາດທີ່ໃຫຍ່ທີ່ສຸດຂອງ ຮົງກົງ ໄດ້ເລີ້ມຕົ້ນຂຶ້ນ ໃນມື້ວັນອັງຄານວານນີ້, ໂດຍມີນັກເຄື່ອນໄຫວເພື່ອປະຊາທິປະໄຕ 47 ຄົນ ແລະສະມາຊິກສະພາ ເຂົ້າຮ່ວມຮັບຟັງ.

ຜູ້ຕ້ອງຫາ ຖືກຕັ້ງຂໍ້ຫາດ້ວຍ “ການກໍ່ກະບົດ ເພື່ອໂຄ່ນລົ້ມລັດຖະບານ” ພາຍໃຕ້ກົດໝາຍຄວາມໝັ້ນຄົງແຫ່ງຊາດຂອງເມືອງ, ເຊິ່ງມີໂທດສູງສຸດ ແມ່ນຖືກຂັງຄຸກຕະຫຼອດຊີວິດ.

ລຸນຫຼັງໄດ້ມີການປະທ້ວງຕໍ່ຕ້ານລັດຖະບານ ໃນປີ 2019, ປັກກິ່ງ ໄດ້ບັງຄັບໃຊ້ກົດໝາຍຄວາມໝັ້ນຄົງແຫ່ງຊາດ ຢູ່ໃນຮົງກົງ ເພື່ອປາບປາມຜູ້ທີ່ຄັດຄ້ານບໍ່ເຫັນດີກັບລັດຖະບານ. ກົດໝາຍນີ້ ຫ້າມການເຄື່ອນໄຫວຕ່າງໆຢ່າງເຄັ່ງຄັດ ທີ່ຖືວ່າເປັນການສ້າງຄວາມແບ່ງແຍກ, ການໂຄ່ມລົ້ມລັດຖະບານ, ການສົມຮູ້ຮ່ວມຄິດກັບຕ່າງປະເທດ ແລະການກໍ່ການຮ້າຍ, ໄດ້ຖືກນໍາໃຊ້ໂດຍເຈົ້າໜ້າທີ່ ເພື່ອແນເປົ້າໝາຍໃສ່ການເຄື່ອນໄຫວຮຽກຮ້ອງປະຊາທິປະໄຕຂອງ ຮົງກົງ ເປັນແກນຫຼັກ.

ໃນເດືອນກຸມພາ ປີ 2021, ນັກເຄື່ອນໄຫວຈໍານວນ 47 ຄົນ ໄດ້ພາກັນຍອມຈໍານົນຕໍ່ເຈົ້າໜ້າທີ່ທາງການ ແລະໄດ້ຖືກຕັ້ງຂໍ້ຫາ ພາຍໃຕ້ກົດໝາຍຄວາມໝັ້ນຄົງໂດຍທັນທີ ສໍາລັບການຈັດການເລືອກຕັ້ງໃນເບື້ອງຕົ້ນ ທີ່ບໍ່ເປັນທາງການ ເມື່ອປີ 2020. ເຈົ້າໜ້າທີ່ກ່າວຫາພວກເຂົາເຈົ້າວ່າ ມີຈຸດປະສົງນໍາໃຊ້ອໍານາດຂອງພວກເຂົາເພື່ອຂົ່ມເຫັງ ໃນຖານະເປັນສະມາຊິກສະພາ, ເມື່ອພວກເຂົາຈະໄດ້ຮັບເລືອກ ແລະໄດ້ສຽງສ່ວນຫຼາຍຢູ່ໃນສະພານິຕິບັນຍັດ.

ພວກເຂົາຍັງໄດ້ກ່າວອີກວ່າ ຜູ້ທີ່ຖືກກ່າວຫາເຫຼົ່ານັ້ນ ຈະຂັດຂວາງການດໍາເນີນງານຂອງລັດຖະບານ ແລະບີບບັງຄັບໃຫ້ຜູ້ບໍລິຫານໃຫຍ່ຂອງ ຮົງກົງ ລາອອກ.

ຈໍາເລີຍດັ່ງກ່າວ ປະກອບມີ ສະມາຊິກສະພາທີ່ໄດ້ຮັບການເລືອກຕັ້ງໂດຍລະບອບປະຊາທິປະໄຕ, ສາມາຊິກສະພາ, ນັກວິຊາການ ແລະຜູ້ສະໜັບສະໜຸນລະບອບປະຊາທິປະໄຕ. ໃນຈໍານວນດັ່ງກ່າວ ມີນັກເຄື່ອນໄຫວເພື່ອປະຊາທິປະໄຕ ຄົນສໍາຄັນເຊັ່ນ ທ່ານໂຈຊົວ ວ່ອງ (Joshua Wong), ນັກເຄື່ອນໄຫວທີ່ເປັນທະຫານເກົ່າ ທ່ານ ລຶງ “ຜົມຍາວ” ຄົວກ-ຮັງ (Leung “Long Hair” Kwok-Hung), ອະດີດສາດສະດາຈານ ທ່ານເບັນນີ ໄຕ (Benny Tai), ອະດີດສະມາຊິກສະພາ ທ່ານນາງ ຄລໍເດຍ ໂມ (Claudia Mo), ແລະອະດີດນັກຂ່າວ ທ່ານນາງ ກວີນ ເນັດທ໌ ໂຮ (Gwyneth Ho).

ນັບຕັ້ງແຕ່ບັນດາຜູ້ຖືກກ່າວຫາເຫຼົ່ານັ້ນຖືກຈັບ, ການດໍາເນີນງານຕ່າງໆໃນສານແມ່ນໄດ້ໃຊ້ເວລາຍາວນານ, ມີພຽງແຕ່ 13 ຄົນເທົ່ານັ້ນ ທີ່ໄດ້ຮັບການປະກັນໂຕ, ໃນລະຫວ່າງບັນດານັກເຄື່ອນໄຫວທີ່ຍັງເຫຼືອ ແມ່ນໄດ້ຖືກຄວບຄຸມໂຕເພື່ອລໍຖ້າການພິຈາລະນາ, ແລະກໍາລັງລໍຖ້າການດໍາເນີນຄະດີຂອງສານຢູ່.

ທ່ານໄມໂຄລ ໂມ (Michael Mo), ອະດີດສະມາຊິກສະພາເມືອງ ຂອງຮົງກົງ, ເຊິ່ງປັດຈຸບັນໄດ້ອາໄສຢູ່ໃນປະເທດອັງກິດ ໄດ້ວິພາກວິຈານກ່ຽວກັບໄລຍະເວລາ ທີ່ລັດຖະບານປັກກິ່ງ ໃຊ້ໃນການເລີ້ມຕົ້ນພິຈາລະນາຄະດີ

ອ່ານຂ່າວນີ້ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG